ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ອິນເດຍ ກ່າວຄຳປາໄສ ເນື່ອງໃນ ວັນເອກກະລາດ (ວີດີໂອ)


ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ກ່າວຄຳປາໄສ ຕໍ່ປະເທດຊາດ ໃນວັນເອກກະລາດ
ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ກ່າວຄຳປາໄສ ຕໍ່ປະເທດຊາດ ໃນວັນເອກກະລາດ

ນາຍົກລັດຖະມົນຕີຄົນ​ໃໝ່ ຂອງອິນ​ເດຍ ກ່າວ​ວ່າ ຄື້ນຟອງ​
ການ​ຂົ່ມຂືນ​ສຳ​ເລົາໄດ້​ເຮັດ​ໃຫ້​ປະ​ເທດ​ຊາດເປັນ​ທີ່​ອັບອາຍ.

ຢູ່​ໃນ​ຄໍາ​ ປາໄສລະຫວ່າງ​ການ​ສະຫລອງວັນ​ເອກ​ກະລາດປະ
ຈຳປີຂອງອິນ​ເດຍທ່ານ Narendra Modi ​ໄດ້​ຮຽກຮ້ອງ​ໃຫ້
​ບັນດາ​ຜູ້​ປົກຄອງ ​ພາກັນເອົາ​ຄວາມ​ຮັບຜິດຊອບ ຕໍ່ການ​ປະ
ພຶດ​ຂອງ​ພວກ​ລູກ​ຊາຍ​ເຂົາ​ເຈົ້າ ໂດຍສິດສອນ​ໃຫ້​ເຂົາ​ເຈົ້າ​ຮູ້
ເຖິງ “ຄວາມ​ແຕກ​ຕ່າງ​ລະຫວ່າງ​ສິ່ງທີ່​ຖືກ ​ແລະ​ສິ່ງ​ທີ່​ຜິດ.”

ທ່ານ Modi ​ໄດ້​ກ່າວຄຳປາໄສ​ຕໍ່​ປະ​ເທດ​ຊາດ ຈາກປ້ອມປະ
ຫວັດ​ສາດ Red Fort ທີ່ ​ນະຄອນ​ນິວເດ​ລີ ​ໃນ​ວັນ​ຄົບ​ຮອບທີ່
ໄດ້ຮັບ​ເອກ​ກະລາດ​ຈາກອັງກິດ.

ນອກນັ້ນ ນາຍົກລັດຖະມົນຕີອິນເດຍ ຍັງ​ໄດ້​ປະກາດກ່ຽວກັບຂໍ້ລິເລີ້ມໃໝ່​ເພື່ອ​ປັບປຸງ
ບໍລິການ​ດ້ານ​ການ​ເງິນ​ສຳຫລັບ​ຊາວ​ອິນ​ເດ​ຍ ຜູ້​ທີ່​ບໍ່​ມີ​ບັນຊີ​ເງິນຝາກ ໃນ ທະນາຄານ
​ແລະ​ມັກ​ຈະ​ຢູ່​ພາຍ​ໃຕ້​ຄວາມ​ເມດຕາຂອງບັນດາ​ຜູ້ໃຫ້ການກູ້​ຢືມ ທີ່​ເກັບ​ຄ່າ​ດອກ​ເບ້ຍ
ເກີນ​ຂອບເຂດ.

​ໃນ​ຄຳ​ປາໄສ ການ​ສະຫລອງວັນເອກກະລາດ ຄົບຮອບ 67 ນັ້ນ ນາຍົກລັດຖະມົນຕີ
Modi ກ່າວ​ວ່າ ທ່ານ​ຕ້ອ​ງການຢາກໃຫ້​ອິນ​ເດຍກາຍເປັນ​ປະ​ເທດ​ທີ່​ຮູ້​ຈັກຜະລິດສິນ
ຄ້າຕ່າງໆ ແທນ​ທີ່ຈະຮູ້ແຕ່ນຳເຂົ້າ​ສິນຄ້ານັ້ນ.

INDIA INDEPENDENCE SOTVO
please wait

No media source currently available

0:00 0:01:13 0:00

.

XS
SM
MD
LG