ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ອິນເດຍ ຊອກຫາ ຜູ້ຕ້ອງສົງໄສ ທີ່ກ່ຽວຂ້ອງ ກັບການ ລະເບີດ ທີ່ຮ້າຍແຮງ


ຜູ້ຊາຍໄດ້ຮັບບາດເຈັບຄົນໜຶ່ງ ເຊິ່ງພີ່ນ້ອງຂອງລາວ
ໄດ້ເສຍຊີວິດ ຮ້ອງໄຫ້ຢູ່ໃນສະຖານທີ່ລະເບີດແຕກ, ໃນເມືອງ ເພັດລາວັດ, ລັດ Madhya Pradesh ໃຈກາງປະເທດ ອິນເດຍ. 12 ກັນຍາ, 2015.
ຜູ້ຊາຍໄດ້ຮັບບາດເຈັບຄົນໜຶ່ງ ເຊິ່ງພີ່ນ້ອງຂອງລາວ ໄດ້ເສຍຊີວິດ ຮ້ອງໄຫ້ຢູ່ໃນສະຖານທີ່ລະເບີດແຕກ, ໃນເມືອງ ເພັດລາວັດ, ລັດ Madhya Pradesh ໃຈກາງປະເທດ ອິນເດຍ. 12 ກັນຍາ, 2015.

ຕຳຫຼວດ ອິນ​ເດຍ ກ່າວ​ວ່າ ພວກ​ເຂົາເຈົ້າກຳລັງ​ຄົ້ນ​ຫາ​ຜູ້​ຕ້ອງ​ສົງ​ໄສຜູ້​ທີ່​ໄດ້ ​ເກັບ​ລະ​ເບີດ​ໄວ້​ຢູ່​ໃນ​ສາງ​ເກັບ​ເຄື່ອງ​ທີ່​ໄດ້​ລະ​ເບີດ​ຂຶ້ນນັ້ນ ​ໂດຍ​ເຮັດ​ໃຫ້​ມີ 88 ຄົນ​ເສຍ​ຊີ​ວິດ ​ແລະ 100 ຄົນ​ບາດ​ເຈັບ.

ຕຳຫຼວດ​ໄດ້​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ເຂົາເຈົ້າກຳລັງ​ຊອກ​ຫາ​ທ້າວ Rajendra Kaswa ​ເຊິ່ງ​ເປັນ​ຜູ້​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຳລັງ​ຫຼົບໜີ​ຢູ່. ພວກ​ເຂົາເຈົ້າກ່າ​ວວ່າ ລາວ​ໄດ້​ເກັບ​ແທ່ງເຈ​ລາ​ຕິນ ​ແລະ ສານ ຢູ​ເຣຍ ​ເຊິ່ງ​ເປັນສານ​ຝຸ່ນ​ປຸຍ​ທົ່ວ​ໄປ ​ແລະ ວັດຖຸ ລະ​ເບີດ​ຫຼາຍຊະນິດ​ອື່ນໆໄວ້ຢູ່ຂ້າງ​ຮ້ານ​ອາຫານ​ໃນ​ເມືອງ​
ເພັດ​ລາ​ວັດ ​ລັດ Madhya Pradesh ​ໃນ​ໃຈ​ກາງ​ປະ​ເທດ
ອິນ​ເດຍ.

​ໃນ​ຕອນ​ທຳ​ອິດຕຳ​ຫຼວດ ​ຄິ​ດວ່າ ການລະ​ເບີດ​ຮ້າຍ​ແຮງ​ໃນ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານ​ນີ້​ແມ່ນເກີດ​ມາ​ຈາກ ການລະ​ເບີດ​ຂອງ ຖັງແກ໊ສ​ເຮັດ​ອາຫານ, ​ໃນ​ບ່ອນ​ທີ່​ມີ​ນັກຮຽນ ​ແລະ ​ພະນັກງານ​ຫ້ອງການ ກຳລັງ​ກິນ​ເຂົ້າ​ເຊົ້າຢູ່ ​ໃນ​ເວລາທີ່​ການລ​ະ​ເບີດ​ທີ່​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນນັ້ນ. ​ແຕ່​ຕອນ​ນີ້ ຕຳຫຼວດ​ເຊື່ອ​ວ່າ ການລະ​ເບີດ​ທີ່​ຮ້າຍ​ແຮງ​ນີ້ແມ່ນ​ເກີດຈາກ​ສາງ​ເກັບ​ເຄື່ອງ​ຂອງ​ທ້າວ Kaswa ​ເອງ.

India Blast
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG