ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

35 ຄົນເສຍຊີວິດ ໃນອຸບັດຕິເຫດ ຢູ່ອິນເດຍ


ອຸບັດຕິເຫດ ລົດໄຟຕຳລົດເມ ທີ່ລັດ Utta Pradesh ຂອງອິນເດຍ (7 ກໍລະກົດ 2011)
ອຸບັດຕິເຫດ ລົດໄຟຕຳລົດເມ ທີ່ລັດ Utta Pradesh ຂອງອິນເດຍ (7 ກໍລະກົດ 2011)

ເຈົ້າໜ້າທີ່ໃນພາກເໜືອຂອງອິນເດຍກ່າວວ່າລົດໄຟຂະບວນນຶ່ງໄດ້ແລ່ນເຂົ້າຕຳກັບລົດເມຢູ່ທີ່
ທາງຂ້າມທາງລົດໄຟແຫ່ງນຶ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 35 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ອຸບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນວັນພະຫັດມື້ນີ້ທີ່ລັດ Utta Pradresh.
ລົດເມຄັນ​ນັ້ນບັນທຸກຜູ້ໂດຍສານ 80 ຄົນ ທີ່ພວມເດີນທາງກັບຄືນຈາກໄປແຕ່ງງານ.

ນອກນັ້ນຍັງມີອີກຢ່າງນ້ອຍ 30 ຄົນໄດ້ຮັບບາດເຈັບ.

ອຸບັດຕິເຫດທາງລົດໄຟແມ່ນຖືເປັນເລື່ອງທຳມະດາຢູ່ໃນອິນເດຍແລະມັກມີການຖິ້ມໂທດໃສ່
ການບໍາລຸງ​ຫລືສ້ອມແປງທີ່ບໍ່ດີ.

ມີຫຼາຍກວ່າ 14 ລ້ານຄົນ ຊົມໃຊ້ລະບົບລົດໄຟຂອງອິນເດຍ ໃນແຕ່ລະມື້.

XS
SM
MD
LG