ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຈະມອບເຮືອລົບ ໃຫ້ແກ່ ຫວຽດນາມ ເພື່ອເສີມສ້າງສາຍພົວພັນທາງດ້ານຄວາມໝັ້ນຄົງລະຫວ່າງສອງປະເທດ


ຈີນອ້າງວ່າ ເກືອບທັງໝົດຂົງເຂດໃນທະຈີນໃຕ້ ແມ່ນດິນແດນຂອງຕົນ, ລວມທັງເຂດນ່ານນໍ້າທີ່ຖືກອ້າງເອົາໂດຍຫວຽດນາມ ແລະປະເທດອື່ນໆຢູ່ໃນເອເຊຍຕາເວັນອອກສຽງໃຕ້.
ຈີນອ້າງວ່າ ເກືອບທັງໝົດຂົງເຂດໃນທະຈີນໃຕ້ ແມ່ນດິນແດນຂອງຕົນ, ລວມທັງເຂດນ່ານນໍ້າທີ່ຖືກອ້າງເອົາໂດຍຫວຽດນາມ ແລະປະເທດອື່ນໆຢູ່ໃນເອເຊຍຕາເວັນອອກສຽງໃຕ້.

ອິນເດຍກ່າວວ່າ ຕົນຈະມອບກໍາປັ່ນລົບກອງ​ທັບ​ເຮືອໃຫ້ແກ່ຫວຽດນາມ ໂດຍເປັນສັນຍານຫຼ້າສຸດສໍາລັບສາຍພົວພັນທາງດ້ານຄວາມໝັ້ນຄົງທີ່ແໜ້ນແຟ້ນລະຫວ່າງສອງປະເທດ, ເຊິ່ງມີຄວາມກັງວົນຮ່ວມກັນ ກ່ຽວກັບການ​ເອົາ​ທ່າ​ທີທີ່​ເຂັ້ມ​ແຂງເພີ້ມຂຶ້ນຂອງຈີນ.

ຖະແຫຼງການທີ່ ນິວເດລີ ຈະຈັດສົ່ງເຮືອ​ລາດ​ຕະ​ເວັນ​ຂະ​ໜາດ​ນ້ອຍ​ຕິດລູກສອນໄຟ INS Kirpan ໃຫ້ແກ່ກອງທັບເຮືອຂອງຫວຽດນາມ ມີຂຶ້ນລຸນຫຼັງການພົບປະ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ ທ່ານຣາຈນາດ ຊິງ (Rajnath Singh) ແລະຄູ່ຕໍາແໜ່ງຝ່າຍຫວຽດນາມ ທ່ານຝ່ານ ວັນ ກັງ (Phan Van Gang), ໃນນະຄອນ​ຫຼວງນິວເດລີ ໃນວັນຈັນວານນີ້.

“ເຮືອລາດຕະເວນ​ລູກສອນໄຟ ເປັນເຮືອ​ລົບຂະໜາດນ້ອຍ ໂດຍສ່ວນຫຼາຍແລ້ວແມ່ນໃຊ້ສໍາລັບການປ້ອງກັນຊາຍຝັ່ງ,” ອີງຕາມການກ່າວຂອງ ທ່ານຣາຮູນ ເບດີ, ນັກວິເຄາະອິດສະຫຼະກ່ຽວກັບຄວາມໝັ້ນຄົງ.

ຢູ່ໃນຖະແຫຼງການ, ລັດຖະບານອິນເດຍກ່າວວ່າ ການມອບເຮືອລົບໃຫ້ແກ່ລັດ ຖະບານຮາໂນ່ຍ ຈະເປັນ “ບາດກ້າວສໍາຄັນ ໃນການເສີມສ້າງຄວາມສາມາດຂອງກອງທັບເຮືອປະຊາຊົນຫວຽດນາມ.”

ເປົ້າໝາຍໃນການຢ້ຽມຢາມຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດ ນາມ ແມ່ນເພື່ອສ້າງສາຍພົວພັນທາງທະຫານກັບນິວເດລີ. ທ່ານຍັງໄດ້ຫາລື ສໍາລັບການເສີມສ້າງຂີດຄວາມສາມາດທາງດ້ານອຸດສາຫະກໍາຄວາມໝັ້ນຄົງ ໂດຍການຮ່ວມມືກັນໃນດ້ານການຄົ້ນຄວ້າການປ້ອງກັນປະເທດ ແລະການຜະລິດຮ່ວມກັນ, ອີງຕາມຖະແຫຼງການ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG