ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ກູ້​ໄພ ອິນ​ເດຍ ທຳ​ການ​ຂຸດ​ບໍ່​ເທົ່າ​ໃດ​ແມັດ​ສຸດ​ທ້າຍ ເພື່ອ​ຊ່ວຍ​ເຫຼືອ​ກຳ​ມະ​ກອນ 41 ຄົນ ​ທີ່​ຕິດ​ຢູ່​ໃນ​ອຸ​ໂມງ​ອອກ​ມາ


ພະ​ນັກ​ງານ​ກູ້​ໄພ​ຄົນ​ນຶ່ງ​ຢືນ​ຢູ່​ໃກ້​ທາງ​ເຂົ້າ​ອຸ​ໂມງ​ທີ່​ກຳ​ລັງ​ຢູ່​ໃນ​ການ​ກໍ່​ສ້າງ, ບໍ່​ເທົ່າ​ໃດ​ວັນຫຼັງ​ຈາກ​ສ່ວນ​ນຶ່ງ​ຂອງ​ມັນ​ໄດ້​ພັງ​ລົງ​ມາ, ໃນ​ເມືອງ ອັດ​ຕາ​ຄາ​ຊີ, ລັດ ອັດ​ຄາ​ຣາ​ຄານ, ອິນ​ເດຍ, 23 ພະ​ຈິກ 2023.
ພະ​ນັກ​ງານ​ກູ້​ໄພ​ຄົນ​ນຶ່ງ​ຢືນ​ຢູ່​ໃກ້​ທາງ​ເຂົ້າ​ອຸ​ໂມງ​ທີ່​ກຳ​ລັງ​ຢູ່​ໃນ​ການ​ກໍ່​ສ້າງ, ບໍ່​ເທົ່າ​ໃດ​ວັນຫຼັງ​ຈາກ​ສ່ວນ​ນຶ່ງ​ຂອງ​ມັນ​ໄດ້​ພັງ​ລົງ​ມາ, ໃນ​ເມືອງ ອັດ​ຕາ​ຄາ​ຊີ, ລັດ ອັດ​ຄາ​ຣາ​ຄານ, ອິນ​ເດຍ, 23 ພະ​ຈິກ 2023.

ລົດ​ພະ​ຍາ​ບານ​ທັງຫຼາຍ​ແມ່ນ​ໄດ້​ກຽມ​ພ້ອມ​ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ກູ້​ໄພ​ ອິນ​ເດຍ ໄດ້​ຂຸດ​ຜ່ານ​ຊາກ​ຫັກ​ພັງ ​ບໍ່​ເທົ່າ​ໃດ​ແມັດ​ສຸດ​ທ້າຍ ​ທີ່​ແຍກ​ເຂົາ​ເຈົ້າ​ຈາກ​ກຳ​ມະ​ກອນ 41 ຄົນທີ່​ຕິດ​ຄ້າງ​ຢູ່​ໃນ​ອຸ​ໂມງ​ຖະຫ​ນົນ​ທີ່​ໄດ້​ພັງ​ລົງ​ມາ​ເກືອບ​ສອງ​ອາ​ທິດ​ແລ້ວ.

ກຸ່ມ​ນັກ​ກູ້​ໄພ​ມີ​ເປ​ທີ່​ຕິດ​ລໍ້​ພິ​ເສດ, ພ້ອມ​ທີ່​ຈະ​ດຶງ​ເອົາ​ຜູ້​ຊາຍ​ທີ່​ອິດ​ເມື່ອຍ​ອອກ​ມາ​ຜ່ານ​ທໍ່​ເຫຼັກ​ທີ່​ຍາວ 57 ແມັດ, ເວ​ລາ​ທີ່​ມັນ​ຖືກ​ເຄື່ອນ​ຜ່ານ​ ພາກ​ສ່ວນ​ສຸດ​ທ້າຍ​ຂອງ​ດິນຫຼາຍ​ໂຕນ, ຄອນ​ກ​ຣີດ ແລະ ຊາກ​ຫັກ​ພັງ​ທີ່​ຕັນ​ທາງ​ອອກ​ຂອງ​ເຂົາ​ເຈົ້າ.

ລົດ​ສຸກ​ເສີນ ແລະ ໂຮງ​ໝໍ​ພາກ​ສະ​ໜາມ ໄດ້​ກຽມ​ພ້ອມ, ກະ​ກຽມ​ທີ່​ຈະ​ຮັບ​ເອົາ​ພວກ​ຜູ້​ຊາຍ​ຜູ້​ທີ່​ໄດ້​ຕິດ​ຢູ່​ໃນ​ນັບ​ຕັ້ງ​ແຕ່​ສ່ວນ​ນຶ່ງ​ຂອງ​ອຸ​ໂມງ​ທີ່​ກຳ​ລັງ​ຖືກ​ກໍ່​ສ້າງ​ຢູ່​ໃນ​ລັດ ອັດ​ຕາ​ຣາ​ຄານ ທີ່​ມີ​ພູ​ຮິ​ມາ​ໄລໄດ້​ພັງ​ລົງ​ມາໃນ 12 ວັນ​ແລ້ວນີ້.

ຫົວ​ໜ້າ​ກອງ​ກຳ​ລັງ​ຕອບ​ສະ​ໜອງ​ໄພ​ພິ​ບັດ​ແຫ່ງ​ຊາດ ທ່ານ ອາ​ຕຸ​ລ ຄາວ​າ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າ​ວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ພວກ​ເຮົາ​ໄດ້​ທຳ​ການ​ຊ້ອມ ກ່ຽວ​ກັບ ວິ​ທີ​ທີ່​ຈະ​ເອົາ​ຄົນ​ອອກ​ມາ​ຢ່າງ​ປອດ​ໄພ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ຜູ້ຊາຍ​ຈະ​ເຂົ້າ​ໄປ​ກ່ອນ, ພວກ​ເຮົາ​ໄດ້​ເອົາ​ລໍ້​ໃສ່​ຕິດ​ຕັ້ງ​ໃສ່​ເປ​ອັນ​ນຶ່ງ​ຂອງ​ເຮົາ, ພວກ​ເຮົາ​ແມ່ນ​ພ້ອມ​ໃນ​ທຸກວິ​ທີ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG