ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຟ້ອງຮ້ອງ​ຕໍ່​ທ່ານ​ທ​ຣຳ ​ແມ່ນ “ເປັນຕາເສຍໃຈ​ຫຼາຍ,” ອະ​ດີດ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳກ່າວ


ອະດີດ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ ສະແດງທ່າທາງ ຫຼັງຈາກກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ຂອງ​ພັກຣີພັບ​ລີ​ກັນຂອງລັດຄາໂຣໄລນາ​ເໜືອ ທີ່​ເມືອງ Greensboro, ລັດຄາໂຣໄລນາເໜືອ, ວັນທີ 10 ມິຖຸນາ 2023
ອະດີດ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ ສະແດງທ່າທາງ ຫຼັງຈາກກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ຂອງ​ພັກຣີພັບ​ລີ​ກັນຂອງລັດຄາໂຣໄລນາ​ເໜືອ ທີ່​ເມືອງ Greensboro, ລັດຄາໂຣໄລນາເໜືອ, ວັນທີ 10 ມິຖຸນາ 2023

ທ່ານ ວິລລຽມ ບາຣ໌ (William Barr), ອະດີດເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍລະດັບສູງສຸດ ຂອງອະດີດປະທານາທິບໍດີສະຫະລັດທ່ານ ດໍໂນລ ທຣຳ ໃນ ໄລຍະສຸດທ້າຍຂອງການເປັນປະທານາທິບໍດີຂອງທ່ານ, ກ່າວໃນວັນອາທິດວານນີ້ວ່າ ການຟ້ອງຮ້ອງທາງອາຍາທີ່ກ່າວຫາທ່ານທຣຳ ວ່າ ເກັບຮັກສາເອກະສານດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ເປັນຄວາມລັບ ຢ່າງຜິດກົດໝາຍ ໃນໄລຍະທີ່ທ່ານອອກຈາກຕຳແໜ່ງ ໃນປີ 2021 ແມ່ນ "ເປັນຕາເສຍໃຈຫຼາຍ."

ຢ່າງໃດກໍຕາມ, ສະມາຊິກພັກຣີພັບລີກັນຄົນອື່ນໆ, ໄດ້ອອກມາປົກປ້ອງທ່ານທຣຳ, ໂດຍກ່າວວ່າ ການຟ້ອງຮ້ອງນີ້ແມ່ນການໂຈມຕີທາງດ້ານການເມືອງທີ່ບໍ່ມີເຫດຜົນ ເພື່ອປ້ອງກັນບໍ່ໃຫ້ທ່ານໄດ້ຮັບໄຊຊະນະ ເອົາທໍານຽບຂາວກັບຄືນ ໃນການເລືອກຕັ້ງປະທານາທິບໍດີປີ 2024.

"​ເຖິງ​ແມ່ນ​ພຽງແຕ່ ເຄິ່ງນຶ່ງຂອງມັນແມ່ນຄວາມຈິງ, ແມ່ນທ່ານຈະມີບັນຫາຫຼາຍ. ຂ້າພະເຈົ້າຫມາຍຄວາມວ່າ, ມັນເປັນການຟ້ອງຮ້ອງທີ່ລະອຽດຫຼາຍ," ທ່ານບາຣ໌ (Barr), ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳຂອງທ່ານທຣຳ ໃນປີ 2019 ແລະ 2020, ບອກກັບລາຍການ “Fox News Sunday”. “ແນວຄິດໃນການນຳສະເໜີທຣຳໃນຖານະເປັນຜູ້ເຄາະຮ້າຍ ຢູ່ນີ້ - ຜູ້ເຄາະຮ້າຍຂອງການ​ຊອກ​ຫາ​ຈັບ​ຄວາມ​ຜິດ - ແມ່ນເປັນເລື່ອງຕະຫລົກ."

ທ່ານບາຣ໌ ກ່າວຕື່ມວ່າ, "ພວກເຮົາບໍ່ສາມາດລືມໄດ້ວ່າເລື້ອງທັງໝົດນີ້ ເກີດຂື້ນຍ້ອນການປະພຶດທີ່ປະ​ໝາດຂອງປະທານາທິບໍດີ" ໂດຍການເອົາເອກະສານລັບຫຼາຍກວ່າ 300 ສະບັບ ໄປກັບລາວ ໄປທີ່ບ້ານພັກແຄມມະຫາສະໝຸດ Mar-a-Lago ໃນລັດຟລໍຣີດາ ໃນໄລຍະການເປັນປະທານາທິບໍດີຂອງທ່ານສິ້ນສຸດລົງ ແລະທ່ານໄດ້ອອກຈາກວໍຊິງຕັນ, ແທນທີ່ຈະສົ່ງ​ເອກະສານດັ່ງກ່າວໃຫ້ອົງການເກັບມ້ຽນເອກະສານແຫ່ງຊາດ, ຕາມທີ່ກໍານົດໄວ້ໃນກົດຫມາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG