ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ເຈົ້າ​ໜ້າ​ທີ່ ອິນ​ເດຍ ຢ້ຽມ​ຢາມ ອັ​ຟ​ກາ​ນິ​ສ​ຖານ ສຳ​ລັບ​ການ​ພົບ​ປະ​ກັບ​ກຸ່ມ​ຕາ​ລີ​ບານ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຕາ​ລີ​ບານ ອາ​ເມຍ ຄານ ມຸດ​ຕາ​ກີ, ຂວາ, ແລະ ທ່ານ ພີ ເຈ ຊິງ, ລັດ​ຖະ​ມົນ​ຕີ​ຮ່ວມ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ, ຈັດ​ກອງ​ປະ​ຊຸ​ມ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, 2 ມິ​ຖຸ​ນາ, 2022. (Courtesy Muttaqi office)
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຕາ​ລີ​ບານ ອາ​ເມຍ ຄານ ມຸດ​ຕາ​ກີ, ຂວາ, ແລະ ທ່ານ ພີ ເຈ ຊິງ, ລັດ​ຖະ​ມົນ​ຕີ​ຮ່ວມ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ, ຈັດ​ກອງ​ປະ​ຊຸ​ມ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, 2 ມິ​ຖຸ​ນາ, 2022. (Courtesy Muttaqi office)

ອິນ​ເດຍ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸ່ມ​ນຶ່ງ​ໄປ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ ເປັນ​ຄັ້ງ​ທຳ​ອິດ ​ລຸນຫຼັງ​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ຍຶດ​ປະ​ເທດ​ດັ່ງ​ກ່າວ​ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຕາ​ລີ​ບານ ອາ​ເມຍ ຄານ ມຸດ​ຕາ​ກີ ໄດ້​ຕ້ອນ​ຮັບ​ຜູ້​ແທນ ອິນ​ເດຍ ​ສຳ​ລັບ​ກອງ​ປະ​ຊຸມ​ທີ່​ຈະ​ເພັ່ງ​ເລັງ​ໃສ່​ສາຍ​ພົວ​ພັນ​ການ​ທູດ​ສອງ​ຝ່າຍ, ການ​ຄ້າ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການຫຼັງ​ຈາກກອງ​ປ​ະ​ຊຸມ​ຂອງ​ຕາ​ລີ​ບານ​ໃນ​ວັນ​ພະ​ຫັດ​ວານນີ້.

ທ່ານ ມຸດ​ຕາ​ກີ ໄດ້​ກ່າວ​ຢ້ຳ​ເຖິງ “ການ​ສືບ​ຕໍ່​ໂຄງ​ການ​ໂດຍ​ອິ​ນ​ເດຍ, ການ​ມີ​ໜ້າ​ດ້ານ​ການ​ທູດ​ຂອງ​ເຂົາ​ເຈົ້າ​ໃນ ອັ​ຟ​ກາ​ນິ​ສ​ຖານ ແລະ ການ​ທົບ​ທວນ​ການ​ບໍ​ລິ​ການ​ກົງ​ສຸນ​ຕໍ່​ ອັ​ຟ​ກາ​ນິ​ສ​ຖານ, ໂດຍ​ສະ​ເພາ​ຕໍ່​ນັກ​ສຶກ​ສາ ແລະ ຄົນ​ໄຂ້​ຊາວ​ອັ​ຟ​ກາ​ນິ​ສ​ຖານ.

ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ແມ່ນ​ສຳ​ຄັນ​ເພາະ​ວ່າ​ມັນ​ເປັນ​ສັນ​ຍານ​ໃນ​ການ​ຕັດ​ສິນ​ໃຈ​ຂອງ ອິນ​ເດຍ ທີ່​ຈະ​ພົວ​ພັນ​ກັບ​ການ​ນຳ​ຂອງ​ຕາ​ລີ​ບານ, ເຊິ່ງ​ຄື​ປະ​ເທດ​ສ່ວນຫຼາຍ, ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຮູ້.

ອິນ​ເດຍ ໄດ້​ກ່າວ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ຈະ​ກວດ​ກາ​ເບິ່ງ​ການ​ປະ​ຕິ​ບັດ​ການ​ຂົນສົ່ງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຕໍ່ ອັ​ຟ​ກາ​ນິ​ສ​ຖານ ແລະ ພົບ​ປະ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ແຈກ​ຢາຍ​ການ​ຊ່ວຍ​ເຫຼືອ.

ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ, ອິນ​ເດຍ ໄດ້​ສົ່ງການ​ຊ່ວຍ​ເຫຼືອ​ທີ່​ເປັນ​ເຂົ້າ​ເບຼ 20,000 ໂຕນ, ຢາປິ່ນ​ປົວ​ພະ​ຍາດ, ຢາ​ວັກ​ຊີນ ໂຄວິດ-19 ເຄິ່ງ​ລ້ານ​ໂດ​ສ ແລະ ເຄື່ອງ​ນຸ່ງ​ລະ​ດູ​ໜາວ​ໄປ​ໃຫ້ ​ອັ​ຟ​ກາ​ນິ​ສ​ຖານ. ເຂົາ​ເຈົ້າ​ຍັງ​ໄດ້​ສົ່ງ​ຢາ​ວັ​ກ​ຊີນ​ໄປ​ໃຫ້​ ອີ​ຣ່ານ ເພື່ອ​ສັກ​ໃຫ້​ອົບ​ພະ​ຍົບ ອັ​ຟາ​ກາ​ນິ​ສ​ຖານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG