ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນເດຍ ຖືເບົາ ການຂັດແຍ້ງກັນ ກັບສະຫະລັດ ເລຶ່ອງການຈັບ ນັກການທູດອິນເດຍ (ວີດີໂອ)


ນາງ Devyani Khobragade ນັກການທູດອິນເດຍ ທີ່ຖືກສະຫະລັດ ຈັບກຸມ ໃນຂໍ້ຫາປອມແປງວິຊ້າ.
ນາງ Devyani Khobragade ນັກການທູດອິນເດຍ ທີ່ຖືກສະຫະລັດ ຈັບກຸມ ໃນຂໍ້ຫາປອມແປງວິຊ້າ.
ທ່ານ Salman Khurshid ລັດຖະມົນຕີ​ຕ່າງປະ​ເທດ​ອິນ​ເດຍ​ເວົ້າ​ວ່າ ຄວາມ​ເຄັ່ງ​ຕຶງ​ໃນ​ປັດຈຸບັນ​ນີ້ ກ່ຽວ​ກັບ​ການ​ຈັບ​ກຸມ​ນັກ​ການ​ທູດ​ອິນ​ເດຍຄົນ​ນຶ່ງ ​ໃນ​ສະຫະລັດ​ນັ້ນ ຈະ​ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສໍາພັນ ລະຫວ່າງປະ​ເທດ​ທັງ​ສອງ.

ທ່່ານ Khurshid ບອກ​ນັກ​ຂ່າວ​ຢູ່​ນີວ​ເ​ເດລລີ ​ເມື່ອ​ວັນ​ເສົາ​ວານ​ນີ້ ວ່າ ອິນ​ເດຍ ມີ​ຄວາມ​ສໍາພັນ​ທີ່​ມີ​ຄຸນຄ່າ​ສູງ​ກັບ​ສະຫະລັດ ທີ່​ບໍ່​ໜ້າ​ຈະ​ໄດ້​ຮັບ​ຜົນ​ກະ ທົບ ຈາກ​ເຫດການ​ນຶ່ງ​ເຫດການ​ດຽວ. ທ່ານ Khurshid ​ໄດ້​ຮຽກຮ້ອງ​ໃຫ້​ມີການ​ເຈລະຈາ​ກັນ​ຕື່ມ​ອີກ ​ເພື່ອ​ແກ້​ໄຂ​ກໍລະນີ​ຂອງນັກ​ການ​ທູດ Devyani Khobragade ທີ່​ຖືກ​ຈັບ​ກຸມ​ຢູ່​ນີວຢ໊ອກ ​ໃນ​ຂໍ້​ຫາ​ມີ​ວິ​ຊ້າ​ປອມ ​ແລະ​ການຂີດ​ຮີດ​ແຮງ​ງານຄົນ​ໃຊ້​ຍິງ ​ທີ່​ຜູ້ກ່ຽວ​ເອົາ​ມາ​ຈາກ​ອິນ​ເດຍ.

ນັກ​ການ​ທູດ Khobragade ຖືກ​ຈັບ​ກຸມ​ເມື່ອ​ວັນ​ທີ 12 ທັນວາ ທີ່​ນີວຢ໊ອກ ​ແລະ ຖືກ​ປະກັນ​ຕົວດ້ວຍ​ຈໍານວນ​ເງິນ 250,000 ​ໂດ​ລ່າ ຫຼັງຈາກມອບ ພາສປອດ​ຂອງນາງ​ໃຫ້​ທາງ​ການ​ສະຫະລັດ ​ແລະ​ໃຫ້ການ​ວ່າ ຕົນ​ບໍ່​ຜິດ​ ​ໃນ​ຂໍ້ຫາ​ປອມ​ແປງ​ວິ​ຊ້າ ​ແລະບໍ່ເວົ້າຄວາມຈິງ ກ່ຽວ​ກັບ​ວ່າ ຕົນ​ຈ່າຍ​ເງິນ ​ໃຫ້ຄົນ​ໃຊ້​ຄົນ​ນັ້ນ ຫຼາຍປານ​ໃດ.

ນາງ​ໄດ້​ຈົ່ມ​ທຸກ​ ໃນ​ເວລາ​ຕໍ່ມາ ວ່າ​ຖືກຄົ້ນ ​ແລະ​ໃສ່​ກຸນ​ແຈ​ມື ຂະນະ​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ຕົວຂອງ​ເຈົ້າໜ້າ​ທີ່​ສະຫະລັດ ຊຶ່ງ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ຢ່າງ​ໃຫຍ່​ຢູ່​ໃນ​ອິນເ​ດຍ.



ລັດຖະບານ​ອິນ​ເດຍ ​ໄດ້​ຍ້າຍ ນາງ Khobragade ​ໄປຢູ່ສະຖານທູດ​ຂອງ​ຕົນປະ​ຈໍາ
ສະຫະ​ປະຊາ​ຊາດ ອັນ​ເປັນ​ການ​ເຄື່ອນ​ໄຫວ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ສະຫະລັດ​ດໍາ​ເນີນ​ຄະດີ​ນາງ​ໄດ້ ​ເວລາ​ນີ້​ຍັງ​ບໍ່​ແຈ້ງ​ຂາວ​ວ່າ ​ເຈົ້າໜ້າ​ທີ່​ສະຫະລັດ ຈະ​ອະນຸມັດ​ການ​ເຄຶ່ອນ​ໄຫວ​ນັ້ນ ຫຼືບໍ່ ກ່ອນ​ມີ​ການ​ແກ້​ໄຂທາງ​ກົດໝາຍ​ຕໍ່​ຄະດີ​ຂອງ​ນາງ.

ເມື່ອ​ວັນ​ເສົາ​ວານ​ນີ້ ພວກ​ປະ​ທ້ວງ​ຢູ່​ເມືອງ Chennai, ລັດ Tamil Nadu ​ໄດ້ຈູດ​ຫຸ່ນ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ​ແລະ​ອະນຸສາວະລີ​ອິດສະຫຼະພາບ ​ແລະ​ຜູ້​ນໍາພັກ​ນຶ່ງ​ໃນ​ຂົງເຂດ​
ເວົ້າ​ວ່າ ອິນ​ເດຍຄວນ​ຈະ​ຕອບ​ໂຕ້​ດ້ວຍ​ການ​ຈັບ​ກຸມ​ພວກ​ກະ​ເທີຍ ທີ່​ທໍາ​ງານ​ຢູ່​ໃນ​ສະຖານ
ທູດ​ສະຫະລັດ​ແຫ່ງ​ຕ່າງໆ. ຢູ່​ທີ່​ເຂດ​ຊານ​ເມືອງ​ແຫ່ງ​ນຶ່ງ​ຂອງ​ນະຄອນມໍາບາຍ ພວກ​ນັກ​
ເຄຶ່ອນ​ໄຫວ​ທີ່​ໂມ​ໂຫ ​ໄດ້​ພາກັນ​ທໍາລາຍ​ຮ້ານ​ຂາຍ​ປິດ​ຊ້າ Domino ​ເມື່ອ​ວັນ​ສຸກຜ່ານ​ມາ.

ອິນ​ເດຍ​ໄດ້​ຕໍ່​ວ່າ ກ່ຽວ​ກັບ​ການ​ປະຕິບັດ​ຕໍ່​ນັກ​ການ​ທູດ​ຂອງ​ຕົນ ​ແລະ​ຕ້ອງການ​ໃຫ້​ສະຫະລັດ ​ລົບ​ລ້າງ​ຂໍ້​ຫາ​ຕ່າງໆ​ຕໍ່​ນາງ.

ການປະທ້ວງຕໍ່ຕ້ານສະຫະລັດ ຢູ່ອິນເດຍ:

Indian Diplomat Arrest in US Sparks Protests
please wait

No media source currently available

0:00 0:00:53 0:00
ລິງໂດຍກົງ



Indian Foreign Minister Salman Khurshid says current tensions over the arrest of an Indian diplomat in the United States will not harm the relationship between the two countries.

Khurshid told reporters in New Delhi Saturday that India has a valuable relationship with the United States that should not be affected by one incident. He called for further talks to resolve the case of Devyani Khobragade, who was arrested in New York on charges of visa fraud and exploitation of a maid, whom she brought from India.

Khobragade was arrested December 12 in New York and released on $250,000 bail after giving up her passport and pleading not guilty to charges of visa fraud and making false statements about how much she paid her household help.

Her subsequent complaint of being strip-searched and handcuffed while in custody has caused outrage in India.

The Indian government has transferred Khobragade to its United Nations delegation in an apparent move to protect her from U.S. prosecution. It is not clear, however, if U.S. authorities will approve the move before a legal resolution of her case.

Protesters in Chennai, Tamil Nadu, on Saturday burned effigies of U.S. President Barack Obama and the Statue of Liberty. And, a regional party leader said India should respond by arresting homosexuals working in U.S. embassies.

In a suburb of Mumbai, angry activists vandalized a Domino's Pizza outlet on Friday.

India has complained about the treatment of its diplomat and wants all charges against her dropped.

U.S. Attorney Preet Bharara issued a statement Wednesday saying Khobragade was extended courtesies far beyond what other defendants, mostly American citizens, are accorded.

Khobragade seems to have garnered more sympathy in India than her employee, who allegedly was paid only a third of the amount Khobragade had reported to U.S. authorities.

Some information for this report was provided by Reuters.
XS
SM
MD
LG