ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ນາຍົກອີນເດຍ ເສົ້າສະລົດໃຈ ຕໍ່ການຍິງກັນ ທີ່ວັດຊາວ Sikh ຢູ່ລັດວິສຄອນຊິນ (ວີດີໂອ)


ນາຍົກລັດຖະມົນຕີ ອີນເດຍ Manmohan Signh ຮູ້ສຶກຕື່ນຕົກໃຈ ແລະ ເສົ້າສະຫລົດໃຈ ນໍາການຍິງໂຈມຕີກັນຢູ່ວັດ ຂອງຊາວ Sihk ທີ່ລັດ Wisconsin ທາງພາກເໜືອຂອງ ສະຫະລັດ.

ນາຍົກລັດຖະມົນ​ຕີ ອິນ​ເດຍ ທ່ານ Manmohan Singh ກ່​າວວ່າ ທ່ານ​ຮູ້​ສຶກຕົກ​ໃຈ ​ແລະ​
ເສົ້າສະ​ລົດໃຈ​ ນໍາ​ການ​ຍິງ​ໂຈມ​ຕີກັນ ຢູ່​ວັດ​ຂອງ​ຊາວ Sikh ​ ທີ່​ລັດ Wisconsin ທາງພ​າ​ກ
ເໜືອ​ຂອງສະຫະລັດ ​ ໃນ​ຕອນ​ເຊົ້າວັນ​ອາທິດ ວານ​ນີ້ ຊຶ່ງໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ 7 ຄົນ
ຮວມທັງ​ມື​ປືນ.

ທ່ານ Singh ຊຶ່ງ​ເປັນ​ຊາວ Sikh ​ນັ້ນ ໄດ້​ຮຽກຮ້ອງ​ໃຫ້ສະຫະລັດ ທໍາ​ທຸກ​ວິ​ທີ ທາງ​ທີ່​ເປັນ
​ໄປ​ໄດ້ ​ເພື່ອ​ສື​ບສວນ​ວ່າ ​ແມ່ນ​ໃຜຢູ່​ເບື້ອງ​ຫລັງ ອັນທີ່​ທ່ານເວົ້າວ່າ​ ​ເປັນ “ການ​ໂຈມ​ຕີ ທີ່
ຂີ້​ຂາດຕາ​ຂາວ” ນັ້ນ. ອິນ​ເດຍເປັນບ້ານ​ເມືອງຂອງ​ຊາວ Sikh ສ່ວນ​ໃຫຍ່ຢູ່​ໃນ​ໂລກ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມື​ປືນ​ໄດ້ຍິງ​ ບັນດາ​ຜູ້ເຂົ້າ​ໄປຂາບໄຫວ້ ຢູ່​ໃນ​ວັດ​ດັ່ງ​ກ່າວທີ່​ຕັ້ງຢູ່​ຊານ​ເມືອງ
Mulwaukee ໂດຍ​ໄດ້ສັງຫານ 6 ຄົນ ​ກ່ອນຖືກເຈົ້າ​ໜ້າ​ທີ່ ຍິງ​ຕາຍ.

ເຈົ້າ​ໜ້າ​ທີ່ ກ່າວວ່າ ຜູ້​ຕ້ອງ​ສົງໄສ​ແມ່ນ​ຜູ້​ຊາຍຜິວຂາວ ອາຍຸ​ປະມານ 40 ປີປາຍ ​ແຕ່​ບໍ່​ໄດ້​ບອກ​
ໃຫ້ລາຍ​ລະອຽດ​ອື່ນ​ໃດ ຫລືບ​ອກວ່າສາ​ເຫ​ດ​ແມ່ນ​ຫຍັງ.

​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຫ້ອງການສືບ​ສວນ​ຂອງ​ລັດຖະບານ​ກາງ ຫລື FBI ​ໄດ້ເຂົ້າ​ຮ່ວມສືບ
​ສວນ ​ເພາະວ່າເຫດການຍິງກັນ​ດັ່ງກ່າວ​ອາດ​ເປັນການກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ.

ປະທານາທິບໍດີ ສະຫະລັດ ທ່ານ Barak Obama ກ່າວ​ວ່າ ທ່ານ “ມີ​ຄວາມ​ເສົ້າ​ສະລົດ​ໃຈ​ທີ່​
ສຸດ” ​ເມື່ອ​ໄດ້ຊາບຂ່າວການ​ຍິງ​ກັນນັ້ນ ​ແລະ​ກ່າວ​ຕື່ມ​ອີກ​ວ່າ ປະ​ເທດຊາດ​ອາ​ເມຣິກາ ​ໄດ້​ມີ
“ຄວາມ​ອຸດົມ​ຮັ່ງມີ” ຂຶ້ນ ຍ້ອນ​ການ​ປະກອບສ່ວນ ຂອງ​ປະຊາ​ຄົມຊາວ Sikh.

ຊາວວິສຄອນຊິນໄວ້ອາໄລນໍາພວກເຄາະຮ້າຍ:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການກະຈານສຽງຂອງວີໂອເອລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG