ລົດໄຟໂດຍສານສອງຂະບວນໃນອິນເດຍ ຕົກລາງຢູ່ໃນສອງແຄວ້ນເມື່ອວັນອາທິດວານນີ້ ຍັງຜົນໃຫ້ມີຜູ້ເສຍຊີວິດ 53 ຄົນ ແລະບາດເຈັບອີກ ປະມານ 200 ຄົນ.
ພວກເຈົ້າໜ້າທີ່ກູ້ໄພໃນລັດ Uttar Pradesh ຢູ່ທາງພາກເໜືອຂອງປະເທດ ບ່ອນລົດໄຟ ຄັນທໍາອິດຕົກລາງນັ້ນ ຍັງກໍາລັງພາກັນຊອກຫາຜູ້ລອດຊີວິດຢູ່ໃນຊາກຫັກພັງຂອງຂະບວນ ລົດໄຟ Kalka Mail ທີ່ຕົກລາງໃນ ຂະນະທີ່ກໍາລັງແລ່ນມຸ່ງໜ້າໄປຍັງນະຄອນຫລວງນີວ ເດລລີ ໃນຕອນບ່າຍຂອງວັນທິດວານນີ້ ມີຜູ້ເສຍຊີວິດຢ່າງໜ້ອຍ 53 ຄົນ ແລະບາດເຈັບ ອີກ 100 ຄົນ. ສາເຫດຂອງອຸບັດເຫດນີ້ ຍັງບໍ່ແຈ້ງຂາວໃນທັນທີນີ້ເທື່ອ.
ໃນບໍ່ເທົ່າໃດຊົ່ວໂມງຕໍ່ມາ ລົດໄຟໂດຍສານຂະບວນທີ່ສອງກໍໄດ້ຕົກລາງ ຢູ່ໃນລັດ Assam ທາງພາກຕາເວັນອອກສຽງເໜືອຂອງປະເທດ ທີ່ຍັງຜົນ ໃຫ້ມີຜູ້ໄດ້ຮັບບາດເຈັບ 100 ຄົນ. ບໍ່ມີລາຍງານວ່າໄດ້ມີຜູ້ໃດເສຍຊີວິດ.
ຕໍາຫລວດທ້ອງຖິ່ນສົງໃສວ່າ ລະເບີດທີ່ກົດຂະນວນຢູ່ໄກໆ ເປັນສາເຫດເຮັດໃຫ້ 4 ຕູ້ຂອງຂະບວນລົດດ່ວນ Guwahat-Puri ຕົກລາງ.
ເມື່ອວັນພະຫັດຜ່ານມາ ຢ່າງໜ້ອຍມີຜູ້ເສຍຊີວິດ 35 ຄົນ ຢູ່ບ່ອນຂ້າມທາງລົດໄຟແຫ່ງນຶ່ງ ທີ່ລັດ Uttar Pradesh ເວລາລົດໄຟແລ່ນຕໍາລົດບັສຄັນນຶ່ງ ທີ່ບັນທຸກຜູ້ໂດຍສານກັບມາ ຈາກງານແຕ່ງງານ.
ຕານ່າງລົດໄຟຂອງອິນເດຍ ນັບວ່າເປັນຕານ່າງນຶ່ງທີ່ໃຫຍ່ທີ່ສຸດຂອງໂລກ ທີ່ບັນທຸກຜູ້ໂດຍ ສານປະມານ 14 ລ້ານຄົນໃນແຕ່ລະມື້. ອຸບັດເຫດລົດໄຟ ແມ່ນເກີດຂຶ້ນຢູ່ເປັນປະຈໍາ ຊຶ່ງ ສ່ວນໃຫຍ່ໄດ້ຖືກຖິ້ມໂທດໃສ່ການບໍາລຸງຮັກສາແລະສ້ອມແປງທີ່ຂີ້ຮ້າຍຫລາຍ ແລະຄວາມ ຜິດພາດຂອງມະນຸດນັ້ນນໍາ.