ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຊາຍ​ ຊາວ​ອິນ​ເດຍ 4 ຄົນ ​ຈະ​ຖືກ ຕັດສິນ​ໂທ​ດ ​ໃນ​ວັນ​ສຸກ ​ຈະ​ມານີ້ (ສະໄລດ໌)


ຕໍາຫຼວດນໍາຕົວຜູ້ຕ້ອງສົງໄສໃນຄະດີຂົ່ມຂືນໝູ່ ຕໍ່ຍິງສາວອິນເດຍ ໄວ 23 ປີ ໄປຂຶ້ນສານ
ຕໍາຫຼວດນໍາຕົວຜູ້ຕ້ອງສົງໄສໃນຄະດີຂົ່ມຂືນໝູ່ ຕໍ່ຍິງສາວອິນເດຍ ໄວ 23 ປີ ໄປຂຶ້ນສານ
ຜູ້​ພິພາກສາ​ຄົນ​ນຶ່ງຂອງ​ອິນເດຍ ກ່າວ​ວ່າ ຜູ້​ຊາຍ​ຊາວ​ອິນ​ເດຍ
4 ຄົນ ທີ່​ພົບ​ເຫັນ​ວ່າມີ​ຄວາມ​ຜິດ ຖານ​ທໍາຮ້າຍຮ່າງກາຍ​ເຖິງ​ຂັ້ນ
​ເສຍ​ຊີວິດ ແລະ​ຂົ່ມຂືນສໍາ​ເລົາໝູ່ ຕໍ່ຍິງ​ສາວ ​ໃນ​ເດືອນ​ທັນ​ວາປີ
​ກາຍ​ນີ້ ​ຈະ​ຖືກຕັດສິນ​ລົງ​ໂທ​ດ​ໃນ​ວັນ​ສຸກ​ຈະ​ມານີ້.

ຜູ້​ພິພາກສາ​ Yogesh Khanna ​ໄດ້ຮັບ​ຟັງ​ການ​ໂຕ້​ແຍ້​ງກ່ຽວ​ກັບ
​ການ​ຕັດສິນ​ໂທດໃນ​ວັນ​ພຸດ​ມື້ ນີ້ ຊຶ່ງ​ທາງ​ໄອ​ຍະ​ການ​ໄດ້​ຮຽກຮ້ອງ
​ໃຫ້​ລົງ​ໂທດປະຫານ​ຊີວິດ.



ໃນ​ວັນ​ອັງຄານວານ​ນີ້ ທ່ານ Khanna ​ໄດ້​ພົບ​ເຫັນ​ວ່າ ຊາຍ​ທັງ 4 ຄົນ​ນັ້ນ ​ໄດ້​ມີຄວາມ​ຜິດ
​ທັງ ໝົດ 11 ກະ​ໂທ​ງ ​ຮວມທັງການຂົ່ມຂືນສໍາ​ເລົາໝູ່​ ແລະ​ຄາດ​ຕະກຳ ຫຼັງ​ຈາກ​ທີ່​ໄດ້​ທໍາ​
ການຂົ່ມ ຂືນສໍາ​ເລົາ​ແລະ​ທຸບ​ຕີ ນາງ​ສາວ​ອາຍຸ 23 ປີ​ ນັ້ນ​ ດ້ວຍ​ໄມ້ຄ້ອນ​ເຫຼັກ​ ຢູ່​ເທິງລົດ​ເມ
​ໃນ​ເດືອນ​ທັນວາ​ປີ​ກາຍນີ້. ໝູ່ຜູ້​ຊາຍ​ຂອງ​ນາງສາວຄົນ​ດັ່ງກ່າວກໍ​ໄດ້​ຖືກ​ທຸບ​ຕີ ກ່ອນ​ທີ່​
ທັງ​ສອງຄົນ​ ຈະ​ຖືກ​ໂຍນ​ອອກ​ໄປ​ນອກ​ລົດ​ເມ. ຍິງ​ສາວ​ດັ່ງກ່າວ​ນັ້ນ ​ໄດ້​ເສຍ​ຊີວິດ​ຍ້ອນ
ທົນ​ຕໍ່​ພິດ​ບາດ​ແຜ​ຂອງ​ນາງບໍ່ ​ໄດ້ ທີ່ໂຮງພະຍາບານສິງ​ກະໂປ 2 ອາທິດ​ຫຼັງຈາກ​ນາງ
​ໄດ້​ຖືກ​ໂຈມ​ຕີ.

ພວກ​ປະ​ທ້ວງ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຂ້າງ​ນອກ​ສານ​ໃນ​ອາທິດ​ນີ້ ຮຽກຮ້ອງ​ໃຫ້
ທຳ​ການ​ລົງ​ໂທດ​ປະຫານ​ຊີວິດ ​ແລະ​ກໍ​ໄດ້​ມີ​ການ​ຕົບ​ຕີ​ກັນ​ຢ່າງຊຸນ​ລະມຸນເກີດ​ຂຶ້ນ
ຫຼັງ​ຈາກ​ທີ່​ໄດ້​ມີ​ການຕັດ ສິນ​ວ່າ​ພວກ​ກ່ຽວ​ມີ​ຄວາມ​ຜິດ ໃນວັນ​ອັງຄານ​ວານ​ນີ້.

ພວກ​ຈຳ​ເລີຍ​ກຳລັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີການຜ່ອນ​ຜັນ​ໂທດ​ຈາກ​ປະຫານ​ຊີວິດ​
ມາເປັນ​ຈໍາຄຸກ​ຕະຫຼອດ​ຊີວິດ ​ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ ກົດໝາຍ​ຂອງ​ອິນ​ເດຍສັ່ງ​ໃຫ້​
ປະຫານ​ຊີວິດ ​ຈະ​ມີ​ຂຶ້ນສະ​ເພາະໃນກໍລະນີ​ພິ​ເສດໆເທົ່ານັ້ນ.
XS
SM
MD
LG