ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

103 ຄົນ ເສຍຊີວິດ ໃນອຸບັດເຫດ ເຮືອຫລົ້ມ ຢູ່ອິນເດຍ (ເບິ່ງວີດີໂອ)


ພວກກູ້ໄພ ດຶງເອົາຊາກເຮືອໂດຍສານ ທີ່ປະສົບອຸບັດເຫດຫຼົ້ມ ຢູ່ແມ່ນໍ້າພຣົມມະບຸດ ຂຶ້ນມາ (1 ພຶດສະພາ 2012)
ພວກກູ້ໄພ ດຶງເອົາຊາກເຮືອໂດຍສານ ທີ່ປະສົບອຸບັດເຫດຫຼົ້ມ ຢູ່ແມ່ນໍ້າພຣົມມະບຸດ ຂຶ້ນມາ (1 ພຶດສະພາ 2012)

ບັນດາມະນຸດ​ກົບ ແລະພວກກູ້ໄພ ທີ່ພາກຕາເວນອອກສຽງເໜືອຂອງອີນເດຍ ເລີ້ມການ
ປະຕິບັດ​ງານ​ຊອກຄົ້ນຫາພວກ​ທີ່​ຍັງຫາຍສາບສູນກວ່າ 100 ຄົນຫລັງຈາກເຮືອ​ທີ່ບັນທຸກ
ຜູ້​ໂດຍສານ​ເກີນ​ກຳນົດ​ໄດ້​ປະສົບ ອຸບັດ​ເຫດ​ຫຼົ້ມຢູ່ໃນແມ່ນໍ້າສາຍນຶ່ງ ໃນ​ຈຳນວນແມ່ນໍ້າທີ່
ໃຫ່ຍທີ່ສຸດຂອງ ອິນ​ເດຍ.

ຢ່າງນ້ອຍ 103 ຄົນໄດ້ຈົມນໍ້າຕາຍຫັງຈາກເຮືອສອງຊັ້ນໄດ້ຫລົ້ມແລະຫັກອອກເປັນສອງ
ທ່ອນ ໃນຕອນ​ແລງ​ຂອງ​ມື້ວັນຈັນວານ​ນີ້ ​ໃນແມ່ນໍ້າພຣົມມະ​ບຸດ ທີ່ກໍາລັງ​ໄຫຼນອງນັ້ນ.

ຜູ້​ບັນຊາ​ການຕໍາຫລວດຂອງລັດອັສສຳ ທ່ານ Jayanta Choudhury ກ່າວວ່າ ​ປະມານ
100 ຄົນ ຖືກຊ່ວຍຊີວິດໄວ້​ໄດ້ ຫລືບໍ່​ກໍ​ສາມາດ​ລອຍ​ເຂົ້າຝັ່ງໄດ້ຢ່າງປອດໄພຢູ່ເຂດເທດສະ
ບານ​ເມືອງ Dhubri ໃກ້ກັບຊາຍແດນຂອງບັງກລາແດັສ.

ເຮືອທີ່ບັນທຸກ​ເຄື່ອງ​ຂອງ​ແລະ​ຜູ້​ຄົນ​ເກີນ​ກຳນົດ​ລຳ​ນີ້ມີຜູ້ໂດຍສານປະມານ 300 ຄົນຮວມ
ທັງ​ເປົາເຂົ້າແລະເຄື່ອງຂອງຕ່າງໆ ແຕ່ບໍ່ມີເຮືອນ້ອຍກູ້ໄພແລະເສື້ອຊູຊີບ​ໄວ້​ສຳ​ຫຼັບຄົນໂດຍ
ສານ ​ໃນ​ເວລາ​ເກີດ​ອຸບັດ​ເຫດ.

ມັນເປັນອຸບັດເຫດທີ່ຮ້າຍແຮງທີ່ສຸດທີ່ບໍ່ເຄີຍ​ເກີດ​ຂຶ້ນ​ໃນ​ໄລຍະ​ບໍ່​ດົນ​ຜ່ານມາຢູ່ໃນເຂດພາກ
ຕາເວັນອອກສ່ຽງເໜືອຂອງອີນເດຍ. ບັນດາໜ່ວຍກູ້ໄພໄດ້ປະສົບ​ກັບ​ອຸບປະສັກ​ຈາກຝົນ
ຕົກໜັກແລະມີລົມພັດແຮງ.

ເຈົ້າໜ້າທີ່ອີນເດຍກ່າວວ່າເຂົາເຈົ້າໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ບັງກລາແດັສເພື່ອ​ຂໍຄວາ​ມຊ່ວຍ​
ເຫຼືອ​ ໃນ​ການຊອກຫາ ພວກ​ທີ່ລອດຊີວິດມາ​ໄດ້. ນາຍຍົກລັດຖະມົນຕີອິນ​ເດຍ ທ່ານ
Manmoham Singh ກ່າວວ່າ ທ່ານໄດ້ “ຕື່ນຕົກ​ໃຈແລະເສົ້າສະຫລົດໃຈ.” ກ່ຽວ​ກັບອຸ
ບັດຕິເຫດດັ່ງ ກ່າວ.

ແມ່ນໍ້າພຣົມມະ​ບຸດ ແມ່ນນຶ່ງ​ໃນແມ່ນໍ້າທີ່ໃຫ່ຍທີ່ສຸດໃນເອເຊຍ ທີ່ມີຕົ້ນກຳ​ເນີ​ດມາຈາກທິ
ເບດ ແລ້ວໄຫລຜ່ານອີນເດຍ ແລະບັງຄລາແດັສ ກ່ອນ​ຈະ​ຕົກສູ່ອ່າວເບັງການ.

XS
SM
MD
LG