ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອອິນເດຍ ເສີມກອງກຳລັງ ຢູ່ທະເລອາຣັບ ຫຼັງຈາກຖືກໂຈມຕີ


ໃນຮູບພາບນີ້ ທີ່ຖືກຖ່າຍໃນວັນທີ 22​ ທັນວາ 2023,​ ລູກເຮືອ ຢືນຢູ່ຂ້າງເຄື່ອງຍິງລູກສອນໄຟຕໍ່ຕ້ານເຮືອດຳນໍ້າຂອງ ເຮືອພິຄາດຕິດຂີປະນາວຸດນຳວິຖີ INS Imphal ກ່ອນເລີ້ມປະຕິບັດການໃນກອງທັບເຮືອອິນເດຍ ຢູ່ທີ່ທ່າຂອງກອງທັບເຮືອ ໃນນະຄອນມູມບາຍ.
ໃນຮູບພາບນີ້ ທີ່ຖືກຖ່າຍໃນວັນທີ 22​ ທັນວາ 2023,​ ລູກເຮືອ ຢືນຢູ່ຂ້າງເຄື່ອງຍິງລູກສອນໄຟຕໍ່ຕ້ານເຮືອດຳນໍ້າຂອງ ເຮືອພິຄາດຕິດຂີປະນາວຸດນຳວິຖີ INS Imphal ກ່ອນເລີ້ມປະຕິບັດການໃນກອງທັບເຮືອອິນເດຍ ຢູ່ທີ່ທ່າຂອງກອງທັບເຮືອ ໃນນະຄອນມູມບາຍ.

ກອງທັບເຮືອອິນເດຍ ກ່າວວ່າ ຕົນກຳລັງສົ່ງກຳປັ່ນລົບ ແລະ ເຮືອບິນສອດ ແນມ 3 ລຳ ໄປ​ຍັງທະເລອາຣັບເພື່ອ “ໃຫ້ມີການປ້ອງກັນຢູ່​ທີ່ນັ້ນ” ຫຼັງຈາກການໂຈມຕີທາງເຮືອຫຼາຍຄັ້ງ ເມື່ອບໍ່ດົນມານີ້, ອີງຕາມອົງການຂ່າວ AFP.

ເຮືອພິ​ຄາດ​ຕິດລູກ​ສອນ​ໄຟ​ນຳ​ວິຖີ​ສາມ​ລຳ ​ພ້ອມ​ກັບ​ເຮືອບິນ​ສອດ​ແນມ​ທາງ​ທະ​ເລ​ໄລຍະ​ໄກ P8I ​ໄດ້​ຖືກ​ສົ່ງ​ໄປ​ປະຈຳການ ພາຍຫຼັງ "ການ​ໂຈມ​ຕີຫຼາຍຄັ້ງ​ໃນ​ທະ​ເລ​ອາ​ຣັບ​ ເມື່ອ​ບໍ່​ດົນ​ມາ​ນີ້", ກອງທັບເຮືອອິນເດຍ ກ່າວ​ໃນ​ຖະ​ແຫຼງການ​ສະ ບັບ​ນຶ່ງ​ໃນ​ຕອນ​ແລງ​ວັນ​ຈັນ​ຜ່ານ​ມານີ້.

ວໍຊິງຕັນໄດ້ກ່າວຫາເຕຫະຣ່ານວ່າ ໄດ້ດຳເນີນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ໃນວັນເສົາທີ່ຜ່ານມາ ໃສ່ກຳປັ່ນຂົນສົ່ງນໍ້າມັນ MV Chem Pluto ເຊິ່ງຢູ່ຫ່າງຈາກຊາຍຝັ່ງອິນເດຍ 370 ກິໂລແມັດ, ໂດຍ​ກ່າວອ້າງວ່າ ກະຊວງການຕ່າງປະເທດຂອງອີຣ່ານ ໄດ້ເອີ້ນວ່າ "ບໍ່ມີຄ່າ."

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ວໍ​ຊິງ​ຕັນ​ກ່າວ​ຫາ​ອີຣ່ານຢ່າງ​ເປີດ​ເຜີຍ​ວ່າ ​ແນ​ເປົ້າໃສ່​ກຳ​ປັ່ນ​ໂດຍ​ກົງ​ ນັບ​ແຕ່​ອິສຣາ​ແອລໄດ້ເລີ້ມເຮັດສົງຄາມກັບ​ຫົວ​ຮຸນ​ແຮງ​ປາ​ແລັສ​ໄຕ​ນ໌ ຮາມາສ, ​ເຊິ່ງໜູນ​ຫຼັງ​ໂດຍ ເຕຫະຣ່ານ.

ເຮືອ MV Chem Pluto ທີ່ປັກ​ທຸງ​ໄລ​ບີ​ເຣຍ ​ແລະ​ເປັນ​ຂອງ​ຍີ່ປຸ່ນ ​ໄດ້​ຈອດ​ຢູ່​ນອກ​ທ່າ​ເຮືອ ມູມໄບ (Mumbai) ຂອງ​ອິນ​ເດຍ ​ໃນ​ວັນ​ຈັນ​ຜ່ານ​ມາ.

"ການວິເຄາະພື້ນທີ່ການໂຈມຕີແລະສິ່ງເສດເຫຼືອທີ່ພົບເຫັນຢູ່ໃນເຮືອໄດ້ຊີ້ໃຫ້ເຫັນເຖິງການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ," ກອງທັບເຮືອອິນເດຍກ່າວ ແລະ ໄດ້ກ່າວຕື່ມວ່າ "ຈຳເປັນຕ້ອງມີການວິເຄາະ ທາງດ້ານນິຕິສາດແລະດ້ານວິຊາການຕື່ມອີກ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG