ນັກຮຽນຍິງອິນເດຍ ທີ່ຖືກຂົ່ມຂືນໝູ່ຢ່າງໂຫດຮ້າຍໃນຕົ້ນເດືອນ
ນີ້ ຢູ່ເທິງລົດເມໃນກຸງນິວເດລີນັ້ນ ໄດ້ເສຍຊີວິດແລ້ວ ທີ່ໂຮງໝໍ
ສິງກະໂປ.
ຖະແຫລງຂ່າວສະບັບນຶ່ງ ຂອງໂຮງໝໍ Mount Elizabeth ກ່າວວ່າ ຜູ້ຍິງອາຍຸ 23 ປີຄົນນີ້ “ໄດ້ເສຍຊີວິດໄປຢ່າງສະຫງົບ” ໃນຕອນເຊົ້າວັນເສົາມື້ນີ້.
ນາຍົກລັດຖະມົນຕີ ອິນເດຍ ທ່ານ Manmohan Singh ກ່າວວ່າ “ທ່ານມີຄວາມເສົ້າສະລົດໃຈທີ່ສຸດ” ກ່ຽວກັບການເສຍຊີວິດຂອງສະຕີທີ່ຍັງໜຸ່ມນ້ອຍຄົນນີ້. ທ່ານກ່າວອີກວ່າ ຄວາມຮູ້ສຶກກ່ຽວກັບຄະດີດັ່ງກ່າວ ທີ່ແຜ່ຂະຫຍາຍອອກໄປນັ້ນ ແມ່ນ “ເປັນທີ່ເຂົ້າໃຈກັນດີ.”
ສົບຂອງນາງ ມີກຳນົດທີ່ຖືກສົ່ງກັບຄືນໄປອິນເດຍ ໃນວັນເສົາມື້ນີ້. ໄດ້ມີການປະທ້ວງໃຫຍ່
ຫລາຍໆຄັ້ງທີ່ກຸງນິວເດລີ ນັບຕັ້ງແຕ່ມີການຂົ່ມ ຂືນຢ່າງໂຫດຮ້າຍດັ່ງກ່າວ. ບັນດາເຈົ້າໜ້າທີ່
ໃນກຸງນິວເດລີ ກ່າວວ່າ ເຂົາເຈົ້າພາກັນຕຽມຮັບມືກັບການປະທ້ວງຕື່ມອີກ ລຸນຫຼັງການເສຍ
ຊີວິດຂອງຜູ້ຍິງຄົນນີ້.
ຜູ້ຍິງຄົນນີ້ ມີລາຍງານວ່າ ໄດ້ເດີນມາງໄປກັບຜູ້ຊາຍຄົນນຶ່ງຢູ່ໃນລົດເມຮັບເໝົາໃນນະຄອນ
ຫລວງອິນເດຍ ໃນວັນທີ 16 ທັນວາ ເວລານັ້ນມີກຸ່ມຜູ້ຊາຍຫົກຄົນຢູ່ເທິງລົດເມ ພາກັນຕີເຂົາເຈົ້າດ້ວຍ ທ່ອນເຫລັກ. ຜູ້ຍິງໄດ້ຖືກຂົ່ມຂືນຊໍ້າແລ້ວຊໍ້າອີກ. ລາຍງານກ່າວວ່າ ທ່ອນເຫລັກທີ່ໃຊ້ໃນການຂົ່ມຂືນ ໄດ້ເຮັດໃຫ້ລາວໄດ້ຮັບບາດເຈັບພາຍໃນ. ນາງຍັງໄດ້ຮັບບາດເຈັບຢູ່ສະໝອງ. ຜູ້ຍິງດັ່ງກ່າວ ແລະໝູ່ຂອງລາວ ໄດ້ຖືກໂຍນອອກຈາກລົດເມ ທີ່ກໍາລັງແລ່ນຢູ່ນັ້ນ.