ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍ ເສັດສິ້ນ ການເລືອກຕັ້ງ ແຫ່ງຊາດ ຫລັງຈາກ ໃຊ້ເວລາປ່ອນບັດ ເດືອນ​ປາຍ​ (ວີດີໂອ)


indiaelections12may14
please wait
Embed

No media source currently available

0:00 0:00:18 0:00

ເບິ່ງວີດີໂອ ເລື້ອງນີ້

ອິນ​ເດຍ ຊຶ່ງ​ເປັນປະ​ເທດ​ປະຊາທິປະ​ໄຕ​ ທີ່ໃຫຍ່​ທີ່​ສຸດ​ຂອງ
​ໂລກ ກຳລັງ​ຈະເສັດ​ສິ້ນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດທີ່​ໃຫຍ່​ທີ່
​ສຸດ​ຂອງ​ຕົນ.

ປະຊາຊົນ​ທີ່ໄປລົງທະບຽນແລະມີ​ສິດເລືອກ​ຕັ້ງ​ ຈຳນວນ​ຫຼາຍ​
ກວ່າ 814 ລ້ານ​ຄົນ ​ໄດ້​ໄປ​ອອກສຽງ​ເລືອກ​ຕັ້ງ​ເປັນ​ຂັ້ນໆ​ມາ
​ໄດ້​ດົນ​ກວ່າ ​ເດືອນ​ປາຍ​ແລ້ວ.

ວັນ​ຈັນ​ມື້​ນີ້ ​ເປັນ​ມື້​ສຸດ​ທ້າຍ​ຂອງ​ການເລືອກ​ຕັ້ງ ​ໂດຍ​ມີ​ປະຊາ
ຊົນພາກັນ​ໄປປ່ອນ​ບັດ ຢູ່​ໃນລັດ Uttar Pradesh ທາງ​ພາກ​
ເໜືອ ກັບສອງລັດໃນ​ພາກ​ຕາ​ເວັນ​ອອກ ຄື Bengal ຕາ​ເວັນ​ຕົກ ກັບ Bihar. ​ໃນ​ລັດ
Bengal ຕາ​ເວັນ​ຕົກນັ້ນ ພັກ​ຄອມ​ມິ​ວນິສ​ໃນ​ພາກ​ພື້ນ​ເວົ້າ​ວ່າ ມີ​ການ​ຍິງ​ປືນ​ໃສ່​ສະມາຊິກ
​ຂອງ​ຕົນ ​ໃນ​ການ​ປະ​ທະ​ກັນ​ກັບ​ອີກ​ພັກ​ນຶ່ງ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້ໄດ້ຮັບ​ບາດເຈັບ​ ຈຳນວນ​ນຶ່ງ.
ທ່ານ Narendra Modi ຫົວໜ້າພັກຝ່າຍຄ້ານ Bharatiya Janata ໃຫ້ສັນຍະລັກແຫ່ງໄຊຊະນະ ຫຼັງຈາກທ່ານປ່ອນບັດຂອງທ່ານແລ້ວ
ທ່ານ Narendra Modi ຫົວໜ້າພັກຝ່າຍຄ້ານ Bharatiya Janata ໃຫ້ສັນຍະລັກແຫ່ງໄຊຊະນະ ຫຼັງຈາກທ່ານປ່ອນບັດຂອງທ່ານແລ້ວ

​ຜົນ​ຂອງ​ການ​ປ່ອນບັດ​ ໃນ​ໜ່ວຍ​ເລືອກ​ຕັ້ງ​ຈຳນວນ​ເກືອບ 1 ລ້ານ​
ແຫ່ງ​ຄາດ​ວ່າ ​ຈະມີ​ການ​ເປີ​ດ​ເຜີຍ​ໃຫ້​ຊາບໃນ​ວັນ​ສຸກ​ສັບປະດາ​ນີ້.

ການ ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ແມ່ນ​ເພື່ອປ່ອນ​ເອົາ​ຜູ້​ແທນ​ເຂົ້າ​ນັ່ງ​ປະຈຳ​ບ່ອນ​ນັ່ງ​ທັງ​ໝົດ 543 ບ່ອນ ຢູ່​ໃນ​ສະພາ​ຕໍ່າ​ ຂອງ​ສະພາ​ແຫ່ງ​ຊາດ.

ພັກຝ່າຍ​ຄ້ານ Bharatiya Janata ຫຼື BJP ຫວັງ​ທີ່​ຈະຂັບ​ໄລ່​ພັກ​
ຄອງ​ແກຣສ ທີ່ພວກ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ໂດຍ​ໃຫ້​ຄຳ​ໝັ້ນ​
ສັນຍາ​ທີ່​ຈະ​ຟື້ນຟູ​ເສດຖະກິດ​ທີ່​ກຳລັງ​ເຕີບ​ໂຕ​ຊ້າ​ໃນ​ປັດຈຸບັນ ​ໃຫ້​ແຂງ​ແຮງ​ຂຶ້ນ.

ສ່ວນ​ພັກ​ຄອງ​ແກຣສນັ້ນກໍ​ໄດ້​ປະສົບ​ກັບ​ບັນຫາ​ການ​ສໍ້​ລາດ​ບັງ​ຫລວງທີ່​ນອງ​ນັນ ໃນ​ບັນດາ
​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ ໃນ​ໄລຍະ​ການ​ປົກຄອງ​ປະ​ເທດ ມາ​ເປັນ​ເວລາ 10ປີ​ນັ້ນ.
XS
SM
MD
LG