ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ລົດ​ໄຟຕໍາກັນທີ່ອິນ​ເດຍ ພາໃຫ້ມີຜູ້ເສຍຊີວິດ 21 ຄົນ


​ລົດ​ໄຟຕໍາກັນທີ່ອິນ​ເດຍ ພາໃຫ້ມີຜູ້ເສຍຊີວິດ 21 ຄົນ
​ລົດ​ໄຟຕໍາກັນທີ່ອິນ​ເດຍ ພາໃຫ້ມີຜູ້ເສຍຊີວິດ 21 ຄົນ

ໃນ​ພາກ​ກາງຂອງ​ອິນ​ເດຍພວກ​ຄົນ​ງານ​ລົດ​ໄຟຍັງພາກັນ
ພະຍາຍາມດຶງ​ເອົາ​ພວກ​ຜູ້​ໂດຍສານ ອອກ​ມາ​ຈາກ​ຊາ​ກຫັກ
ເພພັງ​ຂອງລົດ​ໄຟຫລັງ​ຈາກເກີດ​ອຸບັດ​ຕິ​ເຫດລົດ​ໄຟຂົນ​ສົ່ງ
ແລ່ນ​ເຂົ້າຕຳ​ລົດ​ໄຟໂດຍສານທີ່​ຈອດ​ຢູ່ໃນວັນ​ຈັນ​ມື້​ນີ້​ທີ່​ພາ​
ໃຫ້​ມີຜູ້​ເສຍຊີວິດ​ຢ່າງ​ຕໍ່າ 21 ຄົນ ແລະທາງ​ການ​ກ່າວ​ວ່າ​
ຢ່າງ​ນ້ອຍ 50 ຄົນ​ ​ໄດ້​ຮັບ​ການ​ບາດ​ເຈັບ.

ອຸບັດຕິ​ເຫດເກີດ​ຂຶ້ນ​ໃນ​ຕອນເຊົ້າມືດ​ມື້​ນີ້​ ທີ່ສະຖານ​ນີ
Badarwasໃນລັດ Madhya Pradesh ທ່າມກາງ​ຝົນ
ຕົກ​ໜັກແລະ​ອາກາດມືດ​ມົວ​ມອງ​ບໍ່​ເຫັນໄກ. ທາງ​ການ
ກຳລັງສືບສວນຫາສາ​ເຫດ​ທີ່​ແທ້​ຈິງຂອງອຸບັດຕິ​ເຫດຢູ່.

ຕາໜ່າງ​ລົດໄຟທີ່​ໃຊ້​ຫລາຍ​ຂອງ​ອິນ​ເດຍນັ້ນ​ ແມ່ນ​ເປັນນຶ່ງ​ໃນ​ຕາໜ່າງທີ່​ໃຫຍ່ທີ່​ສຸດໃນ​ໂລກ ຊຶ່ງ​ມີລົດໄຟໂດຍສານ​ ປະມານ 9,000 ສາຍທີ່ໃຊ້​ບໍລິການຜູ້​ໂດຍສານ ​ເຖິງ 18 ລ້ານ​ຄົນ​ ໃນ​ແຕ່​ລະ​ມື້. ​ແລະ​ກໍ​ໄດ້​ມີ​ອຸບັດຕິ​ເຫດ​ທາງລົດໄຟ​ ເກີດ​ຂຶ້ນ​ປະມານ 300 ລາຍ​ໃນ​ແຕ່ລະ​ປີ.

XS
SM
MD
LG