ບັນດາເຈົ້າໜ້າທີ່ ຢູ່ພາກຕາເວັນອອກຂອງອິນເດຍ ກ່າວວ່າ
ລົດໄຟຄັນນຶ່ງໄດ້ແລ່ນເຂົ້າຕໍາ ພວກສະແຫວງບຸນຊາວຮິນດູ
ກຸ່ມນຶ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 35 ຄົນ ແລະໄດ້ຮັບ
ບາດເຈັບ ຢ່າງໜ້ອຍ ສິບກວ່າຄົນ.
ບັນດາເຈົ້າໜ້າທີ່ກ່າວວ່າ ເຫດຮ້າຍດັ່ງກ່າວໄດ້ເກີດຂື້ນໃນ
ຕອນເຊົ້າວັນຈັນມື້ນີ້ ຢູ່ສະຖານີລົດໄຟແຫ່ງນຶ່ງ ໃນ Dganara
Ghat ເມືອງນ້ອຍໆທີ່ຕັ້ງຢູ່ໃນລັດ Bihar.
ເຈົ້າໜ້າທີ່ລົດໄຟ ທ່ານ Arunendra Kumar ກ່າວວ່າ
ຂະບວນລົດດ່ວນ Rajya Rani ໄດ້ຮັບອະນຸຍາດໃຫ້ແລ່ນ
ຜ່ານສະຖານີໄປໄດ້ ໂດຍບໍ່ຕ້ອງຢຸດ ແລະວ່າ ອຸປະຕິເຫດ
ໄດ້ເກີດຂື້ນ ເວລາມີຄົນຈໍານວນນຶ່ງ ພາກັນອອກຈາກລານ
ສະຖານີ ບ່ອນລໍຖ້າ ແລ້ວລົງໄປຫາລາງລົດໄຟ ທີ່ບໍ່ຫ່າງໄກ
ຈາກລົດໄຟອີກສອງຄັນທີ່ໄດ້ຢຸດຢູ່ສະຖານີແຫ່ງນັ້ນ.
ຫລັງຈາກຕໍາພວກຄົນເຫລົ່ານັ້ນແລ້ວ ລົດໄຟທີ່ແລ່ນໃນຄວາມໄວສູງຄັນນັ້ນກໍໄດ້ຢຸດ
ລົງ ກາຍສະຖານີຂື້ນໄປ ຫລາຍຮ້ອຍແມດ. ບັນດາເຈົ້າໜ້າທ້ອງຖິ່ນກ່າວວ່າ ພວກເຫັນເຫດການທີ່ໂມໂຫ ພາກັນຫຸ້ມຕີຄົນຂັບລົດໄຟ ແລະເອົາໄຟຈູດຕູ້ລົດໄຟຫລາຍຕູ້ ເພື່ອເປັນການແກ້ແຄ້ນ.