ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ຜູ້​ປົກ​ຄອງ​ລັດ​ອິນ​ດຽນ​ນາ ແມ່ນ​ເຈົ້າ​ໜ້າ​ທີ່​ຄົນ​ຫຼ້າ​ສຸດ ຂອງ​ສະ​ຫະ​ລັດ ທີ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໄຕ້​ຫວັນ​ຢ່າງ​ເປັນ​ທາງ​ການ


ແຟ້ມ - ຜູ້​ປົກ​ຄອງ​ລັດ​ອິນ​ດຽນ​ນາ ທ່ານ​ເອ​ຣິກ ໂຮ​ລ​ຄຳ ທີ່​ນະ​ຄອນອອ​ດ​ຕາ​ວາ ແຂວງ​ອອນ​ຕາ​ຣີ​ໂອ ປະ​ເທດ​ກາ​ນາ​ດາ ເມື່ອ​ວັນ​ທີ 26 ມີ​ນາ 2018.
ແຟ້ມ - ຜູ້​ປົກ​ຄອງ​ລັດ​ອິນ​ດຽນ​ນາ ທ່ານ​ເອ​ຣິກ ໂຮ​ລ​ຄຳ ທີ່​ນະ​ຄອນອອ​ດ​ຕາ​ວາ ແຂວງ​ອອນ​ຕາ​ຣີ​ໂອ ປະ​ເທດ​ກາ​ນາ​ດາ ເມື່ອ​ວັນ​ທີ 26 ມີ​ນາ 2018.

ຜູ້​ປົກ​ຄອງ​ລັດ​ອິນ​ດຽນ​ນາ ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ໄທ​ເປ ໃນ​ວັນ​ອາ​ທິດ​ວານນີ້ ຊຶ່ງກາຍ​ເປັນ​ເຈົ້າ​ໜ້​າ​ທີ່​ສະ​ຫະ​ລັດ​ຄົນ​ຫຼ້າ​ສຸດ ທີ່​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໄຕ້​ຫວັນ ແລະ​ບໍ່​ຍອມ​ປະ​ຕິ​ບັດ​ຕາມ​ການ​ກົດ​ດັນ​ຂອງ​ຈີນ​ເພື່ອ​ໃຫ້​ຍົກ​ເລີກການ​ເດີນ​ທາງ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຈີນ ຊຶ່ງ​ໄດ້​ກ່າວ​ອ້າງວ່າ ໄຕ້​ຫວັນທີ່​ປົກ​ຄອງ​ແບບ​ປະ​ຊາ​ທິ​ປະ​ໄຕ ເປັນ​ດິນ​ແດນ​ຂອງ​ຕົນ ທັງໆ​ທີ່​ລັດ​ຖະ​ບານ​ໄທ​ເປ​ໄດ້​ມີ​ການ​ຄັດ​ຄ້ານ​ຈາກ​ແຂງ​ຂັນນັ້ນ ຈຶ່ງ​ໄດ້​ຈັດ​ໃຫ້​ມີ​ການ​ຊ້ອມ​ລົບ​ແລະ​ຝຶກ​ແອບ​ທາງ​ທະ​ເນ ໃກ້​ກັບ​ເກາະ​ໄຕ້​ຫວັນ ນັບ​ແຕ່​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ໄທ​ເປ​ເປັນ​ເວ​ລາ​ 2 ມື້ ໃນ​ຕົ້ນ​ເດືອນນີ້.

ໃນ​ອາ​ທິດ​ແລ້ວ ກໍ​ມີ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ຈຸ​ທີ 2 ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໄຕ້​ຫວັນ.

ຜູ້​ປົກ​ຄອ​ງ​ລັດ ເອ​ຣິກ ໂຮ​ລ​ຄຳ (Eric Holcomb) ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ ທ່ານ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເກົາ​ຫຼີ​ໃຕ້ ໃນ​ຂະ​ນະ​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ​ກ່າວ​ວ່າ ທ່ານ​ຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໄຊ​ອິ້ງ​ເຫວິນ ໃນ​ຕອນ​ເຊົ້າ​ຂອງວັນ​ຈັນ​ມື້ນີ້.

ທ່ານ​ໂຮ​ລ​ຄຳ ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕື​ລື​ລົ້ນເພື່ອ​ຈະ​ໃຊ້​ເວ​ລາໃນ​ອາ​ທິດນີ້​ ເພື່ອ​ເສີມ​ສ້າງ​ຄວາມ​ສຳ​ພັນ​ໃໝ່ ພ້ອມ​ທັງ​ເນັ້ນ​ຢ້ຳ ​ເຖິງ​ຄວາມ

​ຄວາມ​ສຳ​ພັນ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ ແລະ​ເສີມ​ຂະ​ຫຍາຍ​ຄວາມ​ເປັນ​ພາ​ຄີ​ໃນ​ພາກ​ສ່ວນ​ທີ່​ສຳ​ຄັນໆ​ກັບ​ໄຕ້​ຫວັນ​ ແລະ​ເກົາ​ຫຼີ​ໄຕ້.”

ທ່ານ​ໄດ້​ກ່າ​ວ​ເຖິງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໄຕ້​ຫວັນ ແລະ​ເກົາ​ຫຼີ​ໃຕ້​ວ່າ “ເປັນ​ການ​ເດີນ​ທາງ​ເພື່ອ​ເສີມ​ສ້າງ​ເສດ​ຖະ​ກິດ” ໂດຍ​ເວົ້າ​ວ່າ ທ່ານ​ເປັນ​ຜູ້​ປົກ​ຄອງ​ລັດ​ຄົນ​ທຳ​ອິດ​ທີ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ໄຕ້​ຫວັນ ນັບ​ແຕ່ການ​ລະ​ບາດ​ຂອງ​ໂຄວິດ-19 ໄດ້​ເລີ້​ໝ​ຂຶ້ນ​ເມື່ອ​ສອງ​ປີ​ກ່ອນ.

ທ່ານ​ໂຮ​ລ​ຄຳ ຂຽນ​ລົງ​ໃນ​ບັນ​ຊີ​ທວີດ​ເຕີ້​ຂອງ​ທ່ານ​ວ່າ “ຄະ​ນະ​ຜູ້​ແທນ​ຂອງ​ພວກ​ເຮົາ​ຈະ​ໃຊ້​ເວ​ລາ​ໃນ​ອາ​ທິດນີ້ ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ຜູ້​ນຳ​ທຸ​ລະ​ກິດ ແລະ​ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ ເພື່ອ​ເສີມ​ຂະ​ຫຍາຍ​ເສດ​ຖະ​ກິດ​ຂອງ​ລັດ​ອິນ​ດຽນ​ນາ ການ​ສຶກ​ສາ ແລະ​ການ​ເຊື່ອມ​ຕໍ່​ທາງ​ດ້ານ​ວັດ​ທະ​ນະ​ທຳ​ກັບ​ໄຕ້​ຫວັນ​ແລະ​ເກົາ​ຫຼີ​ໃຕ້.”

ຍັງ​ບໍ່​ມີ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ໃດໆ​ຈາກ​ຈີນໃນ​ທັນ​ທີ​ເທື່ອ ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ໄປ​ເຖິງ​ໄຕ້​ຫວັນ.

ຈີນ​ກ່າວ​ວ່າ ໄຕ້​ຫວັນ​ແມ່ນ​ບັນ​ຫາ​ທີ່​ສຳ​ຄັນ​ສຸດ​ແລະ​ມີ​ຄວາມ​ຫຼໍ່​ແຫຼມ ຕໍ່​ຄວາມ​ສຳ​ພັນ​ກັບ​ວໍ​ຊິງ​ຕັນ ແລະ​ຕົນ​ຖື​ວ່າ​ເກາະ​ດັ່ງ​ກ່າວ​ແມ່ນ​ບັນ​ຫາ​ພາຍ​ໃນ​ຂອງ​ຕົນ.

ແຕ່​ລັດ​ຖະ​ບານ​ໄຕ້​ຫວັນ​ກ່າວ​ວ່າ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ບໍ່​ເຄີຍ​ປົກ​ຄອງເກາະ​ດັ່ງ​ກ່າວມາ​ກ່ອນ ​ແລະ​ກໍ​ບໍ່​ມີ​ສິດ​ທີ່​ຈະ​ກ່າວ​ອ້າງ​ເອົາ​ກຳ​ມະ​ສິດ​ເໜືອ​ໄຕ້​ຫວັນ ແລະ​ມີ​ແຕ່​ປະ​ຊາ​ຊົນ​ຊາວ​ໄຕ້​ຫວັນ 23 ລ້ານ​ຄົນ​ເທົ່າ​ນັ້ນ ສາ​ມາດ​ຕັດ​ສິນ​ໃຈ​ກ່ຽວ​ກັບອະ​ນາ​ຄົດ​ຂອງ​ພວກ​ເຂົາ​ເຈົ້າ.

ການ​ຝຶກ​ຊ້ອມ​ທາງ​ທະ​ຫານຂອງກອງ​ທັບ​ຈີນ ຍັງ​ດຳ​ເນີນ​ຢູ່​ຕໍ່ໄປ​ໃນ​ບໍ​ລິ​ເວນ​ອ້​ອມ​ຮອບ​ເກາະ​ໄຕ້​ຫວັນ ເຖິງ​ແມ່ນ​ມີ​ຂະ​ໜາດ​ຫລຸດ​ລົງ ​ກວ່າ​ໃນ​ເວ​ລາຫຼັງ​ຈາກ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມຂອງ​ທ່ານ​ນາງ​ເພ​ໂລ​ຊີ​ກໍ​ຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG