ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍກູ້ໄພອິນເດຍ ປະຕິບັດງານເພື່ອຊ່ວຍເຫຼືອ ຜູ້ຊາຍ 40 ຄົນ ທີ່ຕິດຢູ່ໃນອຸໂມງ ທີ່ຖະຫຼົ່ມລົງມາ


ຮູບພາບນີ້ ສະໜອງໃຫ້ໂດຍ ກອງກຳລັງຕອບສະໜອງໄພພິບັດຂອງລັດ ອຸດຕາຣາຄານ (SDRF) ສະແດງໃຫ້ເຫັນວຽກກູ້ໄພພາຍໃນອຸໂມງຖະໜົນ ທີ່ຖະຫຼົ່ມ ເຊິ່ງມີຄົນງານ 40 ຄົນຕິດຂ້າງໃນ ຢູ່ພາກເໜືອຂອງລັດ ອຸດຕາຣາຄານ (Uttarakhand) ປະເທດອິນເດຍ ວັນທີ 14 ພະຈິກ 2023.
ຮູບພາບນີ້ ສະໜອງໃຫ້ໂດຍ ກອງກຳລັງຕອບສະໜອງໄພພິບັດຂອງລັດ ອຸດຕາຣາຄານ (SDRF) ສະແດງໃຫ້ເຫັນວຽກກູ້ໄພພາຍໃນອຸໂມງຖະໜົນ ທີ່ຖະຫຼົ່ມ ເຊິ່ງມີຄົນງານ 40 ຄົນຕິດຂ້າງໃນ ຢູ່ພາກເໜືອຂອງລັດ ອຸດຕາຣາຄານ (Uttarakhand) ປະເທດອິນເດຍ ວັນທີ 14 ພະຈິກ 2023.

ເຈົ້າໜ້າທີ່ກູ້ໄພໃນວັນອັງຄານວານນີ້ ໄດ້ສືບຕໍ່ສູ້ຊົນເພື່ອຊ່ວຍເຫລືອຄົນງານກໍ່ສ້າງຊາວອິນເດຍ 40 ຄົນ ທີ່ຕິດຢູ່ໃນອຸໂມງທາງຫຼວງ ເທິງພູຫິມະໄລ ທີ່ພັງລົງມາໃນຕອນເຊົ້າວັນອາທິດທີ່ຜ່ານມາ.

ໜ່ວຍກູ້ໄພ ໄດ້ເຈາະຮູຜ່ານຊາກຫັກພັງ ໂດຍຫວັງວ່າ ຈະຕິດທໍ່ເຫຼັກທີ່ມີຂະໜາດກ້ວາງ ທີ່ສາມາດໃຊ້ ເພື່ອດຶງຄົນງານໄປຢູ່ບ່ອນທີ່ປອດໄພ.

ເຈົ້າໜ້າທີ່ກ່າວວ່າ, ພວກຜູ້ຊາຍຕິດຢູ່ທາງໃນ ປະມານ 60 ຊົ່ວໂມງ ແມ່ນປອດໄພ ແລະມີສຸຂະພາບແຂງແຮງດີ, ແລະຍັງໄດ້ຮັບອາຫານ, ນ້ຳ ແລະ ອົກຊີເຈນ, ແລະໄດ້ຕິດຕໍ່ກັບໜ່ວຍກູ້ໄພເປັນປະຈຳ.

ການພັງລົງມາໃນຕອນເຊົ້າວັນອາທິດ ໄດ້ເກີດຂຶ້ນໂດຍມີຄົນງານປະມານ 50 ຫາ 60 ຄົນ ຢູ່ພາຍໃນ. ຜູ້ທີ່ຢູ່ໃກ້ທາງອອກສາມາດຫລົບໜີໄດ້, ຍັງເຫຼືອ 40 ຄົນຢູ່ໃນອຸໂມງ.

ຄາດວ່າພວກຄົນງານຈະໄດ້ຮັບການປ່ອຍຕົວໃນຕອນກາງຄືນວັນອັງຄານ ຫຼືວັນພຸດນີ້ ອີງຕາມເຈົ້າໜ້າທີ່ອາວຸໂສຂອງລັດຖະບານ ທ່ານຣານຈິດ ສິງຫະ (Ranjit Sinha).

ອຸໂມງ 4.5 ກິໂລແມັດ, ເຊິ່ງໄດ້ກໍ່ສ້າງມາຕັ້ງແຕ່ປີ 2018, ຕັ້ງຢູ່ໃນລັດ ອຸດຕາຣາຄານ (Uttarakhand), ເຂດພູດອຍທີ່ເປັນທີ່ຮູ້ຈັກຈາກວັດຮິນດູ ຫຼາຍແຫ່ງ ທີ່ດຶງດູດນັກສະແຫວງບຸນ ແລະນັກທ່ອງທ່ຽວ. ອຸໂມງດັ່ງກ່າວເປັນສ່ວນໜຶ່ງຂອງເສັ້ນທາງການສະແຫວງບຸນຂອງຊາວຮິນດູ ຊາ ດາມ (Char Dham Hindu) ສາຍໃໝ່ ທີ່ສ້າງຂຶ້ນເພື່ອເຊື່ອມຕໍ່ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG