ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

26 ຄົນ ເສຍຊີວິດ ໃນອຸບັດເຫດ ໄຟໄໝ້ ລົດໄຟ ຢູ່ ອິນເດຍ (ວີດີໂອ)


Kg oh o'clock on jb
Kg oh o'clock on jb
ເຈົ້າໜ້າທີ່ການລົດໄຟ ໃນພາກໃຕ້ຂອງປະເທດອິນເດຍ ກ່າວວ່າ
ຈຳນວນຜູ້ເສຍຊີວິດ ຍ້ອນໄຟໄໝ້ ຢູ່ເທິງລົດໄຟ ໄດ້ເພີ້ມຂຶ້ນ ເປັນ
26 ຄົນແລ້ວ.

ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນ ຍັງມີອີກຢ່າງໜ້ອຍ 7 ຄົນໄດ້ຮັບບາດ
ເຈັບເວລາໄຟເລີ້ມລຸກໄໝ້ຢູ່ເທິງລົດໄຟຕູ້ນຶ່ງໃນຕອນເຊົ້າຂອງວັນ
ເສົາມື້ນີ້ ທີ່ລັດ Andhra Pradesh.

ເຈົ້າໜ້າທີ່ເວົ້າວ່າ ຜູ້ໂດຍສານສ່ວນໃຫຍ່ ຍັງພາກັນນອນຫລັບຢູ່
ເວລາໄຟເລີ້ມລຸກໄໝ້.

ສາເຫດທີ່ພາໃຫ້ເກີດໄຟໄໝ້ໃນຄັ້ງນີ້ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ ແຕ່ເຈົ້າໜ້າທີ່ສົງໄສວ່າ ມີ ສາເຫດມາຈາກໄຟຟ້າລັດວົງຈອນ.

ລົດໄຟຂະບວນນີ້ພວມຢູ່ໃນລະຫວ່າງການເດີນທາງແຕ່ບັງກາລໍໄປຫາເມືອງ Nanded ໃນ ລັດ Maharashtra ທາງພາກຕາເວັນຕົກຂອງປະເທດອິນເດຍ.

india train
please wait
Embed

No media source currently available

0:00 0:00:37 0:00
XS
SM
MD
LG