ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ​ເໝົາ​ລຳ​ທີ່​ຖືກກັກ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ອອກ​ຈາກ ຝ​ຣັ່ງ, ຜູ້​ໂດຍ​ສານ​ສ່ວນຫຼາຍ​ຈະມຸ່ງ​ໜ້າ​ໄປ ອິນ​ເດຍ


ໃນ​ພາບ​ວັນ​ທີ 1 ສິງ​ຫາ 2016 ນີ້​ສະ​ແດງ​ໃຫ້​ເຫັນ​ສະ​ໜາມ​ບິນ ວາ​ທ​ຣີ ປາ​ຣີ, ໃກ້​ກັບ​ເມືອງ ວາ​ທ​ຣີ, ຝ​ຣັ່ງ.
ໃນ​ພາບ​ວັນ​ທີ 1 ສິງ​ຫາ 2016 ນີ້​ສະ​ແດງ​ໃຫ້​ເຫັນ​ສະ​ໜາມ​ບິນ ວາ​ທ​ຣີ ປາ​ຣີ, ໃກ້​ກັບ​ເມືອງ ວາ​ທ​ຣີ, ຝ​ຣັ່ງ.

ເຮືອ​ບິນ​ເໝົາ​ລຳ​ທີ່​ຖືກ​ປົກປິດໄວ້ບໍ່ໃຫ້ເຫັນ​ ໃນ​ຂະ​ນະ​ທີ່​ກຳ​ລັງ​ນຳ​ພາ​ຜູ້​ໂດຍ​ສານ​ຊາວອິນ​ເດຍ 303 ຄົນ​ ໄປ​ປະ​ເທດ ນິ​ກາ​ຣາ​ກົວ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ອອກ​ຈາກ​ເດີ່ນ​ບິນ ຝ​ຣັ່ງ ​ໃນ​ວັນ​ອາ​ທິດ​ວານນີ້ ເຊິ່ງ​ມັນ​ຖືກ​ສັ່ງໃຫ້ຈອດໄວ້ ​ເປັນ​ເວ​ລາ 4 ວັນ​ສຳ​ລັບ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ ການ​ຄ້າ​ມະ​ນຸດ. ທະ​ນາຍ​ຄວາມ​ຄົນ​ນຶ່ງ​ ສຳ​ລັບສາຍ​ການ​ບິນ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ເຮືອ​ບິນ​ລຳ​ນັ້ນ​ຈະ​ນຳ​ເອົາ​ຜູ້​ໂດຍ​ສາ​ນຫຼາຍ​ຄົນ​ທີ່​ຕິດ​ຄ້າງ​ຢູ່ນັ້ນ ​ກັບ​ຄືນ​ໄປ ອິນ​ເດຍ ໃນ​ວັນ​ຈັນ​ມື້ນີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ໄດ້​ເຮັດ​ວຽກ​ໝົດ​ມື້​ກ່ອນ​ວັນ ຄ​ຣິ​ສ​ມາ​ສ ກ່ຽວ​ກັບ ລະ​ບຽບຂອງ​ທາງ​ການ​ເພື່ອ​ອະ​ນຸ​ຍາດ​ໃຫ້​ຜູ້​ໂດຍ​ສານ​ບາງ​ຄົນ​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ ວາ​ທ​ຣີ ທີ່​ມີ​ຂະ​ໜາດ​ນ້ອຍ​ໃນ​ເມືອງ ແຊມ​ເປນ, ຜູ້​ພິ​ພາກ​ສາ​ໃນ​ພາກ​ພື້ນ​ທ່ານ​ນາງ ແອນ​ນິກ ບ​ຣາ​ວ​ນ໌ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ. ຜູ້​ໂດຍ​ສານ​ໝົດ​ທຸກ​ຄົນ, ລວມ​ທັງ​ເດັກ​ນ້ອຍ​ອາ​ຍຸ 21 ເດືອນ, ແມ່ນ​ໄດ້​ຕິດ​ຄ້າງ​ຢູ່​ໃນ​ຕຶກ​ສະ​ໜາມ​ບິນນັບ​ຕັ້ງແຕ່ ​ວັນ​ພະ​ຫັດ​ທີ່​ຜ່າ​ນ​ມາ.

ຜູ້ໂດຍສານສອງຄົນໄດ້ຖືກຄວບຄຸມຕົວ ອັນເປັນສ່ວນນຶ່ງຂອງການສືບສວນແບບພິເສດຂອງຝຣັ່ງ ໃນຄວາມສົງໄສຂອງການຄ້າມະນຸດ ໂດຍການຈັດແຈງຂອງກຸ່ມອາຊະຍາກຳ. ສ່ວນພວກຄົນອື່ນໆຈຳນວນນຶ່ງ ໄດ້ຂໍລີໄພຢູ່ໃນປະເທດຝຣັ່ງ ອີງຕາມລັດຖະບານທ້ອງຖິ່ນ. ບັນດາໄອຍະການ ໄດ້ກ່າວວ່າຜູ້ໂດຍສານ 11 ຄົນແມ່ນເດັກນ້ອຍທີ່ບໍ່ມີຜູ້ປົກຄອງເດີນທາງມານຳ ຜູ້ທີ່ໄດ້ຢູ່ພາຍໃຕ້ການເບິ່ງແຍງຂອງຄະນະຜູ້ບໍລິຫານພິເສດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG