ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວອິນເດຍ ທີ່ຢາກຍົກຍ້າຍຖິ່ນຖານ ກຳລັງແນມໄປຍັງ ການາດາ ຂະນະທີ່ ສຫລ ຕັ້ງກຳແພງກັນ


Indian Immigrants Eye Canada as US Barriers Rise
please wait

No media source currently available

0:00 0:03:06 0:00

ຄອບຄົວຂອງທ່ານອານຄິຕ ກຸບຕາ ໄດ້ຖືກເຊື້ອເຊີນ ໃຫ້ເປັນພົນລະເມືອງ ໃນການາດາ ຢ່າງຖາວອນ.

ໃນເວລາທີ່ ຄອບຄົວຂອງທ່ານກຸບຕາ ໄດ້ຮັບການເຊື້ອເຊີນ ໃຫ້ເປັນພົນລະເມືອງ ໃນ
ການາດາຢ່າງຖາວອນ ຊຶ່ງຄ້າຍຄືກັນກັບບັດຂຽວ ຢູ່ໃນສະຫະລັດນັ້ນ ຄູ່ສາມີພັນລະຍາ
ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງນິວເດລີ ຜູ້ທີີ່ມີຄວາມຮູ້ສຶກດີອົກດີໃຈ ກໍບໍ່ໄດ້ໃຊ້
ເວລາດົນ ທີ່ຈະຂົນເຄື່ອງໃສ່ໃນຫີບເດີນທາງຂອງພວກເຂົາເຈົ້າ.

ພວກເຂົາຢູ່ໃນໄວ 30 ກວ່າ ໂດຍທັງສອງຄົນນີ້ ມີຊື່ວ່າ ອານຄິຕ ແລະຊູບີ ກຸບຕາ ແມ່ນ
ເປັນນັກບັນຊີ ແລະກໍມີຖານະດີສົມຄວນຢູ່ໃນອິນເດຍ. ແຕ່ພວກເຂົາເຈົ້າ ຢາກຍົກຍ້າຍ
ມາຢູ່ປະເທດທີ່ຈະເລີນແລ້ວ ທີ່ຈະມອບອະນາຄົດອັນແຈ່ມໃສໃຫ້ແກ່ລູກສາວອາຍຸ 9 ປີ
ຂອງເຂົາເຈົ້າໄດ້ ແລະມອດຊີວິດການທຳງານທີີ່ສົມມາສົມຄວນທີ່ດີກວ່າ ສຳລັບເຂົາເຈົ້າ.

ພວກເຂົາທັງສອງໄດ້ຮັບເອົາໂອກາດທີ່ສະເໜີໃຫ້ໂດຍການາດາ ທີ່ເປີດປະຕູຮັບເອົາ
ຄົນງານທີ່ມີຄວາມຮູ້ຄວາມສາມາດ ທີ່ປະເທດນີ້ມີການຂາດແຄນ ແລະໄດ້ຕັ້ງກຳນົດໄວ້
ທີ່ຈະຮັບເອົາພວກຄົນເຂົ້າເມືອງທີ່ມີຄວາມຮູ້ຄວາມສາມາດ 1 ລ້ານຄົນ ພາຍໃນປີ 2021.

ທ້າວອານຄິຕ ກຸບຕາ ກ່າວວ່າ “ນັບແຕ່ເລີ້ມຕົ້ນມາ ຂ້າພະເຈົ້າໄດ້ຊອກຫາສະຖານທີ່
ທີ່ຈະສະໜອງໃຫ້ຂ້າພະເຈົ້າ ຄອບຄົວຂ້າພະເຈົ້າ ໂດຍສະເພາະແລ້ວ ແມ່ນລູກສາວ
ຂອງຂ້າພະເຈົ້າ ຊີວິດການເປັນຢູ່ທີ່ນາງສາມາດດຳລົງ ແລະຈະເລີນຮຸ່ງເຮືອງ ໃນສິ່ງ
ທີ່ນາງຢາກເຮັດ ຊຶ່ງອັນນີ້ບໍ່ມີການແຂ່ງຂັນຫຍັງຫຼາຍ ທີ່ນາງສາມາດເຮັດ ໃຫ້ຄວາມ
ໄຝ່ຝັນກາຍເປັນຄວາມຈິງໄດ້.”
ລາວກ່າວຕື່ມວ່າ ລາວບໍ່ເຄີຍພິຈາລະນາ ທີ່ຢາກຈະ
ມາຢູ່ສະຫະລັດເລີຍ.

ເປັນເວລາເກືອບຫ້າທົດສະວັດ ທີ່ສະຫະລັດ ຖືກມອງເຫັນວ່າ ເປັນດິນແດນຂອງໂອກາດ
ຊຶ່ງເປັນປະເທດທີ່ຈະຖືກເລືອກສູງທີ່ສຸດ ສຳລັບ ກຸ່ມພວກນັກສຶກສາ ແລະກຸ່ມທີ່ມີອາຊີບ
ຂອງອິນເດຍ ຜູ້ທີ່ຢາກຈະຍົກຍ້າຍ ມາ​ຕັ້ງຖິ່ນຖານ. ແຕ່ໃນຂະນະທີ່ວໍຊິງຕັນ ໄດ້ວາງນະ
ໂຍບາຍດ້ານຄົນເຂົ້າເມືອງທີ່ມີຂໍ້ຈຳກັດ ພວກຊາວໜຸ່ມຂອງອິນເດຍຫຼາຍສິບພັນຄົນແມ່ນ
ກຳລັງຫັນໄປຫາປະເທດເພື່ອບ້ານ ທາງພາກເໜືອຂອງສະຫະລັດ ນັ້ນກໍຄື ການາດາ ຊຶ່ງ
ໄດ້ສະເໜີເສັ້ນທາງໄປສູ່ການເປັນພົນລະເມືອງຂອງປະເທດນີ້ໄດ້ຢ່າງງ່າຍດາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG