ພວກນັກວິທະຍາສາດອິນເດຍພວມແນໃສ່ການນຳເອົາຍານລົງຈອດທີ່ດວງຈັນໃນວັນພຸດມື້ນີ້ ໂດຍຫວັງວ່າອິນເດຍຈະເປັນປະເທດທຳອິດ ທີ່ສາມາດລົງຈອດ ໄດ້ ຢູ່ຂົ້ວໃຕ້ຂອງດວງຈັນ.
ຄວາມພະຍາຍາມຂອງອິນເດຍ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກຍານລູນາ-25 ຂອງຣັດເຊຍ ຊຶ່ງໄດ້ພະຍາຍາມລົງຈອດທີ່ຂົ້ວໃຕ້ຂອງດວງຈັນເຊັ່ນດຽວກັນ ໄດ້ປະສົບອຸບັດຕິເຫດຕົກ.
ອົງການຄົ້ນຄວ້າອະວະກາດຂອງອິນເດຍ (ISRO) ໄດ້ສະແດງຄວາມຫວັງໄປໃນແງ່ດີ ກ່ຽວກັບການປະຕິບັດພາລະກິດຢູ່ເທິງດວງຈັນຂອງຕົນໃນວັນອັງຄານວານນີ້. “ການປະຕິບັດງານ ແມ່ນເປັນໄປຕາມໝາຍກຳນົດການ. ລະບົບຕ່າງໆຖືກກວດສອບຢູ່ເປັນປະຈຳ. ການເດີນທາງດ້ວຍຄວາມລາບລື່ນຍັງດຳເນີນຕໍ່ໄປ ການປະຕິບັດງານທີ່ສະຫຼັບຊັບຊ້ອນ (MOX) ຍັງດຳເນີນຕໍ່ໄປພ້ອມດ້ວຍພະລັງງານ ແລະຄວາມຕື່ນເຕັ້ນ!” ອົງການ ISRO ກ່າວຢູ່ໃນ X.
ນີ້ແມ່ນເປັນການພະຍາຍາມເທື່ອທີສອງຂອງອິນເດຍ ເພື່ອຈະນຳເອົາຍານລົງຈອດ ຢູ່ຂົ້ວໃຕ້ຂອງດວງຈັນ ເມື່ອ 4 ປີກ່ອນ ຍານຂອງອິນໄດ້ຕຳກັບພື້ນຜິວໃນການພະຍາຍາມລົງຈອດຂັ້ນສຸດທ້າຍ.
ຖ້າການປະຕິບັດງານໃນຄັ້ງນີ້ປະສົບຜົນສຳເລັດ ອິນເດຍກໍຈະເປັນປະເທດທີ 4 ທີ່ໄດ້ບັນລຸ ໃນອັນທີ່ເອີ້ນວ່າ “ການລົງຈອດຢ່າງລາບລື່ນ” ຢູ່ເທິງດວງຈີນ ຊຶ່ງເປັນຄວາມສາມາດທີ່ໄດ້ບັນລຸໂດຍສະຫະລັດ ຈີນ ແລະອະດີດສະຫະພາບໂຊຫວຽດເທົ່ານັ້ນ.