ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂມດີ ມີ​ກຳ​ນົດຈະຊະນະສຽງສ່ວນຫຼາຍຢ່າງຫວຸດຫວິດ ແຕ່ຈຳນວນບ່ອນນັ່ງຂອງພັກຂອງທ່ານ ​ໄດ້ຫຼຸດລົງ


ບັນດາຜູ້ສະໜັບສະໜູນພັກ ບາຣາຕີຢາ ຈານາຕາ ຮ້ອງໂຮຄຳຂວັນ ໃນຂະນະທີ່ຮັບຟັງ ນາຍົກລັດຖະມົນຕີອິນເດຍ ທ່ານ ນາເຣນດຣາ ໂມດີ ຢູ່ທີ່ສຳນັກງານໃຫຍ່ຂອງພັກ ໃນ ນິວ ເດລີ, ອິນເດຍ, ວັນທີ 4 ມິຖຸນາ, 2024. ພັກດັ່ງກ່າວບໍ່ໄດ້ຜົນໄດ້ຮັບທີ່ດີປານໃດ ໃນການເລືອກຕັ້ງລັດຖະສະພາ ຕາມທີ່ນັກພະຍາກອນ ແລະ ເອັກຊິດ ໂພລ ຄາດການໄວ້.
ບັນດາຜູ້ສະໜັບສະໜູນພັກ ບາຣາຕີຢາ ຈານາຕາ ຮ້ອງໂຮຄຳຂວັນ ໃນຂະນະທີ່ຮັບຟັງ ນາຍົກລັດຖະມົນຕີອິນເດຍ ທ່ານ ນາເຣນດຣາ ໂມດີ ຢູ່ທີ່ສຳນັກງານໃຫຍ່ຂອງພັກ ໃນ ນິວ ເດລີ, ອິນເດຍ, ວັນທີ 4 ມິຖຸນາ, 2024. ພັກດັ່ງກ່າວບໍ່ໄດ້ຜົນໄດ້ຮັບທີ່ດີປານໃດ ໃນການເລືອກຕັ້ງລັດຖະສະພາ ຕາມທີ່ນັກພະຍາກອນ ແລະ ເອັກຊິດ ໂພລ ຄາດການໄວ້.

ພັນທະມິດທີ່ນຳພາໂດຍນາຍົກລັດຖະມົນຕີອິນເດຍ ທ່ານ ນາເຣນດຣາ ໂມດີ (Narendra Modi) ໄດ້ຊະນະສຽງສ່ວນຫຼາຍ ພຽງເລັກນ້ອຍໃນສະ​ພາ​ແຫ່ງ​ຊາດ, ແຕ່ການທ້າທາຍຢ່າງໜັກໜ່ວງຈາກຝ່າຍຄ້ານ ໄດ້ເຮັດໃຫ້ຈຳນວນພັກ ຂອງທ່ານຫຼຸດລົງຢ່າງຫຼວງຫຼາຍ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມນິຍົມທີ່ຫຼຸດ ລົງ ຫຼັງຈາກໄດ້ດຳລົງຕຳແໜ່ງມາເປັນເວລາໜຶ່ງທົດສະວັດ.

ພັກຊາດນິຍົມ ຮິນດູ ບາຣາຕີຢາ ຈານາຕາ (Bharatiya Janata) ຫຼື BJP ຂອງ​ທ່ານ ໂມດີ ພ້ອມ​ດ້ວຍ​ບັນດາ​ພັນທະ​ມິດ​, ໄດ້​ຮັບ 294 ບ່ອນນັ່ງ​ຈາກ ທັງໝົດ 543 ບ່ອນ​ນັ່ງ​ທີ່​ໄດ້ຖືກເລືອກ​ຕັ້ງໃນ​ສະພາ​ຕ່ຳ.

ໃນການປະກາດຢູ່ສື່ສັງຄົມ X, ທ່ານ ໂມດີ ກ່າວວ່າ "ປະຊາຊົນ ເຊື່ອໝັ້ນໃນ NDA, ເປັນຄັ້ງທີສາມຕິດຕໍ່ກັນ! ນີ້​ແມ່ນຄວາມສຳເລັດຄັ້ງ​ປະຫວັດສາດ​ໃນ​ປະຫວັດສາດ​ຂອງ​ອິນ​ເດຍ.” ທ່ານ​ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ກັບປະຊາຊົນ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ງານ​ທີ່​ດີ ທີ່ໄດ້ເຮັດ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ເພື່ອ​ເຮັດ​ໃຫ້​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ ບັນ​ລຸ​ໄດ້.” ທ່ານໄດ້ສະແດງສັນຍາລັກແຫ່ງ ໄຊຊະນະ ຢູ່ທີ່ສໍານັກງານໃຫຍ່ຂອງພັກ BJP ໃນຕອນແລງວັນອັງຄານວານ​ນີ້. NDA ແມ່ນພັນທະມິດປະຊາທິປະໄຕແຫ່ງຊາດທີ່ນໍາພາໂດຍພັກ BJP.

ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຼົ້ມ​ແຫຼວອັນໃຫຍ່ຫຼວງສຳລັບຜູ້ນໍາອິນເດຍ, ຜູ້ທີ່ ໄດ້ປົກຄອງປະເທດດ້ວຍອຳນາດທີ່ເດັດຂາດ ໃນຊ່ວງທົດສະວັດທີ່ຜ່ານມາ, ພັກ BJP ບໍ່ມີແນວໂນ້ມທີ່ຈະໄດ້ຮັບສຽງສ່ວນຫຼາຍທີ່ຈະແຈ້ງໂດຍຕົນເອງ. ພັກ​ດັ່ງກ່າວໄດ້​ຊະນະ 240 ບ່ອນ​ນັ່ງ ຊຶ່ງ​ຍັງບໍ່ພຽງພໍ ຈາກ 272 ບ່ອນນັ່ງ​ທີ່​ຈຳ​ເປັນ​ສຳລັບສຽງ​ສ່ວນ​ຫລາຍ ໃນ​ການ​ນັບ​ຄະ​ແນນ​ສຽງຈົນ​ມາ​ຮອດ​ຕອນ​ແລງ​ວັນ​ອັງຄານ​ວານນີ້. ນັ້ນແມ່ນຕໍ່າກວ່າ 303 ​ຄະ​ແນນທີ່ພັກດັ່ງກ່າວ ໄດ້ຊະນະໃນປີ 2019.

ນັກວິເຄາະກ່າວວ່າຜົນງານທີ່ອ່ອນແອກວ່າທີ່ຄາດໄວ້ຂອງພັກ BJP ສະແດງ ໃຫ້ເຫັນວ່າ ຄວາມສາມາດພິເສດຂອງທ່ານ ໂມດີ ໄດ້ຫຼຸດລົງ. ຜູ້ນໍາ ອິນເດຍ ທ່ານນີ້, ຊຶ່ງນັກວິຈານເອີ້ນວ່າ ແບ່ງແຍ້ງຝ່າຍ ແລະ ແຕກແຍກ, ໄດ້ດໍາເນີນ ການໂຄສະນາຫາສຽງປະທານາທິບໍດີ ໂດຍທີ່ພັກເອື່ອຍອິງໃສ່ທ່ານຢ່າງຫຼວງ ຫຼາຍໃນການຫາສຽງ. ​ແຕ່​ໃນ​ເວລາ​ນີ້ ທ່ານຈະ​ຕ້ອງ​ເພິ່ງພາ​ພັນທະ​ມິດ​ຂອງ​ທ່ານ ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ຊຸດ​ຕໍ່​ໄປ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG