ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເດຍຈະຮ້ອງຂໍ ໃຫ້ປະຕິຮູບ ສະພາຄວາມໝັ້ນຄົງ


ແຜນທີ່ອິນເດຍ
ແຜນທີ່ອິນເດຍ

ເປັນທີ່ຄາດກັນວ່າ ນາຍົກລັດຖະມົນຕີອິນເດຍທ່ານ Manmohan Singh ຈະຮຽກຮ້ອງໃຫ້
ມີການປ່ຽນແປງ ກ່ຽວກັບການເປັນສະມາຊິກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາ
ຊາດ ເວລາທ່ານກ່າວຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນວັນເສົາມື້ນີ້.

ອິນເດຍແມ່ນນຶ່ງຈຳນວນຫຼາຍໆປະເທດທີ່ຄາດຫວັງວ່າ ຈະໄດ້ເປັນສະມາຊິກຖາວອນຂອງ
ສະພາຄວາມໝັ້ນຄົງ ຖ້າຫາກມີການປ່ຽນແປງເກີດຂຶ້ນ.

ນອກນັ້ນທ່ານ Singh ຍັງຈະຊຸກຍູ້ໃຫ້ກອງປະຊຸມນາໆຊາດດັ່ງກ່າວສ້າງຕັ້ງອົງການລະດັບ ໂລກເພື່ອຕໍ່ຕ້ານກັບພວກກໍ່ການຮ້າຍ.

ທີ່ອົງການສະຫະປະຊາຊາດໃນມື້ວານນີ້ປະທານາທິບໍດີອີຣັກທ່ານ Jalal Talabani ບອກ
ໃຫ້ Turkey ແລະອີຣ່ານຢຸດເຊົາການຖິ້ມລະເບີດໂຈມຕີຕໍ່ເຂດ Kurdistan ໃນພາກເໜືອ
ຂອງອີຣັກ ບ່ອນທີ່ສົງໄສວ່າກຸ່ມກະບົດຊາວ Kurd ພວມທຳການປະຕິບັດງານຢູ່ນັ້ນ.

ທ່ານ Talabani ກ່າວຕໍ່ບັນດາສະມາຊິກຂອງສະມັດຊາໃຫຍ່ສະຫະປະຊາຊາດວ່າ ການຖິ້ມ
ລະເບີດໂຈມຕີເຫຼົ່ານີ້ ເຮັດໃຫ້ພົນລະເຮືອນຈຳນວນຫຼວງຫຼາຍຕ້ອງໄດ້ຮັບເຄາະ. ທ່ານຮຽກ
ຮ້ອງໃຫ້ Turkey ແລະອີຣ່ານ ດຳເນີນການທາງດ້ານການທູດແລະການເຈລະຈາ ເພື່ອຫຼຸດ ຜ່ອນຄວາມເຄັ່ງຕຶງກັບພວກກະບົດຊາວ Kurd.

ນອກນັ້ນທ່ານ Talabani ຍັງໄດ້ເຊື້ອເຊີນໃຫ້ປະເທດຕ່າງໆໄປລົງທຶນໃນອີຣັກໂດຍເວົ້າວ່າ
ອີຣັກໄດ້ຟື້ນຟູຄວາມເຂັ້ມແຂງຄືນແລ້ວຫຼັງຈາກໄດ້ເກີດສົງຄາມພາຍໃນແລະພາຍນອກເປັນ
ເວລາຫຼາຍທົດສະວັດຕະຫຼອດທັງການລົງໂທດຂອງນາໆຊາດ. ທ່ານເວົ້າວ່າ ອີຣັກພວມດຳ
ເນີນງານກ່ຽວກັບຮ່າງກົດໝາຍ ເພື່ອປົກປ້ອງຄຸ້ມຄອງພວກນັກລົງທຶນແລະທຶນຮອນຂອງ
ພວກເຂົາເຈົ້າ.

ການອະພິປາຍຢູ່ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຈະດຳເນີນຕໍ່ໄປຈົນຮອດມື້
ວັນສຸກ ອາທິດໜ້າ.

XS
SM
MD
LG