ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ​ສູງ​​ອິນ​ເດຍ​​ ເຫັນ​ດີ​ນໍາ ​​ຮ່າງ​ກົດໝາຍ​ ຕ້ານ​ການ​ຮັກຮ່ວມ​ເພດ


ຕຶກ​ສານ​ສູງ ອິນ​ເດຍ
ຕຶກ​ສານ​ສູງ ອິນ​ເດຍ
ສານ​ສູງ​ຂອງ​ອິນ​ເດຍ​ໄດ້​ຕັດສິນ ​ເຫັນ​ດີ​ນໍາຮ່າງ​ກົດໝາຍ​ປາງ
​ສັດຕະວັດ​ທີ 19 ທີ່​ເຮັ​ດ​ໃຫ້ການມີ​ເພດ​ສໍາພັນ​ກັບ​ຄົນເພດ
ດຽວ​ກັນ​ນັ້ນ ​ເປັນ​ອາຊະຍາ​ກໍາ ຊຶ່ງ​ເປັນ​ການລົບ​ລ້າງ​ການ​
ຕັດ​ສິນ​ໃຈ​ໃນ​ເມື່ອ​ກ່ອນ​ຂອງ​ສານ.

ສານ​ສູງ​ສຸດໄດ້​ອອກ​ຄໍາຕັດສິນ​ໃນ​ວັນ​ພຸດ​ມື້​ນີ້ ວ່າການ​ຕັດ​ສິນ
ຂອງສານ​ສູງ​ເມື່ອ​ ປີ ​2009 ນັ້ນ ​ທີ່​ໄດ້​ລົບ​ລ້າງ​ກົດໝາຍດັ່ງກ່າວ
​ນັ້ນ ບໍ່​ຖືກຕ້ອງ​ຕາມລັດຖະທໍາ​ມະນູນ ຊຶ່ງ​ສານ​ກ່າວ​ວ່າ ການ​ຕັດ
​ສິນ​ໃຈກ່ຽວ​ກັບ​ເລື້ອງ​ນີ້ ​ຄວນ​ຈະມາ​ຈາກ​ພວກຜູ້​ແທນ​ສະພາ
​ແຫ່ງ​ຊາດອິນ​ເດຍ​ ກໍ​ຄື​ຝ່າຍ​ນິຕິບັນຍັດ ບໍ່​ແມ່ນຝ່າຍ​ຕຸ​ລາ​ການ.

ຄໍາ​ຕັດສິນ​ຂອງ​ສານ​ສູງ​ສຸດໃນ​ມື້​ນີ້ ​ໄດ້ສ້າ​ງຄວາມ​ປາ​ໄຊ​ໃຫ້​ແກ່​ພວກ​ທີ່​ສະໜັບສະໜຸນ
ພວກຮັກ​ຮ່ວມເພດ ທີ່​ໄດ້​ຄາດ​ຫວັງ​ວ່າສານ​ສູງ​ສຸດຈະ​ຍັງ​ເຫັນ​ດີ​ກັບ​ຄໍາ​ຕັດສິນ​ເມື່ອ​ປີ ​
2009 ນັ້ນຢູ່. ພວກ​ນັກ​ເຄື່ອນ​ໄຫວ​ທີ່ຢູ່ຂ້າງ​ນອກ​ສານ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ
ກົດໝາຍໃໝ່​ນີ້​ອະນຸຍາດ​ໃຫ້​ຕໍາຫຼວດ ຮາວີ​ກັ່ນ​ແກ້ງພວກ​ທີ່​ຮັກ​ຮ່ວມ​ເພດທັງຫຼາຍ​ ຫຼື
ກະ​ເທີຍ​ນັ້ນໄດ້.

ທະນາຍຄວາມ Anand Grover ​ກ່າວ​ວ່າ ພວກເຄື່ອນ​ໄຫວເພື່ອ​ສິດທິ​ຂອງ​ພວກ​ຮັກ​
ຮ່ວມ​ເພດ​ ຈະສືບ​ຕໍ່ ຕໍ່ສູ້​ເພື່ອ​ສິດທິ​ດັ່ງກ່າວ.

​ການ​ຕັດ​ສິນ​ໃຈຂອງ​ສານ ເມື່ອປີ ​2009 ​ໄດ້​ກ່າວ​ວ່າ ກົດໝາຍ​ທີ່​ຕໍ່ຕ້ານ​ ພວກ​ທີ່​ພົວພັນ​ໃນ
ການປະກອບ​ກິດຈະ​ກໍາທາງ​ເພດກັບ​ຄົນເພດ​ດຽວ​ກັນ ທີ່​ຜິດ​ມະນຸດມະ​ນາຝືນ​ຕໍ່ ​ທໍາ​ມະ​ຊາດ​ນັ້ນ” ນັ້ນ​ ແມ່ນເປັນການລະເມີດຕໍ່ສິດທິ​ຂັ້ນພື້ນຖານຂອງ​ຊາວອິນ​ເດຍ. ກົດໝາຍ​ດັ່ງກ່າວ​ນີ້ ໃຫ້​ໂທດ​ແກ່ພວກຮັກເຮ່ວມເພດຂັ້ນ​ຮ້າຍແຮງ ຄືຈໍາ​ຄຸກເຖິງ 10 ປີ​ໄດ້.
XS
SM
MD
LG