ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານສູງສຸດ ອິນເດຍ ຢືນຢັນ ໂທດປະຫານຊີວິດ ສຳລັບ ການຂົ່ມຂືນໝູ່ ໃນປີ 2012


ຄົນເຮັດສວນຄົນນຶ່ງເຮັດວຽກຢູ່ເດີ່ນຫຍ້າ ຂອງສານສູງສຸດ
ໃນນະຄອນຫຼວງ ນິວ ເດລີ, ອິນເດຍ. 22 ສິງຫາ, 2017.
ຄົນເຮັດສວນຄົນນຶ່ງເຮັດວຽກຢູ່ເດີ່ນຫຍ້າ ຂອງສານສູງສຸດ ໃນນະຄອນຫຼວງ ນິວ ເດລີ, ອິນເດຍ. 22 ສິງຫາ, 2017.

ສານສູງສຸດຂອງ ອິນເດຍ ໄດ້ຢືນຢັນການຕັດສິນປະຫານຊີວິດຜູ້ຊາຍສີ່ຄົນທີ່ມີຄວາມ
ຜິດ ກ່ຽວກັບ ການລວມກຸ່ມຂົ່ມຂືນຄົນ ຈົນເສຍຊີວິດໃນປີິ 2012.

ປີກາຍນີ້ ສານສູງສຸດ ໄດ້ຢືນຢັນໂທດປະຫານຊີວິດ ໃນນະຄອນຫຼວງ ນິວເດລີ ສຳລັບ
ພວກຜູ້ຊາຍດັ່ງກ່າວ.

ພວກຜູ້ຊາຍກຸ່ມນັ້ນ ໄດ້ຮ່າງຄຳຮ້ອງການທົບທວນ, ໂດຍເວົ້າວ່າການຕັດສິນປະຫານ
ຊີວິດຂອງພວກເຂົາ ເປັນ “ການເຂັ່ນຂ້າແບບເລືອດເຢັນ” ດ້ວຍອຳນາດຂອງຕຸລາການ.
ສານໄດ້ປະຕິເສດຄຳຮ້ອງການທົບທວນດັ່ງກ່າວໃນວັນຈັນມື້ນີ້.

ຜູ້ຊາຍຄົນທີສີ່ ຜູ້ທີ່ໄດ້ຮັບໂທດປະຫານຊີວິດສຳລັບການຂົ່ມຂືນ ບໍ່ໄດ້ຮ່າງຄຳຮ້ອງການ
ທົບທວນໃດໆ.

ຜູ້ຊາຍຫົກຄົນໄດ້ຖືກຕັ້ງຂໍ້ຫາ ກ່ຽວກັບ ການຂົ່ມຂືນ. ຜູ້ຊາຍຄົນນຶ່ງຖືກພົບວ່າ ເສຍຊີ
ວິດໃນຫ້ອງຂັງຂອງລາວ. ຜູ້ຕ້ອງຫາອີກຄົນນຶ່ງ, ເຊິ່ງມີອາຍຸ 17 ປີໃນເວລາເກີດການ
ໂຈມຕີນັ້ນ, ໄດ້ຖືກຕັດສິນເຂົ້າໄປຢູ່ໃນສູນກັກຂັງສາມປີ ເຊິ່ງແມ່ນໂທດສູງສຸດທີ່ລາວ
ສາມາດໄດ້ຮັບ.

ການຂົ່ມຂືນແມ່ຍິງອາຍຸ 23 ປີໃນນະຄອນຫຼວງ ນິວເດລີ ໄດ້ເປັນຂ່າວໄປທົ່ວວົງການ
ສາກົນ. ລາວຍັງຖືກທຳຮ້າຍດ້ວຍທ່ອນເຫຼັກ. ລາວໄດ້ເສຍຊີວິດຍ້ອນອະໄວຍະວະລົ້ມ
ແຫຼວຮຸນແຮງ ຫຼັງຈາກໄດ້ຮັບບາດເຈັບພາຍໃນ ແລະ ຄວາມເສຍຫາຍທາງສະໝອງ
ໃນການຖືກຂົ່ມຂືນ. ລາວໄດ້ເສຍຊີວິດໃນສອງອາທິດຫຼັງຈາກການໂຈມຕີ.

ການໂຈມຕີແມ່ຍິງຄົນດັ່ງກ່າວ ໄດ້ກໍ່ໃຫ້ເກີດການປະທ້ວງທີ່ໂມໂຫໃນທົ່ວອິນເດຍ ກ່ຽວ
ກັບ ການປະຕິບັດຕໍ່ແມ່ຍິງໃນປະເທດ ແລະ ໄດ້ນຳໄປສູ່ການປັບປຸງກົດໝາຍການທຳ
ຮ້າຍທາງເພດຂອງ ອິນເດຍໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG