ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຕໍາຫຼວດ ອິນເດຍ ຟ້ອງ ໂທລະພາບ Zee ​


An aerial view of a flooded orchard near city of Brcko, <span>Bosnia and Herzegovina</span>. Russian cargo planes and rescue teams from around Europe joined huge volunteer aid efforts in swathes of Serbia and Bosnia where at least 24 people have died in the worst floods in over a century.
An aerial view of a flooded orchard near city of Brcko, <span>Bosnia and Herzegovina</span>. Russian cargo planes and rescue teams from around Europe joined huge volunteer aid efforts in swathes of Serbia and Bosnia where at least 24 people have died in the worst floods in over a century.
ເຈົ້າ​ໜ້າ​ທີ່​ຕໍາຫລວດ​ອິນ​ເດຍ ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ​ເຂົ​າເຈົ້າ
​ໄດ້ຍື່ນ ຟ້ອງຕໍ່​ໂທລະພາບ​ຊ່ອງ​ນຶ່ງ​ຂອງ​ອິນ​ເດຍ​ ທີ່​ອອກ​ອາກາດ
ການສໍາພາດ ກັບ​ໝູ່ຜູ້​ຊາຍ​ທີ່​ຕິດຕາມສະຕີອາຍຸ 23 ປີ​ທີ່ເສຍ​
ຊີວິດ​ໃນ​ອາທິດ​ແລ້ວນີ້​ ຍ້ອນໄດ້​ຮັບ​ບາດ​ເຈັບຈາກການ​ທຸບ​ຕີ
​ແລະ​ຂົ່ມຂືນ​ໝູ່​ຢູ່​ເທິງລົດ​ເມ ​ໃນ​ກຸງ​ນິວແດນ​ລີ.

ຕໍາຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍື່ນ​ຟ້ອງ​ຕໍ່​ໂທລະພາບ Zee ​
ຍ້ອນວ່າ ການ​ສໍາພາດດັ່ງກ່າວອາດ​ນໍາ​ໄປ​ສູ່​ການ​ເປີດ​ເຜີຍຊື່
ຜູ້​ເຄາະ​ຮ້າຍ​ທີ່​ຖືກ​ຂົ່ມຂືນ ​ຊຶ່ງເປັນ​ການ​ລະ​ເມີດ​ຕໍ່​ກົດໝາຍທີ່​
ບໍ່​ອະນຸຍາດ​ໃຫ້​ເປີດ​ເຜີຍ​ຊື່ຂອງ​ນາງ​ນັ້ນ.

ຄະນະ​ກໍາມະການປົກ​ປ້ອງ​ນັກ​ຂ່າວຫຼື CPJ ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ອິນ​ເດຍ ຈົ່ງຍົກ​ເລີກ​ການ​ຟ້ອງໂທລະພາບ Zee. ທ່ານ Bob Dietz ຜູ້​ປະສານ​ງານ​ໂຄງການ​ເອ​ເຊຍຂອງ​ອົງການ CPJ ກ່າວ​ວ່າ “​ບັນດາ​ເຈົ້າ​ໜ້າ​ທີ່ ຍາກ​ທີ່​ສຸດ​ທີ່​ຈະ​ປົກ​ປ້ອງ​ສິດທິ​ຂອງ​ຜູ້​ເຄາະ​ຮ້າຍ​ ​ໂດຍ​ຕອບ ​ໂຕ້​ຕໍ່​ອົງການ​ຂ່າວ ທີ່ໄດ້​ເປີດ​ເຜີຍ​ລາຍ​ລະອຽດ​ຕ່າງໆຂອງ​ຄວາມ​ຜິດ​ທີ່​ໜ້າ​ຢ້ານ​ກົວ​ດັ່ງກ່າວ​ໃຫ້​ຊາບ.”

ການ​ສໍາພາດ​ຂອງໂທລະພາບ Zee ​ເປັນ​ຂີດ​ໝາຍ​ຄັ້ງ​ທໍາ​ອິດ​ ທີ່ຜູ້​ຊາຍ ທີ່​ບໍ່​ໄດ້​ເປີດ​ເຜີຍ​ຊື່ຄົນ​ນີ້ ​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ໂຈມ​ຕີ​ໃນ​ວັນ​ທີ 16 ​ເດືອນ​ທັນວາຜ່ານ​ມາ.

ລາວກ່າວໃນ​ວັນ​ສຸກວານ​ນີ້ໃນ​ການ​ໃຫ້​ສໍາພາດ​ທາງໂທລະພາບ​ວ່າ ມັນ ​ໃຊ້​ເວລາ​ເຖິງ 25 ນາທີ​ສຳລັບ​ຜູ້​ໃດ​ຜູ້​ນຶ່ງ ທີ່​ຈະ​ຢຸດ​ ​ແລະໃຫ້ການ​ຊ່ວຍ​ເຫລື​ອ​ລາວ​ແລະ​ເພື່ອນ​ຂອງ​ລາວຫລັງ
​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ຖືກໂຍນ​ອອກ ​ຈາກ​ລົດ​ເມ ​ໃນ​ສະພາບ​ເປືອຍ​ໂຕ ​ແລະມີເລືອດໄຫຼ
ອອກມາ ຢູ່​ຂ້າງ​ຖະໜົນ.

ກ່ຽວຂ້ອງກັນ

XS
SM
MD
LG