ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຫດການລົດໄຟອິນເດຍຕົກລາງ ມີສາເຫດມາຈາກ ຄວາມຜິດພາດຂອງລະບົບສັນຍານເອເລັກໂຕຣນິກ


ບັນດານັກກູ້ໄພຫາມສົບຂອງຜູ້ເຄາະຮ້າຍ ຢູ່ທີ່ຈຸດເກີດເຫດລົດໄຟໂດຍສານລົດໄຟ ທີ່ໄດ້ຕົກລາງ ໃນ ເມືອງບາລາຊໍ (Balasore) ລັດໂອຣິສສາ (Odisha) ທາງຕາເວັນອອກຂອງອິນເດຍ ໃນວັນທີ 3 ມິຖຸນາ 2023
ບັນດານັກກູ້ໄພຫາມສົບຂອງຜູ້ເຄາະຮ້າຍ ຢູ່ທີ່ຈຸດເກີດເຫດລົດໄຟໂດຍສານລົດໄຟ ທີ່ໄດ້ຕົກລາງ ໃນ ເມືອງບາລາຊໍ (Balasore) ລັດໂອຣິສສາ (Odisha) ທາງຕາເວັນອອກຂອງອິນເດຍ ໃນວັນທີ 3 ມິຖຸນາ 2023

ລົດ​ໄຟ​ຂະບວນ​ນຶ່ງ​ແລ່ນ​ຜິດ​ລາງຍ້ອນ​ຄວາມ​ຜິດ​ພາດ​ຂອງ​ລະ​ບົບ​ສັນ​ຍານ​ເອ​ເລັກ​ໂຕຣ​ນິກ, ແລະ​ຄວາມ​ຜິດ​ພາດ​ນັ້ນ​ ໄດ້​ພາ​ໃຫ້​ມີ​ການ​ຕົກ​ລາງ​ຂອງ​ລົດ​ໄຟ​ຄັ້ງ​ຮ້າຍ​ແຮງ​ໃນ​ອິນ​ເດຍ​ ທີ່ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 300 ຄົນ ແລະ​ບາດ​ເຈັບ​ອີກ 1,000 ກວ່າ​ຄົນ.

ທ່ານ ອາຊວິນີ ໄວຊ໌ເນົາ (Ashwini Vaishnaw), ລັດຖະມົນຕີກະຊວງການລົດໄຟຂອງອິນເດຍ, ກ່າວໃນການໃຫ້ສຳພາດທາງໂທລະພາບ ໃນວັນອາທິດຜ່ານໂທລະພາບນິວເດລີວ່າ, "ໃຜເປັນຄົນເຮັດມັນ ແລະເຫດຜົນແມ່ນຍ້ອນຫຍັງ ຈະປາກົດອອກມາຈາກການສືບສວນ."

ການອະທິບາຍຢ່າງເປັນທາງການ ກ່ຽວກັບສາເຫດຂອງອຸປະຕິເຫດໄດ້ມີຂຶ້ນຫຼັງຈາກສໍາເລັດການດໍາເນີນການຊ່ວຍເຫຼືອພາຍຫຼັງການຕົກລາງ. ໃນຂະນະ​ນີ້ ຄົນ​ງານ​ໄດ້​ສຸມ​ໃສ່​ການທຳຄວາມສະອາດ​ທາງ​ລົດ​ໄຟ​ເພື່ອ​ຟື້ນ​ຟູ​ການ​ບໍລິການ​ລົດ​ໄຟຄືນໃໝ່.

ລົດ​ໄຟ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຕົກລາງ ​ໃນ​ວັນ​ສຸກ​ ໄດ້​ຕຳ​ກັນ​ປະມານ 220 ກິ​ໂລ​ແມັດ​ ທາງ​ພາກ​ໃຕ້​ຂອງ​ເມືອງ ໂກລກາຕາ (Kolkata).

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ນາເຣນດຣາ ໂມດີ (Narendra Modi) ໄດ້​ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່ດັ່ງກ່າວ​ໃນ​ວັນ​ເສົາ​, ໂດຍ​ໃຊ້​ເວ​ລາ​ປະ​ມານ​ເຄິ່ງ​ຊົ່ວ​ໂມງ​ຢູ່​ໃນ​ສະ​ຖານ​ທີ່ແຫ່ງນັ້ນ​, ສໍາ​ຫຼວດ​ເບິ່ງ​ຄວາມ​ພະ​ຍາ​ຍາມ​ບັນ​ເທົາ​ທຸກ​ ແລະໂອ້ລົມ​ກັບ​ພະ​ນັກ​ງານ​ກູ້​ໄພ​. ຕໍ່ມາທ່ານໄດ້ໄປໂຮງໝໍ ບ່ອນທີ່ຜູ້ໄດ້ຮັບບາດເຈັບບາງຄົນໄດ້ຮັບການເບິ່ງແຍງ, ທ່ານໄດ້ເວົ້າກັບຜູ້ໄດ້ຮັບບາດເຈັບ ແລະແພດຂອງພວກເຂົາ. ທ່ານ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ລັດຖະບານ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາມາດເຮັດໄດ້ ເພື່ອ​ຊ່ວຍ​ເຫຼືອ​ຜູ້​ລອດ​ຊີວິດ​ ​ແລະ​ລົງ​ໂທດ​ຜູ້​ທີ່​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຮັບຜິດ ຊອບຕໍ່ເລື້ອງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG