ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນອິນເດຍ ພາກັນປະທ້ວງອີກ ກ່ຽວກັບຍິງສາວ ທີ່ຖືກຂົ່ມຂືນ ແລະເສຍຊີວິດ


ຊາວອິນເດຍທີ່ພາກັນປະທ້ວງ ໃນວັນເສົາວານນີ້ ທີ 5 ມັງກອນ 2013.
ຊາວອິນເດຍທີ່ພາກັນປະທ້ວງ ໃນວັນເສົາວານນີ້ ທີ 5 ມັງກອນ 2013.
ການ​ປະ​ທ້ວງຕໍ່ຕ້ານ​ຄວາມ​ບໍ່​ເປັນ​ຫ່ວງ​ເປັນ​ໄຍຂອງ​ປະຊາ​ຊົນ ​ແລະ​ການ​ໄຮ້​ຄວາມ​ສາມາດຂອງ​ຕໍາຫຼວດ ​ໄດ້​ລະ​ເບີ​ດຂື້ນຄືນ​ໃໝ່​ອີກຢູ່​ໃນ​ອິນ​ເດຍ​ເມື່ອ​ວັນ​ເສົາ​ວານ​ນີ້ ຫຼັງ ຈາກ ​ແ​ຟນຂອງ​ສາວ​ຜູ້​ເຄາະ​ຮ້າຍ​ທີ່​ຖືກ​ຂົ່ມຂືນ ​ໂດຍ​ພວກ​ອັນທະພານ​ທີ່​ນີວ​ເດລລີ ​ໄດ້ ເລົ່າສູ່ຟັງຄືນໃໝ່ອີກກ່ຽວກັບ​ອາຊະຍາ​ກໍາ​ອັນໜ້າ​ສະຫຍອງ​ຂວັນ ທີ່ລາວໄດ້ເຫັນ ແຕ່​ຕໍາຫຼວດໂຕ້ແຍ້ງຄໍາບອກເລົ່າ​ ຂອງ​ຜູ້ກ່ຽວ.

​ແຟນຂອງ​ຍິງສາວ​ຊາວ​ອິນ​ເດຍທີ່​ເສຍ​ຊີວິດ​ໄປ​ເມື່ອ​ອາທິດ​ຜ່ານ​ມາ​ ຍ້ອນບາດ​ແຜທີ່ໄດ້ ຮັບ ຈາກການໂຈມ​ຕີ ​ໄດ້​ບອກ​ອົງການ​ຂ່າວ​ຝຣັ່ງ ​ແລະ​ໂທລະ ພາບ ຊ່ອງ Zee ຂອງອິນ​ເດຍ ​ເມື່ອວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ​ເວລາຜ່ານໄປ ດົນ​ເຖິງ 25 ນາທີ​ ຈຶ່ງ​ມີ​ຄົນ​ຢຸດ​ແລະມາ​ຊ່ວຍລາວ ກັບ​ເພື່ອນ​ຂອງ​ລາວ ຫຼັງຈາກ​ພວກ​ເຂົາ​ເຈົ້າຖືກ​ໂຍນ​ຖິ້ມ ໃນສະພາບເປືອຍ ກາຍ​ແລະ​ເລືອດ​ໄຫລ​ຢູ່​ແຄມຖະໜົນ​ ​ນັ້ນ.

ຊາຍຄົນ​ດັ່ງກ່າວ ທີ່ບໍ່ບອກ​ຊື່​ຍ້ອນ​ເຫດຜົນ​ທາງ​ກົດໝາຍ ຍັງ​ເວົ້າ​ອີກ​ວ່າ ​ເວລາ​ຕໍາຫຼວດ​ໄປ​ເຖິງ​ບ່ອນ​ເກີດ​ເຫດ ພວກ​ເຂົາ​ເ​ຈົ້າກໍ​ຖົກ​ຖຽງ​ກັນ​ຢູ່​ດົນ​ເຕີບ​ວ່າ​ ເຫດການ​ນີ້​ເກີດຂຶ້ນເປັນ​ເຂດ​ຮັບຜິດຊອບຂອງໃຜ ​ແລ້ວ​ກໍ​ພາພວກເຂົາ ເຈົ້າໄປ​ໂຮງໝໍ ​ທີ່ຢູ່​ຫ່າງ​ໄກ​ບ່ອນ​ເກີດ​ເຫດ.

ທ່ານ Vivel Gogia ຜູ້​ບັນຊາ​ການ​ຕໍາຫຼວດນີວ​ເດລລີ ກ່າວ​ປ້ອງ​ກັນ​ການ​ຕອບສະໜອງ​ຢ່າງ​ໄວ​ຂອງ​ຕໍາຫຼວດ ​ໂດຍ​ບອກ​ພວກ​ນັກ​ຂ່າວ​ເມື່ອ​ວັນເສົາ​ວ່າ ຕໍາຫຼວດ​ໄດ້​ໃຊ້​ເວລາ​ບໍ່​ເຖິງ​ເຄິ່ງຊົ່ວ​ໂມງ ໃນການ​ນໍາ​ສົ່ງ​ຄົນ​ທັງ​ສອງ​ໄປ​ໂຮງໝໍ ຫຼັງຈາກ​ໄດ້​ຮັບ​ໂທລະສັບຮ້ອງຂໍ ຄວາມຊ່ວຍເຫລືອແລ້ວ.

ທັງ​ສອງ​ຄົນ​ຖືກ​ທຸບ​ຕີ​ດ້ວຍ​ທ່ອນ​ເຫຼັກຢູ່​ເທິງ​ລົດ​ເມແລະ​ແມ່ຍິງ​ຖືກ​ຂົ່ມຂືນໝູ່. ​ທ່ອນ​ເຫຼັກດັ່ງ ກ່າວ​ຖືກ​ໃຊ້​ໃນ​ການ​ຂົ່ມຂືນ.

ຍິງ​ສາວທີ່​ບໍ່​ຖືກ​ລະບຸ​ຊື່ ​ໄດ້​ເສຍ​ຊີວິ​ດ​ເມື່ອ​ວັນ​ເສົາ​ທ້າຍເດືອນທັນວາ ທີ່​ໂຮງ​ໝໍ​ຢູ່​ສິງ​ຄະ​ໂປ ບ່ອນ​ທີ່​ນາງ​ຖືກ​ສົ່ງ​ໄປ​ປິ່ນປົວ. ພໍ່​ຂອງ​ນາ​ງ​ໄດ້​ອອກປາກ​ສະໜັບ​ສະ​ໜຸນ​ໃຫ້​ແຂນ​ຄໍ​ພວກ​ຜູ້​ຊາຍ​ທີ່​ກໍ່​ເຫດ​ດັ່ງກ່າວ ​ຖ້າ​ຫາກ​ຖືກສານ​ຕັດສິນ​ວ່າ​ ກະທໍາຜິດແທ້.

ການ​ສໍາພາດ​ຢູ່ ທີ​ວີ Zee ນັບ​ວ່າ​ເປັນ​ເທື່ອ​ທໍາ​ອິດ ທີ່ແຟນຂອງນາງທີ່​ບໍ່​ເປີດ​ເຜີຍ​ຊື່ ໄດ້​ເວົ້າອອກມາຢ່າງເປີດເຜີຍ​ກ່ຽວ​ກັບ​ເຫດການ​ໂຈມ​ຕີ​ເມື່ອ​ວັນ​ທີ່ 16 ທັນວາ​ຜ່ານ​ມາ​ນັ້ນ.

ຕໍາຫຼວດອິນ​ເດຍໄດ້ກ່າວເມື່ອ​ວັນ​ເສົາ​ວານ​ນີ້ເຊ່ນກັນວ່າ ພວກ​ເຂົາ​ເຈົ້າ​ໄດ້ ຍື່ນ​ຟ້ອງ​ທີ​ວີ Zee ຍ້ອນ​ວ່າ​ ບົດ​ສໍາພາດ​ດັ່ງກ່າວ​ອາດ​ນໍາ​ໄປ​ສູ່​ການ​ເປີດ​ເຜີຍ​ຊື່​ສຽງ​ລຽງ​ນາມ​ຂອງ​ຍິງ​ທີ່​ຖືກ​ຂົ່ມຂືນ ທີ່​ຖື​ວ່າຜິດ​ກົດໝາຍ​ ທີ່​ບໍ່ໃຫ້​ເປີດ​ເຜີຍ​ຊື່​ຂອງ​ຜູ້ກ່ຽວ​ນັ້ນ.
XS
SM
MD
LG