ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຮຽກໂຕ ອະດີດນາຍົກ Singh ໄປຂື້ນສານ ໃນຂໍ້ຫາ ສໍ້ລາດບັງຫຼວງ


ອະດີດນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ຖືກຮຽກໂຕໄປຂື້ນສານ ໃນຂໍ້ຫາພົວພັນກັບການສໍ້ລາດບັງຫຼວງ.
ອະດີດນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ຖືກຮຽກໂຕໄປຂື້ນສານ ໃນຂໍ້ຫາພົວພັນກັບການສໍ້ລາດບັງຫຼວງ.

ສານພິ​ເສດ​ແຫ່ງ​ນຶ່ງ​ຂອງ​ອິ​ນ​ເດຍ ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້ຮຽກໂຕ​
ອະດີດ​ນາຍົກລັດ ຖະມົນ​ຕີ Manmohan Singh ໄປ​ຂຶ້ນ​ສານ
​ເພື່ອ​ປະ​ເຊີນໜ້າ​ກັບ​ການ​ກ່າວ​ຫາ ສໍ້ລາດ​ບັງ​ຫຼວງ ທີ່​ພົວພັນ​
ກັບ​ການ​ຂາຍບໍ່​ຖ່ານ​ຫີນ ທີ່ຢູ່ພາຍ​ໃຕ້ລັດຖະບານ​ຂອງ​ທ່ານ.

ຜູ້ພິພາກສາ ​ໄດ້​ສັ່ງ​ໃຫ້ທ່ານ Singh ​ແລະບຸກຄົນອື່ນໆ​ອີກ​ຫ້າ​
ຄົນ​ທີ່​ພົວພັນ​ກັບ​ຄະດີດັ່ງ​ກ່າວໄປປາກົດ​ໂຕ​ໃນ​ວັນ​ທີ 8 ​ເດືອນ​
ໜ້ານີ້.

ລັດຖະບານ​ໄດ້​ຂາຍ​ບໍ່ຖ່ານ​ຫີນທີ່ແບ່ງອອກເປັນຕອນໆ​ຫຼາຍ
​ກວ່າ 200 ຕອນ​ໃນ​ເວລາທີ່​ທ່ານ​ເປັນ​ນາ​ຍົກ​ລັດຖະມົນຕີແຕ່
​ຜູ້​ກວດກາ​ບັນຊີ​ແຫ່ງ​ຊາດຂອງອິນ​ເດຍ ກ່າວ​ວ່າ ​ໃນ​ປີ2012 ນັ້ນ ໄດ້ມີການມອບສຳປະ ທານໃຫ້ ໂດຍປາດ​ສະ​ຈາກ​ການ​ປະມູນລາຄາ​ ຂອງລັດຖະບານ ທີ່​ໄດ້ສ້າງຄວາມເສຍ
ຫາຍໃຫ້ແກ່ລັດຖະບານ ຫລາຍ​ພັນ​ລ້ານ​ໂດ​ລາ. ສານ​ສູງ​ສຸດໃນ​ປີ​ກາຍ​ນີ້ ​ໄດ້​ຕັດສິນ​ວ່າ
ຂັ້ນຕອນ​ດັ່ງ​ກ່າວ​ແມ່ນ​ຜິດ​ກົດໝາຍ.

ການ​ກ່າວ​ຫາ​ຕ່າງໆ​ເປັນ​ພາກ​ສ່ວນນຶ່ງ ຂອງຂໍ້​ກ່າວ​ຫາສໍ້​ລາດ​ບັງ​ຫລວງທີ່​ພົວພັນ​ກັບ​ລັດ
ຖະບານພາຍໃຕ້ການນຳພາຂອງພັກຄອງແກຣັສ​ໃນ​ເວລາ​ທີ່​ທ່ານ Singh ​ເປັນ​ນາຍົກ
ລັດຖະມົນຕີ ຊຶ່ງ​ຮວມທັງ​ລາຍ​ງານ​ຂອງ​ບັນດາ​ຜູ້​ກວດກາ​ບັນຊີທີ່ແຈ້ງ​ໃຫ້ຊາບກ່ຽວກັບ
ການຂາດທຶນ 40 ພັນ​ລ້ານ​ໂດ​ລາ​ ຈາກ​ການ​ຂາຍໃບອະນຸຍາດ ​ໂທລະສັບ​ມື​ຖື ​ແລະ​ການ
​ຮັບ​ສິນ​ບົນທີ່ມີຢ່າງແຜ່ກວ້າງໃນລະຫວ່າງ​ການ​ແຂ່ງ​ຂັນ​ກິລາຂອງກຸ່ມ​ປະ​ເທດ​ເຄືອຈັກກະ
ພົບໃນ ປີ 2010.

​ໂຄສົກ​ຂອງ​ພັກ​ຄອງແກຣັສ ທ່ານ Manish Tewari ກ່າວ​ວ່າ “ອະ​ດີດ​ລັດຖະບານ ບໍ່​ມີ​
ຫຍັງ​ໝົດ​ທີ່​ປິ​ດບັງ” ​ແລະວ່າ​ເຂົາ​ເຈົ້າ​ປະຕິບັດ​ທຸກ​ຢ່າງ​ດ້ວຍຄວາມ​ແຈ້ງ​ຂາວ.

ທ່ານ Singh ​ໄດ້​ເປັນ​ນາຍົກລັດຖະມົນຕີແຕ່​ປີ 2004 ຈົນ​ຮອດ​ປີ​ກາຍ​ນີ້. ທ່ານ​ Narendra
Modi ​ຈາກ​ພັກ Bharatiya Janata ໄດ້ເຂົ້າຮັບຕຳແໜ່ງ ແທນທ່ານ.

India corruption
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG