ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອດໍານໍ້າ ອິນເດຍ ເກີດ​ໄຟ​ໄໝ້​ ​ຂະນະທີ່ ຈອດຢູ່ ນະຄອນ Mumbai (ວີດີໂອ)


ທ່າເຮຶອອິນເດຍ ໃນນະຄອນ Mumbai
ທ່າເຮຶອອິນເດຍ ໃນນະຄອນ Mumbai
ລັດຖະມົນຕີປ້ອງກັນປະເທດຂອງອິນ​ເດຍ ກ່າວວ່າ ໄດ້ມີຄົນ​ເສຍ
​ຊີວິດຈໍານວ​ນນຶ່ງ ​ເວລາເຮືອດໍານໍ້າລໍາ​ນຶ່ງທີ່​ແລ່ນ​ດ້ວຍ​ນໍ້າມັນກາ​ຊວັນ
ເກີດ​ໄຟ​ໄໝ້​ແລະ​ຈົມນໍ້າ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ໂດຍ​ມີທະຫານ
​ເຮືອ​ຈໍານວນ 18 ຄົນ​ ຕິດ​ຄ້າງ​ຢູ່​ໃນເຮືອ.

ທ່ານ A.K. Anthony ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ ໃນຄໍາ​ຖະ​ແຫລ​ງ​
ຂອງທ່ານວັນ​ພຸດ​ມື້​ນີ້​ ​ພຽງ​ແຕ່​ກ່າວ​ວ່າ ທ່ານ​ໂສກ​ເສົ້າເສຍ​ໃຈ​ນໍາ​
ບັນດາ​ທະຫານ​ເຮືອ ທີ່​ເສຍ​ຊີວິດ​ໃນ​ການ​ຮັບ​ໃຊ້​ປະ​ເທດ​ຊາດ​ນັ້ນ.

ເບິ່ງວີດີໂອທີ່ກ່ຽວຂ້ອງ:
Fire, Explosion Traps Sailors on Indian Submarine
please wait

No media source currently available

0:00 0:00:49 0:00
ລິງໂດຍກົງ

ເຫດ​ລະ​ເບີດ​ບັ້ນ​ນຶ່ງ​ ໄດ້​ກໍ່​ໃຫ້​ເກີດ​ໄຟ​ໄໝ້ ​ໃນກໍາ​ປັ່ນ INS Sindhurakshak ທີ່ຫາກໍ​ໄດ້​ຮັບ
​ການສ້ອມ​ແປງ​ແລະ​ປັບປຸງ​ໃໝ່ ເມື່ອໄວໆມານີ້ເອງແລະເຮັດໃຫ້ກໍາ​ປັ່ນ​ຈົມ​ນໍ້າເຄິ່ງລໍາ ຢູ່ໃນບ່ອນ
ຈອດ​ໄວ້ ທີ່​ອູ່​ສ້ອມ​ແປງເຮືອ​ແຫ່ງ​ນຶ່ງ​ໃນນະຄອນ Mumbai. ໂຄສົກອງ ​ກອງ​ທັບ​ເຮືອ​ເວົ້າວ່າ
ເຫດ​ລະ​ເບີດ​ດັ່ງກ່າວ​ແມ່ນເປັນ​ອຸ​ປະຕິ​ເຫດ. ພວກພະນັກງານ​ກູ້​ໄພສຸກ​ເສີນ​ໄດ້​ມອດ​ໄຟ​ ແລະຍັງ​
ກໍາລັງ​ພະຍາຍາມ​ຊ່ອຍ​ເອົາ​ພວກ​ທີ່ລອດ​ຊີວິດ ອອກ​ມາ​ຈາກ​ກໍາ​ປັ່ນ.

ອຸ​ປະຕິ​ເຫດ​ຂອງ​ເຮືອ Sindhurakshak ດັ່ງກ່າວ​ນີ້ ມີ​ຂຶ້ນ ບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ທີ່​ອິນ​ເດຍ​ໄດ້​
ປະກາດ​ວ່າ ​ໂຮງ​ປັ່ນໄຟຟ້ານິວ​ເຄລຍຢູ່​ໃນ​ເຮືອ​ດໍາ​ນໍ້ານິວ​ເຄລຍລໍາ​ທໍາ​ອິດທີ່​ຕົນສ້າງ​ເອງ​ນັ້ນ ​
ໃຊ້​ການໄດ້ແລ້ວ​.
XS
SM
MD
LG