ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄົນຕາຍຍ້ອນລົດໄຟຕໍາກັນ ທີ່ອິນເດຍ ມີເພີ່ມຂື້ນ


ພວກ​ພະນັກງານ​ຊ່ອຍ​ກູ້​ໄພ​ອິນ​ເດຍ​ໄດ້​ພົບ​ເຫັນ​ສົບ​ພວກ​ທ່ີ​ເສັຍ​ຊີວິດຫລາຍ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້ ຈາກ​ຊາກຫັກ​ພັງ​ຂອງ​ລົດ​ໄຟ​ບັນທຸກ​ຄົນ​ໂດຍສານ ​ຂະ​ບວນນຶ່ງ​ທ່ີ​ແລ່ນ​ຕົກ​ລາງ​ແລະ​ຕຳ​ກັນ​ກັບ​ລົດ​ໄຟບັນທຸກ​ສິນຄ້າ​ຂະ​ບວນນຶ່ງ​ນັ້ນ. ຈຳນວນ​ຜູ້ເສຍ​ຊີວິດ​ມາ​ຮອດ​ປັດຈຸບັນແມ່ນ​ຫລາຍ​ກວ່າ 140 ຄົນ.

ປະຊາຊົນ​ຈຳນວນ​ຫລາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ ເວລາ​ລົດ​ໄຟດ່ວນ​ຂະ​ບວນນີ້​ແລ່ນ​ມາ​ຈາກ​ເມືອງ Kolkata ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ໄປ​ຍັງ​ເມືອງ​ມອມ​ໄບ​ ໃນ​ຝັ່ງ​ຕາ​ເວັນ​ຕົກ​ແລ່ນ​ຕົກ​ລາງ​ແລະ​ຕຳ​ກັນ​ກັບ​ລົດ​ໄຟ​ບັນທຸກ​ສິນຄ້າ​ຂະ​ບວນນຶ່ງ​ ໃນ​ເຂດ​ສອກຫລີກ​ຫ່າງ​ໄກ​ໃນແຄວ້ນ Bengal ຕາ​ເວັນ​ຕົກ ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ຜ່ານ​ມາ​ນີ້.

ບັນດາ​ເຈົ້າ​ໜ້າ​ທ່ີ​ອິນ​ເດຍຖິ້ມ​ໂທດ​ ໂສກນາດຕະກຳ​ຄັ້ງນີ້ ໃສ່​ພວກກະບົດ​ນິຍົມລັດທິ​ເໝົາ. ຂົງ​ເຂດ​ດັ່ງກ່າວ​ເປັນ​ທ່ີ​ໝັ້ນ​ແຫ່ງນຶ່ງ​ຂອງ​ພວກ​ກະບົດທ່ີ​ເອີ້ນ​ກັນ​ວ່າ Naxalites ທ່ີ​ເວົ້າ​ວ່າ ​ພວກ​ຕົນ​ພາກັນ​ຕໍ່ສູ້​ເພື່ອ​ສິດທິ​ຂອງພວກ​ຄົນ​ທຸກ​ຍາກແລະ​ໄຮ້​ທ່ີ​ດິນ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ລົດ​ໄຟ ​ໄດ້​ລົບ​ລ້າງ​ການ​ບໍລິການ​ລົດ​ໄຟ​ທ່ີ​ແລ່ນ​ຍາມ​ກາງຄືນ​ທັງ​ໝົດ​ ໄປ​ຍັງ​ຫລາຍຂົງ​ເຂດ ​ບ່ອນ​ພວກ​ກະບົດນິຍົມ​ລັດທິ​ເໝົາ​ທຳ​ການ​ເຄື່ອນ​ຢ່າງ​ແຂງ​ແຮງ​ຢູ່​ນັ້ນ.

XS
SM
MD
LG