ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດ​ໄຟ​ຕຳ​ກັນ​ທີ່​ອິນ​ເດຍ


ພວກເຈົ້າໜ້າທີ່ໃນລັດເບງກາລຕາເວັນຕົກຂອງອິນເດຍກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 61 ຄົນ ແລະ ບາດເຈັບອີກປະມານ 120 ຄົນ ຊຶ່ງບາງຄົນມີ​ອາການສາຫັດຈາກເຫດການລົດໄຟຕຳກັນໃນຕອນເຊົ້າວັນ ຈັນມື້ນີ້ໃນພາກຕາ​ເວັນ​ອອກຂອງອິນເດຍ.

ເຈົ້າໜ້າ​ທີ່ກ່າວວ່າ ເຫດລົດໄຟຕຳກັນເກີດຂື້ນເວລາປະມານ 2 ໂມງເຊົ້າ ຕາມເວລາທ້ອງຖິ່ນ ເວລາ ຂະບວນ ລົດດ່ວນທີ່​ແລ່ນມາ​ດ້ວຍຄວາມໄວສູງ ແລ່ນ​ເຂົ້າຕຳລົດໄຟອີກ​ຂະ​ບວນນຶ່ງທີ່ຈອດຢູ່ສະຖານີ Sainthia ເມືອງ Birbhum ຢູ່​ຫ່າງຈາກ Kolkata ເມືອງຫລວງຂອງລັດ​ ໄປ​ທາງທິດເໜືອປະມານ 200 ກິໂລເມັດ.

ຂ່າວທີວີສະແດງໃຫ້ເຫັນຕູ້ລົດໄຟຫລາຍຕູ້ແຫລກເພພັງ. ການປະທະກັນຮຸນແຮງຫລາຍຈົນຫລັງຄາຂອງ ຕູ້ລົດ​ໄຟຄັນນຶ່ງຟົ້ງປິວຂື້ນເທິງອາກາດ ແລ້ວຕົກລົງມາໃສ່ຂົວ​ຂ້າມ​ທາງລົດໄຟ. ໜ່ວຍກູ້ໄພພາກັນດຶງ​ເອົາພວກ​ເຄາະ​ຮ້າຍ​ອອກ​ມາ​ຈາກ​ຊາກ​ຫັກ​ພັງ ​ແລະ​ທາງ​ການ​ໄດ້​ນຳ​ເອົາ​ອຸປະກອນ​ຍົກ​ເຄື່ອງໄປຍົກຍ້າຍຊາກ​ຫັກ​ພັງ​ອອກ​ຈາກລາງ​ລົດ​ໄຟ. ພວກເຈົ້າໜ້າ​ທີ່​ກຳ​ລັງ​ສືບສວນ​ກ່ຽວ​ກັບ​ວ່າ ​ເປັນ​ຫຍັງ​ລົດ​ດ່ວນ​ຂະ​ບວນນັ້ນຈຶ່ງ​ມາ​ແລ່ນ​ຢູ່​ລາງ ​ດຽວ​ກັນ​ກັບ​ລົດໄຟຄັນ​ທີ່​ຈອດ​ຢູ່.

XS
SM
MD
LG