ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ພະຍາຍາມໃຊ້ ວັນຄີກວັນຄູ່ ແກ້ໄຂບັນຫາ ມົນລະພິດ


ລົດຕິດໃນຍາມແລງ ທີ່ນະຄອນຫຼວງນິວເດລີ.
ລົດຕິດໃນຍາມແລງ ທີ່ນະຄອນຫຼວງນິວເດລີ.

ນະຄອນຫລວງ​ຂອງ​ປະ​ເທດ​ອິນ​ເດຍ ກຳລັງ​ເລີ້ມ​ຕົ້ນ​ປີ​ໃໝ່​ດ້ວຍ​
ການ​ທົດ​ລອງ​ທີ່ອອກ​ແບບ​ແນ​ໃສ່ເພື່ອ​ຫລຸດຜ່ອນມົນ​ລະ​ພິດຮ້າຍ​
ແຮງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

​ເລີ້ມແຕ່​ວັນ​ສຸກ​ມື້​ນີ້ ບັນດາ​ລົດ ​ທີ່​ມີ​ປ້າຍ​ເລກ​ຄີກ ຈະ​ໄດ້​ຮັບອະນຸ
ຍາດ​ໃຫ້​ແລ່ນ​ຢູ່ໃນ​ຖະໜົນ​ໃນ​ນະຄອນນິວເດ​ລີໃນ​ວັນທີ່ເປັນເລກ
​ຄີກ. ບັນດາ​ລົດ​ທີ່​ມີ​ປ້າຍ​ເລກ​ຄູ່​ນັ້ນ ຈະໄດ້​ຮັບອະນຸຍາດ​ໃຫ້​ແລ່ນ​
ໃ​ນວັນ​ທີ່​ມີ​ເລກ​ຄູ່.

ການ​ທົດ​ລອງ​ເປັນ​ເວລາ​ສອງ​ອາທິດ ຊຶ່ງຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ
15 ​ ເດືອນ​ມັງ ກອນ​ນີ້ແມ່ນ​ອອກ​ແບບ​ເພື່ອຈຳກັດ ຈຳນວນ​ບັນ
ດາ​ລົດ​ສ່ວນ​ໂຕຢູ່​ໃນ​ຖະໜົນ ຂອງນະຄອນຫລວງ.

ບັນດາ​ຜູ້​ຂັບ​ລົດ​ປາກົດ​ວ່າ ພາກັນ​ປະຕິບັດ​ຕາມ​ລະບຽບການ​ໃນ​ສັນ​ສຸກ​ມື້​ນີ້. ​ເຖິງ​ຢ່າງ​ໃດ
​ກໍ​ດີ ຜູ້​ທີ່​ຍັງມີ​ຄວາມ​ສົງ​ໄສ​ກ່າວ​ວ່າ ຍ້ອນ​ບັນດາ​ໂຮງຮຽນ ​ແລະ​ຫ້ອງການ​ຈຳນວນ​ໜຶ່ງ​ປິດ ​ເພາະວ່າ​ເປັນ​ວັນພັກ​ປີ​ໃໝ່ ນະຄອນຫລວງ ​ຍັງຈະ​ບໍ່​ທັນ​ໄດ້​ເຫັນ​ແນວ​ຄິດ​ອັນ​ແທ້ຈິງທີ່ວ່າ ບັນດາ​ຜູ້​ຂັບ​ລົດ​ທັງຫລາຍຈະ​ພາກັນ​ປະ​ຕິບັດ ​ຕາມ​ຂໍ້​ຈໍາ​ກັດຮັດ​ແຄ​ບດັ່ງກ່າວຫຼືບໍ່.

ຫົວໜ້າ​ລັດຖະມົນຕີ ທ່ານ Arvind Kejriwal ຜູ້​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ທ່ານ ​ແລະ
​ບັນດາ​ລັດຖະມົນຕີ ຈະ​ພາກັນ​ຂີ່​ລົດ​ນຳ​ກັນ ​ໄດ້​ກ່າວ​ວ່າ “​ແຜນ​ດັ່ງກ່າວ​ນີ້ຈະ​ເປັນ​ຜົນສຳ
​ເລັດ​ໄດ້ ກໍ​ຕໍ່​ເມື່ອ​ມັນ​ກາຍ​ມາ​ເປັນ​ການ​ເຄື່ອນ​ໄຫວອັນ​ໃຫຍ່ ​ເວລາ​ທີ່​ຜູ້​ຄົນຢາກພາກັນ​
ປະຕິບັດ​ຕາມ​ດ້ວຍໃຈຈິງ.”

ມີ​ຈຳນວນ​ຂອງ​ການ​ຍົກ​ເວັ້ນຈຳນວນ​ນຶ່ງ ​ແກ່ ​ເລກ​ຄູ່ ​ແລ​ະ​ເລກ​ຄີກ ທີ່​ຕັ້ງ​ໄວ້ ຮວມທັງ
​ບັນດາ​ຄົນ​ຂັບ​ລົດແມ່ຍິງ ​ແລະ​ຜູ້​ຄົນ​ທີ່​ພາກັນ​ຂີ່​ລົດຈັກ.

​ການ​ສຳ​ຫລວດ​ຂອງອົງການ​ອະນາ​ໄມ​ໂລກໃນ​ປີ 2014 ລະບຸ​ວ່າ ນະຄອນ​ນິວ​ເດ​ລີ ເປັນ
​ເມືອງ​ທີ່​ມີ​ມົນ​ລະ​ພິດ​ຫລາຍ​ທີ່​ສຸດ​ໃນ​ໂລກ ​ສ່ວນ​ໜຶ່ງ​ກໍ​ເພາະວ່າ ມີລົດ ຍົນ​ຫລາຍ​ລ້ານ​ຄັນ
​ພາກັນຕິດ​ຢູ່​ຕາ​ມຖະໜົນ​ຫົນທາງໃນ​ນະຄອນ​ດັ່ງກ່າວ.

India Polution
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG