ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບເຮືອອິນເດຍ ໄດ້ພົບສົບຂອງ 22 ຄົນ ທີ່ເສຍຊີວິດ ຢູ່ໃນກຳປັ່ນບັນທຸກ ທີຫລົ້ມໃນວັນຈັນຜ່ານມາ


ຊາຍຄົນນຶ່ງໂບກມືຂະນະທີ່ຖືກກອງທັບເຮືອອິນເດຍຊ່ວຍເອົາອອກມາຈາກກໍາປັ່ນບັນທຸກ ທີ່ຈົມຢູ່ທະເລອາຣັບນັ້ນ ແລະກໍາລັງຍ່າງອອກຈາກກໍາປັ່ນ INS Kochi ຂອງກອງທັບເຮືອອິນເດຍທີ່ນະຄອນມູມບາຍ ໃນວັນທີ 19 ພຶດສະພາ, 2021
ຊາຍຄົນນຶ່ງໂບກມືຂະນະທີ່ຖືກກອງທັບເຮືອອິນເດຍຊ່ວຍເອົາອອກມາຈາກກໍາປັ່ນບັນທຸກ ທີ່ຈົມຢູ່ທະເລອາຣັບນັ້ນ ແລະກໍາລັງຍ່າງອອກຈາກກໍາປັ່ນ INS Kochi ຂອງກອງທັບເຮືອອິນເດຍທີ່ນະຄອນມູມບາຍ ໃນວັນທີ 19 ພຶດສະພາ, 2021

ໂຄສົກກອງທັບເຮືອກ່າວວ່າ ໃນວັນພຸດວານນີ້ກໍາປັ່ນຂອງກອງທັບເຮືອອິນເດຍໄດ້ພົບສົບຂອງ 22 ຄົນ ທີ່ເສຍຊີວິດຢູ່ໃນກຳປັ່ນບັນທຸກທີ່ຈົມລົງຢູ່ນອກຝັ່ງທະເລຂອງນະຄອນມູມບາຍ (Mumbai) ໃນຕອນແລງວັນຈັນຜ່ານມາ.

ໂຄສົກເມຮຸລ ຄານິກ (Mehul Karnik) ກ່າວວ່າ ການຊອກຄົ້ນຫາຜູ້ຫາຍສາບສູນຕື່ມອີກ 55 ຄົນ ຍັງສືບຕໍ່ດໍາເນີນໄປຢູ່ ຫລັງຈາກພາຍຸໄຊໂຄລນ ຕຸກແຕ (Tauktae), ຊຶ່ງເປັນລົມພາຍຸທີ່ແຮງທີ່ສຸດທີ່ພັດເຂົ້າປະທະໃສ່ບໍລິເວນດັ່ງກ່າວ ໃນຮອບຫລາຍກວ່າສອງທົດສະວັດ, ໂດຍໄດ້ພັດຜ່ານລັດກູຈາຣາດ (Gujarat), ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 50 ຄົນໃນຢູ່ໃນລັດກູຈາຣາດ (Gujarat) ແລະ ມະຫາຣາຊຕຣາ (Maharashtra).

ທ່ານຄານິກຍັງກ່າວອີກວ່າ 184 ຄົນໄດ້ຖືກຊ່ວຍຊີວິດອອກມາຈາກຄື້ນສູງ 7 ແມັດ ໂດຍກໍາປັ່ນແລະເຮືອບິນເຮລິຄອບເຕີ.

ກໍາປັ່ນດັ່ງກ່າວບັນທຸກ 261 ຄົນໃນເວລາທີ່ມັນຈົມລົງ ຂະນະທີ່ລົມພາຍຸໄດ້ພັດເຂົ້າປະທະ ໃສ່ເຂດບໍ່ນໍ້າມັນບອມເບ ຮາຍ (Bombay High) ໃກ້ກັບນະຄອນ ມູມບາຍ (Mumbai), ຊຶ່ງເຮັດໃຫ້ 14 ຄົນເສຍຊີວິດນັ້ນ.

ກໍາປັ່ນບັນທຸກດັ່ງກ່າວໄດ້ຖືກເໝົາເຮັດວຽກໃຫ້ແກ່ບໍລິສັດຂຸດຄົ້ນນໍ້າມັນ ແລະອາຍແກັສທຳມະຊາດ, ເຊິ່ງເປັນບໍລິສັດສຳຫຼວດບໍ່ນໍ້າມັນທີ່ໃຫຍ່ທີ່ສຸດຂອງອິນເດຍ.

ພາຍຸໄຊໂຄລນຕຸກແຕ (Tauktae) ຍັງທໍາລາຍເຮືອນຊານຫຼາຍກວ່າ 16,500 ຫຼັງ ແລະກໍ່ເຮັດໃຫ້ໄຟຟ້າປະຊາຊົນຫຼາຍຮ້ອຍພັນຄົນບໍ່ມີໄຟຟ້າໃຊ້ໃນເວລາທີ່ປະເທດອິນເດຍກຳລັງຕໍ່ສູ້ກັບ ຈຳນວນຄົນເສຍຊີວິດຍ້ອນ ໂຄວິດ-19 ສູງຢ່າງເປັນປະຫວັດການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG