ຊາວອິນເດຍຫຼາຍຄົນພາກັນໄປສັ່ງລາອາວອນດ້ວຍຄວາມສະເທືອນໃຈໃນ ວັນອາທິດມື້ນີ້ ຕໍ່ຜູ້ນໍາຮິນດູຫົວຮຸນແຮງຈັດ ທີ່ເປັນຂໍ້ໂຕ້ແຍ້ງກັນນັ້ນ.
ຊາວອິນເດຍຫຼາຍພັນຄົນ ໄດ້ເຕົ້າໂຮມກັນທີ່ເມືອງມຸມບາຍ ເພື່ອໄປຮ່ວມຂະບວນສົ່ງສະ ການຂອງທ່ານ Bal Thackeray ຫົວໜ້າພັກຊາດນິຍົມ Shiv Sena Hindu ຊຶ່ງທ່ານ Thackeray ເປັນນັກການເມືອງຫົວແບ່ງແຍກທີ່ສຸດຄົນນຶ່ງຂອງອິນເດຍ ແຕ່ກໍມີຫຼາຍຄົນຍັງຮັກຫອມທ່ານຢູ່.
ທ່ານ Manmohan Singh ນາຍົກລັດຖະມົນຕີອິນເດຍ ໄດ້ຮ້ອງຂໍໃຫ້ ປະຊາຊົນຢູ່ໃນຄວາມສະຫງົບ ແລະ ຕັ້ງສະຕິ ໃນຊ່ວງຂອງການສູນເສຍ ແລະການໄວ້ອາໄລນີ້ ສໍາລັບຊາວອິນເດຍທັງຫຼາຍນັ້ນ.
ທ່ານ Thackeray ເສຍຊີວິດເມື່ອວັນເສົາວານນີ້ ດ້ວຍໂຣກຫົວໃຈລົ້ມແຫຼວ ລວມອາຍຸໄດ້ 86 ປີ
ອະດີດນັກແຕ້ມຮູບກາຕູນທ່ານນີ້ ໄດ້ກໍ່ຕັ້ງພັກ Shiv Sena ຫຼືກອງທັບ ພະ Shiva ຂຶ້ນ ມາໃນປີ 1966 ເພື່ອປົກປ້ອງສິດທິຂອງປະຊາຊົນທ້ອງຖິ່ນທີ່ປາກເວົ້າພາສາ Marathi ແລະຂັດຂວາງຫ້າມບໍ່ໃຫ້ຜູ້ຄົນທີ່ມາຈາກ ບ່ອນອື່ນ ເຂົ້າໄປໃນລັດ Maharashtra. ນອກນີ້ແລ້ວກຸ່ມດັ່ງກ່າວຍັງຕໍ່ຕ້ານການແຜ່ແຜາຍຂອງສາສະໜາອີສລາມ ແລະຄ່ານິຍົມຂອງຝ່າຍຕາເວັນຕົກນຳດ້ວຍ.