ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອີນເດຍ ຫລາຍພັນຄົນ ຫລົບໜີຈາກ ເມືອງບັງກາລໍ


ພວກແມ່ຍິງພວມລໍຖ້າຂຶ້ນລົດໄຟກັບຄືນບ້ານພ້ອມດ້ວຍເຄື່ອງຂອງເຂົາເຈົ້າ ທີ່ເມືອງບັງກາລໍ (16 ສິງຫາ 2012)
ພວກແມ່ຍິງພວມລໍຖ້າຂຶ້ນລົດໄຟກັບຄືນບ້ານພ້ອມດ້ວຍເຄື່ອງຂອງເຂົາເຈົ້າ ທີ່ເມືອງບັງກາລໍ (16 ສິງຫາ 2012)
ຊາວ​ອີນ​ເດຍຫລາຍ​ພັນ​ຄົນ ຈາກ​ພາກ​ຕາ​ເວັນ​ອອກສຽງເໜືອຂອງ​ປະ​ເທດ ​ໄດ້​ພາກັນ​ລົບ​ໜີ​ຈາກເມືອງ Bangalore ຫຼັງຈາກ​ມີ​ຂ່າວ​ລື​ກັນ​ວ່າ ກຳລັງຈະ​ມີ​ການ​ໂຈມ​ຕີ​ເພື່ອ​ເປັນ​ການແກ້​ແຄ້ນ ຕໍ່ການ​ປະ​ທະ​ຂອງພວກ​ຊົນ​ເຜົ່າ ຫວ່່າງ​ມໍ່ໆ​ມາ​ນີ້ ຢູ່​ໃນລັດ​ທີ່​ເປັນ​ຖິ່ນ​ຖານ​ຂອງ​ເຂົາ​ເຈົ້າ.

​ເຈົ້າ​ໜ້າ​ທີ່​ລົດ​ໄຟ ​ໄດ້​ເພີ້​ມຕູ້​ພິ​ເສດ​ເຂົ້າ​ໃສ່ຂະ​ບວນລົດ​ໄຟ​ ທີ່​ມຸ້ງ​ໜ້າ​ສູ່​ລັດອັສ​ສໍາ ​ເພື່ອ​ຮັບ​ມື​ກັບ​ການແອ​ອັດ​ຂອງບັນດາ​ຜູ້​ໂດຍສານ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ຕົນ​ພວມ​ທຳ​ການ​ສືບສວນ​ເບິ່ງແຫຼ່ງທີ່​ມາ​ຂອງ
ຂ່າວ​ລື ທີ່​ກ່າວກັນ​ວ່າ​ໄດ້​ແພ່​ສະພັດ​ທາ​ງສື່​ສັງຄົມ​ແລະ​ການ​ສົ່ງ​ຂໍ້
ຄວາມ​ທາງ​ໂທລະສັບ​ມື​ຖື.

ການ​ປະ​ທະ​ກັນ​ລະຫວ່າງສະມາຊິກ​ຂອງເຜົ່າ Bodo ​ແລະພວກ​ຊາວ​ມຸສລິ​ມ​ເບັງ ກາລີທີ່​ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ​ ຢູ່ທີ່​ລັດອັສ​ສໍາ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 50 ຄົນ ​ແລະ​ອີກ 400.000 ຄົນ​ ຕ້ອງ​ໄດ້​ອົບ​ພະຍົບຫຼົບໜີ ນັບຕັ້ງ​ແຕ່ທ້າຍ​ເດືອນ ກໍລະກົດ​ເປັນຕົ້ນ​ມາ.
ຄວາມ​ຮຸນ​ແຮງ​ໄດ້​ສະ​ຫງົບ​ລົງ​ແລ້ວ ​ແຕ່​ວ່າການ​ໂຈມສູ້​ລົບ​ກັນຄັ້ງ​ໃໝ່ໄດ້​ເກີດ​ຂື້ນອີກ​ໃນ​ໄລຍະ​ສອງ​ສາມ​ມື້​ທີ່​ຜ່ານ​ມານີ້.
XS
SM
MD
LG