ຄົນນຶ່ງຕາຍຢູ່ໃນເຂດຊາຍແດນຂອງແຄວ້ນ Kashmir ທີ່ຍັງມີ
ການຖົກຖຽງ ໂຕ້ຖຽງກັນນັ້ນ.
ເຈົ້າໜ້າທີ່ກ່າວວ່າ ທະຫານຄົນນີ້ໄດ້ຖືກຂ້າຕາຍ ໃນການຍິງຕໍ່
ສູ້ກັນໃນ ວັນພະຫັດວານນີ້ ເວລາຜູ້ກ່ຽວຂ້າມເສັ້ນຄວບຄຸມຊຶ່ງ
ເປັນເສັ້ນແບ່ງຊາຍ ແດນທາງທະຫານ ຢູ່ໃນແຄວ້ນດັ່ງກ່າວ.
ອິນເດຍ ຄາດວ່າຈະສົ່ງຊາກສົບຂອງທະຫານຄົນນີ້ຄືນໃຫ້
ປາກິສຖານ ໃນວັນສຸກມື້ນີ້.
ເດືອນແລ້ວນີ້ ທະຫານປາກິສຖານສາມຄົນ ແລະທະຫານ
ອິນເດຍສອງຄົນ ໄດ້ເສຍຊີວິດຈາກການຍິງຕໍ່ສູ້ກັນ ທີ່ລະ
ເບີດຂຶ້ນ ຢູ່ຕາມເສັ້ນແບ່ງຊາຍແດນນັ້ນ.
ສອງປະເທດເພື່ອນບ້ານໃນເຂດເອເຊຍໃຕ້ດັ່ງກ່າວໄດ້ເຮັດສົງຄາມສອງ ຄັ້ງມາແລ້ວ ກ່ຽວກັບແຄວ້ນ Kashmir ນັບຕັ້ງແຕ່ໄດ້ຮັບເອກກະລາດ ຈາກອັງກິດໃນປີ 1947. ອິນເດຍ ແລະປາກິສຖານ ຕ່າງກໍອ້າງກຳມະ ສິດໂດຍເຕັມເອົາແຄວ້ນແຄັສເມຍ.