ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ອິນເດຍ ປະຕິເສດ ການຂໍອຸທອນ ເພື່ອໃຫ້ຂັງ ນັກໂທດ ຂົ່ມຂືນຊຳເລົາ ໄວ້ໃນຄຸກຕໍ່ໄປ.


ສະມາຊິກຂອງອົງການນັກສຶກສາ ອິນເດຍ ABVP ຮ້ອງຄຳຂວັນ ໃນຂະນະທີ່ພວກເຂົາເຈົ້າກຳລັງປະທ້ວງ
ການປ່ອຍໂຕນັກໂທດເຍົາວະຊົນ ໃນຄະດີຂົ່ມຂືນເປັນ
ກຸ່ມທີ່ເຖິງແກ່ຊີວິດໃນປີ 2012 ທີ່ສະເທືອນປະເທດ ໃນນະຄອນຫຼວງ ນິວ ເດລີ, ອິນເດຍ, 20 ທັນວາ, 2015.
ສະມາຊິກຂອງອົງການນັກສຶກສາ ອິນເດຍ ABVP ຮ້ອງຄຳຂວັນ ໃນຂະນະທີ່ພວກເຂົາເຈົ້າກຳລັງປະທ້ວງ ການປ່ອຍໂຕນັກໂທດເຍົາວະຊົນ ໃນຄະດີຂົ່ມຂືນເປັນ ກຸ່ມທີ່ເຖິງແກ່ຊີວິດໃນປີ 2012 ທີ່ສະເທືອນປະເທດ ໃນນະຄອນຫຼວງ ນິວ ເດລີ, ອິນເດຍ, 20 ທັນວາ, 2015.

ສານສູງສຸດຂອງ ອິນເດຍ ໄດ້ປະຕິເສດການອຸທອນເພື່ອຮັກສາ ຊາຍໜຸ່ມຄົນໜຶ່ງໄວ້ຢູ່ໃນຄຸກ. ລາວແມ່ນໜຶ່ງໃນກຸ່ມຂອງຜູ້ຊາຍ 6 ຄົນທີ່ໄດ້ຂົ່ມຂືນແມ່ຍິງໜຸ່ມຄົນໜຶ່ງຢ່າງໂຫດຮ້າຍໃນປີ 2012.

ສານໄດ້ກ່າວໃນວັນຈັນມື້ນີ້ວ່າ “ພາຍໃຕ້ກົດໝາຍປະຈຸບັນນີ້, ການກັກຂັງແມ່ນບໍ່ສາມາດຍືດເຍື້ອອອກໄປດົນກວ່າ 3 ປີ.”

ຜູ້ຊາຍຄົນອື່ນທັງ 5 ຄົນໄດ້ຖືກສົ່ງໄປເຂົ້າຄຸກ, ແຕ່ວ່າມີຜູ້ໜຶ່ງອາຍຸ ນ້ອຍທີ່ສຸດ ເຊິ່ງເວລານັ້ນມີອາຍຸ 17 ປີ, ໄດ້ຖືກສົ່ງໄປສະຖານທີ່ ດັດສ້າງເປັນເວລາ 3 ປີເຊິ່ງ ເປັນກຳນົດເວລາສູງສຸດທີ່ຖືກອະນຸ ຍາດພາຍໃຕ້ກົດໝາຍ ອິນເດຍ.

ກຳມະທິການ Delhi ເພື່ອແມ່ຍິງໄດ້ຮ່າງຄຳຮ້ອງເພື່ອຮັກສາຜູ້ຊາຍຄົນດັ່ງກ່າວເຊິ່ງຕອນນີ້ມີ ອາຍຸ 20 ປີໄວ້ໃນທີ່ຄຸມຂັງ.

ກຳມະທິການ Delhi ເພື່ອແມ່ຍິງໄດ້ຂຽນໃນຄຳຮ້ອງຂອງພວກເຂົາເຈົ້າວ່າ ລັດຖະບານ ອິນເດຍ ບໍ່ໄດ້ສົ່ງເອກະສານປະກອບການພິຈາລະນາ “ເພື່ອກຳນົດວ່າ ສະພາບຈິດຂອງຈຳ ເລີຍໄດ້ຖືກຟື້ນຟູ.. ຈຳເລີຍມີຄວາມຄິດແນວໂນ້ມທີ່ຈະສືບຕໍ່ກໍ່ກະທຳຜິດທາງກົດໝາຍ ອີກ ເຊິ່ງເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ແມ່ຍິງທັງຫຼາຍ.”

XS
SM
MD
LG