ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວບ້ານ ໃນປະເທດ ອິນເດຍ ກີດກັ້ນ ແມ່ຍິງ ບໍ່ໃຫ້ເຂົ້າໄປ ສັກກາລະບູຊາ ໃນວັດ ຮິນດູ


ນັກສະແຫວງບຸນຊາວ ອິນເດຍ ເຕົ້າໂຮມກັນທີ່ວັດ Shani Shingnapur ໃນເມືອງ Ahmednagar, ປະມານ 200 ກິໂລແມັດໄປທາງພາກຕາເວັນອອກຂອງນະຄອນ ມຸມໄບ. 2 ເມສາ, 2016.
ນັກສະແຫວງບຸນຊາວ ອິນເດຍ ເຕົ້າໂຮມກັນທີ່ວັດ Shani Shingnapur ໃນເມືອງ Ahmednagar, ປະມານ 200 ກິໂລແມັດໄປທາງພາກຕາເວັນອອກຂອງນະຄອນ ມຸມໄບ. 2 ເມສາ, 2016.

ຊາວບ້ານຫຼາຍຮ້ອຍຄົນໄດ້ກີດກັ້ນກຸ່ມຂອງນັກເຄື່ອນໄຫວແມ່ຍິງຈຳນວນ 30 ຄົນຈາກ ການບຸກ ເຂົ້າໄປໃນສະຖານທີ່ສັກສິດຂອງວັດສາສະໜາຮິນດູ ໃນພາກຕາເວັນຕົກຂອງ ປະເທດ ອິເດຍ ໃນວັນເສົາວານນີ້.

ສານສູງ ໃນນະຄອນຫຼວງ Mumbai ໄດ້ຕັດສິນມື້ໜຶ່ງກ່ອນໜ້ານີ້ວ່າແມ່ຍິງຫຼາຍຄົນມີສິດ ທິໂດຍພື້ນຖານ ທີ່ຈະເຂົ້າໄປໃນວັດແຫ່ງຕ່າງໆຂອງລັດ Maharashtra, ເປັນຄຳຕັດ ສິນຕ້ານປະເພນີທີ່ມີມາຫຼາຍຮ້ອຍປີ ເຊິ່ງຫ້າມບໍ່ໃຫ້ແມ່ຍິງເຂົ້າໄປໄຫວ້ບູຊານັ້ນ. ກົດໝາຍ ປີ 1956 ໄດ້ກຳນົດໃຫ້ເປັນຄະດີອາຍາ ທີ່ຫ້າມແມ່ຍິງບໍ່ໃຫ້ເຂົ້າໄປໃນວັດສາສະໜາ ຮິນດູ ດັ່ງກ່າວ. ບັນດານັກເຄື່ອນໄຫວແມ່ຍິງໄດ້ເຂົ້າໄປໃນບໍລິເວນຂອງວັດ Shani Shingnapur ໃນລັດ Maharashtra ແຕ່ໄດ້ຖືກປ້ອງກັນຈາກການເຂົ້າໄປໃນສະຖານທີ່ ສັກສິດ ໂດຍເຈົ້າໜ້າທີ່ຂອງວັດ ແລະ ຊາວບ້ານຫຼາຍຄົນ. ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ໄດ້ເຄື່ອນຍ້າຍແມ່ຍິງອອກໄປຈາກສະຖານທີ່ປະມານ 100 ແມັດຫ່າງຈາກວັດເພື່ອ ຄວາມປອດໄພຂອງພວກເຂົາເຈົ້າ.

ນາງ Trupti Desai ຜູ້ນຳຂອງກຸ່ມນັກເຄື່ອນໄຫວໄດ້ກ່າວວ່າ “ສານກິຕິມະສັກໄດ້ຮັບຮູ້ ສິດຂອງພວກເຮົາເພື່ອໃຫ້ເຂົ້າໄປບູຊາຢູ່ໃນວັດນັ້ນ.”

ນາງ Desai ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນວ່າ “ຕຳຫຼວດຕ້ອງສະໜອງການປ້ອງກັນໃຫ້ ແກ່ພວກເຮົາ ແລະ ອະນຸຍາດໃຫ້ພວກເຮົາເຂົ້າໄປໃນສານເຈົ້າແຫ່ງດັ່ງກ່າວ.” ລາວໄດ້ ກ່າວເພີ່ມເຕີມວ່າກຸ່ມຂອງລາວຈະຈັດການປະທ້ວງທີ່ຄ້າຍຄືກັນທີ່ສະສານເຈົ້າແຫ່ງອື່ນໆ ດ້ວຍ.

ແມ່ຍິງໄດ້ຖືກຫ້າມຈາກການເຂົ້າໄປບູຊາໃນສະຖານທີ່ສັກສິດຫຼາຍແຫ່ງໃນປະເທດ ອິນເດຍ, ລວມທັງ ສະຖານທີ່ສັກສິດຂອງຊາວມຸສລິມ ວັດອິສລາມ Haji Ali Dargah ຂອງນະຄອນຫຼວງ Mumbai ແລະ ວັດຮິນດູ Sabarimala ໃນເມືອງ Kerala ນຳ.

XS
SM
MD
LG