ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານອິນເດຍ ຕັດສິນ ປະຫານຊີວິດ 5 ຄົນ ທີ່ວາງລະເບີດ ໃສ່ລົດໄຟ ໃນນະຄອນມູມໄບ


ນຶ່ງໃນ 5 ຄົນ ທີ່ຖືກກ່າວຫາ ໃນການວາງລະເບີດ ລົດໄຟ ເມື່ອປີ 2006 ໃນນະຄອນມຸມໄບ ກຳລັງຖືກ ຄຸມຕົວໂດຍເຈົ້າໜ້າທີ່ຕຳຫລວດ ຈາກຄຸກ ໄປຍັງສານແຫ່ງນຶ່ງ ໃນມຸມໄບ ປະເທດອິນ, ວັນພຸດ ທີ 30 ກັນຍາ 2015.
ນຶ່ງໃນ 5 ຄົນ ທີ່ຖືກກ່າວຫາ ໃນການວາງລະເບີດ ລົດໄຟ ເມື່ອປີ 2006 ໃນນະຄອນມຸມໄບ ກຳລັງຖືກ ຄຸມຕົວໂດຍເຈົ້າໜ້າທີ່ຕຳຫລວດ ຈາກຄຸກ ໄປຍັງສານແຫ່ງນຶ່ງ ໃນມຸມໄບ ປະເທດອິນ, ວັນພຸດ ທີ 30 ກັນຍາ 2015.

ສານແຫ່ງນຶ່ງໃນປະເທດອິນເດຍ ໄດ້ຕັດສິນປະຫານຊີວິດ 5 ຄົນ
ໃນວັນພຸດມື້ນີ້ ຍ້ອນມີບົດບາດໃນການວາງລະເບີດໃສ່ລົດໄຟ
ໂດຍສານທີ່ນະຄອນມູມໄບ ໃນປີ 2006 ທີ່ໄດ້ສັງຫານ 186 ຄົນ
ແລະ ອີກຫລາຍຮ້ອຍຄົນ ໄດ້ຮັບບາດເຈັບ.

ນອກນັ້ນ ສານຍັງໄດ້ຕັດສິນຈຳຄຸກຕະຫລອດຊີວິດອີກ 7 ຄົນ
ຍ້ອນພົວພັນໃນການໂຈມຕີດັ່ງກ່າວ. ພວກນັກໂທດທັງໝົດ
ໄດ້ຖືກພົບເຫັນວ່າມີຄວາມຜິດເມື່ອ ເດືອນແລ້ວນີ້ ຫລັງຈາກ
ການດຳເນີນຄະດີມາເປັນເວລາ 8 ປີ ທີ່ຮວມທັງຄຳໃຫ້ການ
ຂອງພວກພິຍານ 200 ຄົນ.

ເຫດລະເບີດໄດ້ແຕກຂຶ້ນຢູ່ໃນບໍລິເວນຕູ້ຜູ້ໂດຍສານ ໃນເວລາຊົ່ວໂມງເລີກການຕອນແລງ.
ໄອຍະການກ່າວວ່າ ກຸ່ມຫົວຮຸນແຮງ Lashkar-e-Taiba ທີ່ມີຖານ ປະຕິບັດງານຢູ່
ປາກິສຖານ ເປັນຜູ້ທຳການໂຈມຕີ ໂດຍໃຊ້ລະເບີດທີ່ເຮັດຈາກໝໍ້ ຕົ້ມ ທີ່ໃຊ້ຄວາມອັດດັນ
ຈາກອາຍນ້ຳ ແລະພວກເຂົາໄດ້ທຳການໂຈມຕີ ເພື່ອເປັນ ການແກ້ແຄ້ນຕໍ່ການກໍ່ຈະລາຈົນ
ທີ່ລັດ Gujarat ທາງພາກຕາເວັນຕົກຂອງອິນ ເດຍເມື່ອປີ 2002 ທີ່ເຮັດໃຫ້ມີຜູ້ເສຍຊີວິດ
2,000 ຄົນນັ້ນ.

ເຫດລະເບີດດັ່ງກ່າວນີ້ ເຮັດໃຫ້ອິນເດຍຕ້ອງໄດ້ໂຈະ ການເຈລະຈາສັນຕິພາບ ກັບປາກິສ
ຖານເປັນເວລາຫຼາຍໆເດືອນ.

ການເຈລະຈາໄດ້ເລີ້ມຄືນອີກໃນເວລາຕໍ່ມາ ແຕ່ກໍໄດ້ຖືກລົບກວນອີກຄັ້ງນຶ່ງ ເວລາພວກ
ຫົວຮຸນແຮງໄດ້ທຳການໂຈມຕີອີກເທື່ອໃໝ່ຕໍ່ນະຄອນມູມໄບໃນປີ 2008 ທີ່ເຮັດ 166 ຄົນ
ເສຍຊີວິດ.

XS
SM
MD
LG