ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ກອງທັບອິນເດຍ ກ່າວວ່າ ທະຫານອິນເດຍ ແລະຈີນ ປະທະກັນຄັ້ງໃໝ່ ຢູ່ເຂດຊາຍແດນ


ລົດທະຫານອິນເດຍ ຢູ່ໄກ້ກັບໜອງນໍ້າປັງກອງ ໂຊ (Pangong Tso) ວັນທີ 14 ກນຍາ 2017.
ລົດທະຫານອິນເດຍ ຢູ່ໄກ້ກັບໜອງນໍ້າປັງກອງ ໂຊ (Pangong Tso) ວັນທີ 14 ກນຍາ 2017.

ທະຫານອີນເດຍ ແລະຈີນ ໄດ້ພົວພັນກັບການປະທະກັນຮອບໃໝ່ ໃນອາທິດແລ້ວນີ້ ຢູ່
ຕາມຊາຍແດນທີ່ມີການຂັດແຍ້ງກັນ ທາງພາກຕາເວັນອອກຂອງພູຫິມະໄລ ອີງຕາມກ
ອງທັບອິນເດຍ. ຈີນຍັງບໍ່ທັນໃຫ້ການຢືນຢັນກ່ຽວກັບເຫດ ການດັ່ງກ່າວ.

ການປະທະກັນເທື່ອຫລ້າສຸດເກີດຂຶ້ນທ່າມກາງຄວາມເຄັ່ງຕຶງມາເປັນເວລາແປດເດືອນ
ໃນການປະເຊີນໜ້າກັນ ລະຫວ່າງພວກທະຫານຂອງປະເທດທັງສອງ ແລະໄດ້ເນັ້ນຢໍ້າ
ວ່າ ຊາຍແດນລະຫວ່າງປະເທດຍັກໃຫຍ່ເອເຊຍ ຍັງຈະສືບຕໍ່ ມີຄວາມຫຼໍ່ແຫຼມ ອີງຕາມ
ຄຳເວົ້າຂອງບັນດານັກວິເຄາະ.

ຢູ່ໃນຖະແຫຼງການ ກອງທັບອິນເດຍກ່າວວ່າ ເຫດການນີ້ເກີດຂຶ້ນໃນວັນພຸດຢູ່ ທີ່ບ້ານນາກູ ລາ (Naku La) ໃນເຂດຊິກຂິມເໜືອ (Sikkim) ແລະເວົ້າວ່າເປັນການ “ປະເຊີນ
ໜ້າກັນເລັກນ້ອຍ” ແລະກ່າວວ່າ “ມັນໄດ້ຮັບການແກ້ໄຂ ໂດຍບັນດາຜູ້ບັນຊາການໃນທ້ອງຖິ່ນ ຕາມຫລັກການທີ່ໄດ້ຕັ້ງໄວ້.”

ລາຍງານຂອງສື່ມວນຊົນຢູ່ອິນເດຍກ່າວວ່າ ພວກທະຫານຈາກທັງສອງຝ່າຍ ໄດ້ຮັບບາດ
ເຈັບຈາກການປະທະກັນ ຊຶ່ງເກີດຂຶ້ນເວລາກອງທະຫານອິນເດຍ ຂັດຂວາງການລາດ
ຕະເວນຂອງທະຫານຈີນທີ່ລ່ວງລໍ້າເຂົ້າໄປໃນດິີນແດນອິນ ເດຍ. ກອງທັບກ່າວວ່າ ສື່
ມວນຊົນຄວນ “ຢັບຢັ້ງຈາກການເວົ້າເກີນຄວາມຈິງຫຼືລາຍງານທີ່ເວົ້າໂຍກເກີນ
ໄປໂພດ.”

ໂຄສົກກະຊວງຕ່າງປະເທດຈີນ ທ່ານຊາວ ລີຈຽນ (Zhao Lijian) ກ່າວວ່າ “ທ່ານບໍ່ມີລາຍ
ລະອຽດທີ່ຈະເໜີ” ກ່ຽວກັບເຫດການນີ້. ແຕ່ໄດ້ຮຽກຮ້ອງໃຫ້ອີນ ເດຍໃຊ້ຄວາມຢັບຢັ້ງ ແລະ
ເອົາມາດຕະການທີ່ເໝາະສົມ ເພື່ອຄຸ້ມຄອງຄວາມ ແຕກຕ່າງຂອງເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG