ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ອິນເດຍ ສັ່ງໃຫ້ ສືບສວນ ການຂົ່ມຂືນໝູ່ (ວີດີໂອ)


ເຈົ້າໜ້າທີ່ອິນເດຍ ເອົາເຊືອກມັດ ພວກຜູ້ຊາຍ ທີ່ຖືກກ່າວຫາວ່າ ທໍາການຂົ່ມຂືນໝູ່
ເຈົ້າໜ້າທີ່ອິນເດຍ ເອົາເຊືອກມັດ ພວກຜູ້ຊາຍ ທີ່ຖືກກ່າວຫາວ່າ ທໍາການຂົ່ມຂືນໝູ່
ສື່​ມວນ​ຊົນ​ອິນ​ເດຍ ລາຍ​ງານ​ວ່າ ສານ​ສູງ​ສຸດ ​ໄດ້​ສັ່ງ​ໃຫ້​ສືບສວນ
ກ່ຽວກັບ​ການ​ຂົ່ມຂືນ​ໝູ່ ​ຜູ້ຍິງ​ອາຍຸ 20 ປີ ທີ່ມີການກ່າວ​ຫາວ່າ ມີ
ຂຶ້ນໃນ​ຕົ້ນ​ອາທິດ​ນີ້​ໂດຍ​ຄໍາ ​ສັ່ງ​ຈາກ​ສະພາ​ບ້ານ.

ອົງການ​ຂ່າວຂອງ​ອິນ​ເດຍ ກ່າວ​ວ່າ ສານພາຍໃຕ້ການນໍາພາ​
ຂອງຫົວໜ້າຜູ້ພິ ພາກສາ ທ່ານ P. Sathasivam ​ໄດ້​ສ​ະ​ແດງ​
ຄວາມຕື່ນ​ຕົກ​ໃຈ ​ກ່ຽວກັບ​ເຫດ ຮ້າຍ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ 13 ຄົນ ຮວມ​ທັງ​ພໍ່ບ້ານ ​ໄດ້​ຖືກ​ຈັບ​ໃນ
​ຖານ​ພົວພັນ​ກັບ​ຄະດີນີ້.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສະພາ​ບ້ານ​ໃນເຂດສອກຫລີກຫ່າງໄກແຫ່ງນຶ່ງໃນລັດເບັງກາລ
ຕາເວັນຕົກ ໄດ້​ສັ່ງ​ໃຫ້​ທຳການຂົ່ມຂືນ ຕໍ່ແມ່ຍິງຄົນນີ້ ຍ້ອນນາງໄດ້ມີ ຄວາມຮັກກັບຜູ້ຊາຍ
ຄົນນຶ່ງ ທີ່ເປັນຄົນຕ່າງເຜົ່າ.

ເຈົ້າໜ້າທີ່ກ່າວວ່າ ສະພາບ້ານໄດ້ສັ່ງໃຫ້ປັບໃໝຄູ່ຊູ້ສາວນີ້ ​ຄົນລະ 25,000 ຣູປີຫລືປະ
ມານ 400 ​ໂດ​ລາ​. ​ເຂົາ​ເຈົ້າ​ກ່າວ​ວ່າ ຄອບຄົວຜູ້​ຊາຍ ​ສາມາດ​ທີ່​ຈະ​ຈ່າຍຄ່າປັບໃໝໄດ້.

​ເຈົ້າ​ໜ້າ​ທີ່ກ່າວ​ອີກ​ວ່າ ​ເຖິງ​ຢ່າງ​ໄດ້​ກໍ​ດີ ​ເວລາ​ຄອບຄົວຜູ້ຍິງກ່າວ​ວ່າ ​ເຂົາ​ເຈົ້າ​ທຸກ​ຍາກ​ຫຼາຍ
​ບໍ່ສາມາດຈ່າຍ​ຄ່າ​ປັບ​ໃ​ໝໄດ້ ທາງສະພາ​ບ້ານ ​ຈຶ່ງໄດ້​ສັ່ງ​ໃຫ້​ ທໍາ​ການ​ຂົ່ມຂືນ​ໝູ່. ຜູ້ຍິງ​ຄົນ
​ດັ່ງກ່າວ ກໍາລັງພັກຟື້ນ​ຮັກສາ​ບາດ​ແຜຂອງ​ນາງຢູ່​ທີ່ໂຮງໝໍ​ທ້ອງ​ຖິ່ນ.

India Rape-Thurs-1-24
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG