ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ​ຈັບ​​ຫົວໜ້າ ​​ໂຮງຮຽນປະຖົມ​ ໃນຄະດີ ອາຫານ​ມີ​ສານ​ພິດ (ວີດີໂອ)


ເຈົ້າ​ໜ້າ​ທີ່ໃນອິນ​ເດຍ ​ໄດ້​ຈັບ​ກຸມ​ຫົວໜ້າໂຮງຮຽນປະຖົມ​ສຶກສາ
ບ່ອນ​ທີ່​ມີ​ພວກ​ເດັກນ້ອຍ​ນັກຮຽນ 23 ຄົນ​ເສຍ​ຊີ​ວິດ ຫຼັງຈາກ​ທີ່
​ໄດ້​ກິນ​ອາຫານ​ຂອງໂຮງຮຽນ ທີ່​ມີ​ສານ​ພິດ​ຢາຂ້າ​ແມງ​ໄມ້​ປົນ​ຢູ່​ນັ້ນ.

ຕໍາຫຼວດ​ໃນ​ລັດ Bihar ທາງ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ
ໄດ້ຈັບ​ກຸມ​ທ່ານນາງ Meena Devi ​ໃນ​ວັນ​ພຸດ​ວານ​ນີ້​ ຫຼັງ​ຈາກ
​ທີ່​ທ່ານ​ນາງ​ໄດ້​ຫລົບ​ໜີ​ພ້ອມ​ກັບ​ລູກໆ​ແລະ​ສາມີ​ ຫຼັງ​ຈາກ​ເກີດ
ເຫດການ​ອາຫານ​ປົນ​ສານພິດ​ແລ້ວນັ້ນ.

ທາງ​ການ​ກ່າວ​ວ່າ ທ່ານນາງ​ເປັນ​ກະແຈ​ສໍາຄັນ​ ​ທີ່​ຈະພາ​ໃຫ້​ຮູ້​
ໄດ້​ວ່າ ມີຢາຂ້າ​ແມງ​ໄມ້ ​ໃນ​ປະລິມານຫຼວງ​ຫຼາຍສໍ່ານັ້ນ ​ເຂົ້າ​ໄປ
​ຢູ່​ໃນ​ອາຫານທ່ຽງ​ນັ້ນ​ໄດ້​ແນວ​ໃດ ທີ່ໄດ້​ສັງຫານພວກ​ເດັກນ້ອຍ​ນັກຮຽນ 23 ຄົນ ແລະ​
ອີກ​ 20 ກວ່າ​ຄົນ ບາດ​ເຈັບ.

ການ​ສັນນະສູ​ດ ສະ​ແດງ​ໃຫ້​ເຫັນ​ວ່າ ນໍ້າມັນຄົວກິນ ຮວມທັງພາ​ຊະ​ນະຕັກ​ອາຫານ​ ເຊັ່ນ
ຈອງຕັກແລະບ່ວງສ້ອມນັ້ນ​ ມີ​ສານພິດ​ປົນ​ຢູ່ ຊຶ່ງ​ເປັນຢາຂ້າ​ແມງ​ໄມ້ monocrotophos
ທີ່​ເປັນ​ອັນຕະລາຍຮ້າຍ​ແຮງ​ຢ່າງ​ຍິ່ງ.

ເອື້ອຍ​ລ້ຽງ​ຢູ່​ໂຮງ​ອາຫານເວົ້າ​ວ່າ ລາວ​ໄດ້ກ່າວ​ຕໍ່​ທ່ານ​ນາງ Meena ​ວ່າ ນໍ້າມັນ​ຄົວກິນ​ມີ​
ລັກສະນະແປກໆ​ ​ແຕ່​ ທ່ານ​ນາງ Meena ​ໄດ້​ບອກ​ນາງ ​ໃຫ້ໃຊ້​ໄປ​ໂລດ.

ໂຄງການລ້ຽງ​ອາຫານ​ທ່ຽງ​ດັ່ງກ່າວຂອງ​ອິນ​ເດຍນັ້ນ ແມ່ນ​ສະໜອງ​ອາຫານ​ທ່ຽງ​ຟຣີ​ໃນ​ທຸກໆ​
ມື້ໃຫ້​ພວກ​ເດັກ​ນັກຮຽນ​ປະມານ 120 ລ້ານ​ຄົນ​ໃນ​ທົ່ວ​ອິນ​ເດຍ ຊຶ່ງ​ເປັນ​ພາກສ່ວນນຶ່ງຂອງ
ຄວາມພະຍາຍາມ​ເພື່ອ​ເພີ່ມ​ຈໍານວນ​ນັກຮຽນ​ ທີ່​ໄປ​ເຂົ້າໂຮງຮຽນ ​ແລະ​ຕໍ່ສູ້​ກັບ​ໂຣກຂາດທາດ​
ອາຫານ.

ໂຄງການອາຫານດັ່ງກ່າວ ​ແມ່ນ​ໄດ້​ຖືກຕ້ອງ​ຕິ​ຢູ່​ເລື້ອຍໆ ກ່ຽວ​ກັບ​ເລື້ອ​ງຄວາມ​ປອດ​ໄພ
ຂອງ​ອາຫານ.

INDIA DEAD CHILDREN VO
please wait

No media source currently available

0:00 0:00:40 0:00
XS
SM
MD
LG