ເຈົ້າໜ້າທີ່ຕໍາຫລວດອີນເດຍ ໄດ້ຈັບກຸມຜູ້ຄົນທີ່ພົວພັນ
ກັບເຫດໄຟໄໝ້ທີ່ໂຮງ ງານຜະລິດໝາກກະໂພກແລະ
ບັ້ງໄຟດອກແຫ່ງນຶ່ງ ທີ່ເຮັດໃຫ້ຢ່າງນ້ອຍ 39 ຄົນເສຍ
ຊີວິດ ຢູ່ໃນພາກໃຕ້ຂອງອີນເດຍ.
ສື່ມວນຊົນອີນເດຍໄດ້ລາຍງານໃນຂັ້ນຕົ້ນວ່າ ມີຜູ້ເສຍຊີວິດຈາກເຫດໄຟໄໝ້ ໃນວັນພຸດວານນີ້ ຫລາຍກວ່າ 52 ຄົນ. ບັນດາພວກດັບເພີງໄດ້ໃຊ້ເວລາຫລາຍ ຊົ່ວໂມງ ຈຶ່ງສາມາດມອດໄຟໄດ້ ທີ່ໂຮງງານຊຶ່ງຕັ້ງຢູ່ໃນເຂດຊານເມືອງ Sivakasi ໃນລັດ Tamil Nadu.
ເຈົ້າໜ້າທີ່ໄດ້ຈັບຫ້າຄົນ ໃນວັນພະຫັດມື້ນີ້ ຫລັງຈາກຄົ້ນພົບວ່າ ມີການຝ່າຝືນຫລາຍຢ່າງຢູ່ໃນໂຮງງານແຫ່ງນີ້ ຮວມທັງໃບອະນຸຍາດໃນການຜະລິດ ໄດ້ຖືກທາງການຖອນ ໃນຕົ້ນອາທິດນີ້. ຫົວໜ້າໂຮງງານ ກໍຮວມຢູ່ໃນພວກທີ່ຖືກຈັບ.
ມີປະມານ 300 ຄົນພາກັນເຮັດວຽກຢູ່ທີ່ໂຮງງານເຮັດໝາກກະໂພກແລະບັ້ງໄຟດອກ ໃນເວລາທີ່ເກີດໄຟໄໝ້. ສາເຫດຂອງໄຟໄໝ້ໃນຄັ້ງນີ້ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.
ເມືອງ Sivakasi ແມ່ນສູນກາງໃນການຜະລິດໝາກກະໂພກແລະບັ້ງໄຟດອກ ຂອງອີນເດຍ ທີ່ມັກພາກັນໃຊ້ຈູດໃນພິທີບຸນທາງສາສະໜາ ແລະພີທີແຕ່ງງານ ຢູ່ໃນອີນເດຍ.