ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຮຽກຮ້ອງໃຫ້ ປາກິສຖານ ທຳການ ສືບສວນ (ສະໄລດ໌)


ພວກຊາວ​ໜຸ່ມສັງກັດ​ພັກ​ຄອງ​ແກຣັສ ທີ່​ປົກຄອງ​ອິນເດຍ ​ປະນາມປາ​ກິ​ສຖານ ​ແລະ​ຈູດ​​ເຜົາ​ຫຸ່ນ ທີ່​ມີ​ທຸງ​ຂອງປາ​ກິ​ສຖານ.
ພວກຊາວ​ໜຸ່ມສັງກັດ​ພັກ​ຄອງ​ແກຣັສ ທີ່​ປົກຄອງ​ອິນເດຍ ​ປະນາມປາ​ກິ​ສຖານ ​ແລະ​ຈູດ​​ເຜົາ​ຫຸ່ນ ທີ່​ມີ​ທຸງ​ຂອງປາ​ກິ​ສຖານ.
ອິນ​ເດຍ ​ໄດ້​ທຳ​ການ​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ​ຕໍ່ປາ​ກິ​ສຖານ
ກ່ຽວ​ກັບ ​ການ​ກ່າວ​ຫາວ່າ ທະຫານ​ປາ​ກິ​ສຖານ​ໄດ້​ສັງຫານທະ
ຫານ​ອິນ​ເດຍສອງຄົນ​ ​ໃນແຄວ້ນ Kashmir ທີ່​ຍັງ​ເປັນ​ບັນຫາ
​ຖົກ​ຖຽງ​ໂຕ້​ແຍ້​ງ ​ແລະ​ ຮຽກຮ້ອງ​ໃຫ້ Islamabad ຈົ່ງ​ທໍາ​ການ​
ສືບສວນ​ກ່ຽວ​ກັບອຸບັດ​ເຫດ​ນີ້​ໃນ​ທັນ​ທີ.

ບັນດາ​ເຈົ້າ​ໜ້າທີ່​ອິນ​ເດຍ ໄດ້​ຮຽກ​ໂຕຂ້າ​ຫຼວງໃຫຍ່​ຂອງປາ​ກິ​ສຖານປະຈຳ​ກຸງ New Delhi ທ່າ​ນ Salman Bashir ​ເຂົ້າພົບ​ໃນ​ວັນ​ພຸດ​ມື້ນີ້ ກ່ຽວ​ກັບ​ການ​ປະ​ທະ​ກັນ ທີ່​ເຂົາ​ເຈົ້າ​ກ່າວ​ວ່າເປັນ​ການລະ​ເມີດ​ຕໍ່ “ທຸກໆ ມາດຕະຖານ​ໃນ​ການ​ປະຕິບັດ​ຂອງ​ນາ​ໆ​ຊາດ​.” ປາ​ກິ​ສຖານ ​ໄດ້​ປະຕິ​ເສດວ່າ ຕົນ​ບໍ່​ໄດ້​ເປັນ​ຜູ້​ໂຈມ​ຕີ​ແບ​ບບໍ່​ມີ​ການ​ເກາະ​ຜິດ.

​ເຈົ້າ​ໜ້າ​ທີ່​ທະຫານ​ອິນ​ເດຍກ່າວ​ວ່າ ທະ​ຫານ​ຂອງ​ຕົນ​ໄດ້​ລາດຕະ​ເວນ ​ໃນ​ວັນອັງຄານ
ວານ​ນີ້​ໃກ້​ກັບ​ເມືອງ Mendhar ​ເວລາທະ​ຫານ​ປາ​ກິ​ສ ຖານ ​ເຂົ້າ​ຊາຍ​ແດນ​ເຂົ້າ​ໄປ ໃນ​ເຂດ​ທີ່​ອິນ​ເດຍຄວບ​ຄຸມ​ ຢູ່ໃນ​ແຄວ້ນ Kashmir ແລະ​ໄດ້​ຍິງສັງຫານທະຫານ​ອິນ​ເດຍ
ສອງ​ຄົນຕາຍ​ໃນ​ການສູ້​ລົບ​ກັນນັ້ນ. ​

ເຈົ້າ​ໜ້າ​ທີ່​ທະຫານ​ອິນ​ເດຍຄົນ​ນຶ່ງ​ກ່າວ​ວ່າ ຊາກ​ສົບ​ຂອງ​ທະຫານ​ອິນ​ເດຍຄົນນຶ່ງ​ໄດ້​ພົບ​ເຫັນ​ໃນ​ເວລາ​ຕໍ່​ມາໂດຍ​ໄດ້ “ຖືກ​ທໍາລາຍ​ຢ່າງ​ຮ້າຍ​ແຮງ” ​ໃນ​ແຄວ້ນ Kashmir. ລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ທ່ານ A.K Antony ​ໄດ້​ຮ້ອງ​ການ​ທໍາ​ຮ້າຍຮ່າງກາຍ
ທະຫານ ອິນ​ເດຍ​ນີ້​ວ່າ “ບໍ່​ມີ​ມະນຸດສະ​ທໍາ​ເລີຍ.”

ກອງທັບປະກິ​ສຖານກ່າວ​ວ່າ ການ​ກ່າວ​ຫາ​ຂອງອິນ​ເດຍ ​ເປັນ “ການ​ໂຄສະນາ​ຊວນ​ເຊື່ອ​ເພື່ອ​ຫັນ​ເຫຄວາມ​ສົນໃຈ​ຂອງ​ໂລກ ຈາກການ​ບຸກ ​ໂຈມ​ຕີປ້ອມຍາມປາ​ກິ​ສຖານ ​ໂດຍ​ທະ​ຫານ​ອິນ​ເດຍ​ໃນ​ວັນ​ອາທິດ​ຜ່ານ ມາ ຊຶ່ງມີ​ທະຫານປາ​ກິ​ສຖານຄົນ​ນຶ່ງ​ໄດ້​ຖືກ​ສັງຫານ​.

ການ​ປະ​ທະ​ກັນດັ່ງກ່າວ​ໄດ້​ພາ​ໃຫ້​ມີ​ການ​ປະ​ທ້ວງ​ໃນ​ວັນ​ພຸດມື້ນີ້ ທີ່​ເມືອ​ງ Bhopal ​ໃນ​ພາກ​ກາງຂອງ​ອິນ​ເດຍ ບ່ອນ​ທີ່ພວກ​ຊາວບ້ານໄດ້ຮ່ວມ​ສົມ ທົບກັບພວກຊາວ​ໜຸ່ມທີ່​ສັງກັດ​ພັກ​ຄອງ​ແກຣັສຊຶ່ງ​ປົກຄອງ​ປະ​ເທດ​ຢູ່​ໃນ ​ເວລາ​ນີ້ ​ເພື່ອ​ປະນາມປາ​ກິ​ສຖານ ​ແລະ​ຈູດເຜົາ​ຫຸ່ນທີ່​ມີ​ທຸງ​ຂອງ ປາ​ກິ​ສຖານ.

XS
SM
MD
LG