ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກອິນເດຍ ເດີນທາງ ໄປຢ້ຽມຢາມ ແຄ້ວນ Kashmir


ທະຫານຂອງອິນເດຍ ຢືນຍາມ ຢູ່ທາງນອກ ສະໜາມກິລາ Sheri Kashmir ບ່ອນທີ່ ຄາດກັນວ່າ ນາຍົກລັດຖະມົນຕີ ທ່ານ Narendra Modi ຈະກ່າວຄຳປາໄສ ໂຄສະນາຫາສຽງ ໃນວັນຈັນທີ 8 ນີ້ ຢູ່ທີ່ເມືອງ Srinagar ປະເທດອິນເດຍ ເມື່ອວັນອາທິດ ທີ 7 ທັນວາ 2014.
ທະຫານຂອງອິນເດຍ ຢືນຍາມ ຢູ່ທາງນອກ ສະໜາມກິລາ Sheri Kashmir ບ່ອນທີ່ ຄາດກັນວ່າ ນາຍົກລັດຖະມົນຕີ ທ່ານ Narendra Modi ຈະກ່າວຄຳປາໄສ ໂຄສະນາຫາສຽງ ໃນວັນຈັນທີ 8 ນີ້ ຢູ່ທີ່ເມືອງ Srinagar ປະເທດອິນເດຍ ເມື່ອວັນອາທິດ ທີ 7 ທັນວາ 2014.

ນາຍົກລັດຖະມົນ​ຕີ​ອິນ​ເດຍ ທ່ານ Narendra Modi ​ໄດ້​ຊຸກຍູ້​
ໃຫ້ຊາວ​ເມືອງ ​ໃນແຄ້ວນ Kashmir ທີ່​ເປັນ​ເຂດ​ຜິດ​ຖຽງ​ກັນກັບ
​ປາ​ກິ​ສຖານ ​ເທິງ​ພູ​ເຂົາຫິມະ​ໄລ​ນັ້ນ ​ໃຫ້​ພາກັນ​ອອກ​ໄປ​ໃຊ້​ສຽງ​
ປ່ອນ​ບັດ ​ໃນ​ການ​ເລືອກຕັ້ງ​ທ້ອງ​ຖິ່ນ.

ພ້ອມ​ດຽວ​ກັນ ທ່ານ​ໄດ້​ກ່າວ​ສັນລະ​ເສີນ​ພວກ​ທະຫານ ທີ່​ໄດ້​ປົກ​
ປ້ອງ​ປະຊາທິປະ​ໄຕ ​ແລະ​ ໄດ້​ກ່າວ​ຕໍ່​ບ່ອນ​ໂຮມ​ຊຸມນຸມ​ຫາ​ສຽງ​
ແຫ່ງ​ໜຶ່ງ ​ໃນ​ເມືອງ Samba ​ໃນ​ວັນ​ຈັນ​ມື້​ນີ້​ວ່າ “ບັດ​ນີ້ ພວກ​ທ່ານ​
ຕ້ອງ​ພາກັນອອກ​ໄປ​ປ່ອນ​ບັດ ​ເພື່ອ​ຮັກສາ​ການ​ເສຍ​ສະຫລະ​
ຂອງ​ພວກ​ເຂົາ​ເຈົ້າ​ເອົາ​ໄວ້.”

ທ່ານ Modi ຍັງ​ໄດ້​ກ່າວປະນາມ ການ​ໂຈມ​ຕີ​ຫລາຍໆ​ບັ້ນ​ຕໍ່​ເນື່ອງ​ກັນ​ຂອງ​ພວກ​ກະບົດ ເມື່ອວັນ​ສຸກ​ຜ່ານ​ມາ ທີ່​ໄດ້​ສັງຫານ 21 ຄົນ ລວມທັງກຳລັງ​ຮັກສາ​ຄວາມ​ປອດ​ໄພ 11 ຄົນ.

ພວກຫົວ​ຕໍ່ສູ້ ໄດ້ກໍ່ຄວາມ​ຮຸນ​ແຮງ ເພີ້​ມຂຶ້ນ ນັບຕັ້ງ​ແຕ່ການ​ເລືອກ​ຕັ້ງ​ລະດັບ​ທ້ອງ​ຖິ່ນ 5 ຂັ້ນ
ໃນ​ແຄ້ວນ Kashmir ຂອງ​ອິນ​ເດຍ ​ໄດ້​ເລີ້ມ​ຕົ້ນ​ຂຶ້ນ ​ເມື່ອວັນ​ທີ 25 ​ເດືອນພະຈິກ​ ຜ່ານ​ມາ.
ຜູ້​ມີ​ສິດ​ອອກສຽງ ​ໄດ້​ພາກັນ​ອອກໄປ​ໃຊ້​ສິດ​ ​ເປັນຈຳນວນຫຼວງຫຼາຍ ​ເຖິງ​ແມ່ນ​ວ່າມີ​ການ
ຮຽກຮ້ອງໃຫ້​ຂວ້ຳບາດ ໂດຍ​ບັນດາຜູ້ນຳພວກກະບົດ​ແບ່ງ​ແຍກ​ດິນ​ແດນ​ມຸສລິ​ມ.

ນິວ​ເດ​ລີ ​ໄດ້​ສົ່ງກອງກຳລັງ​ທະຫານ​ ຈຳນວນຫຼາຍພັນ​ຄົນ ​ໄປ​ປະຈຳການ​ຢູ່​ທົ່ວ​ເຂດ​ແຄ້ວນ Kashmir ​ສ່ວນທີ່ຢູ່​ໄດ້​ການ​ຄວບ​ຄຸມ​ຂອງ​ອິນ​ເດຍນັ້ນ ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ ​ໃນ​ລະ
ຫວ່າງ​ການ​ຢ້ຽມຢາມຂອງ ທ່ານ Modi.

ມີນັກ​ແມ້ນ​ປືນຫຼາຍຄົນ ​ປະຈຳການ​ຢູ່​ເທິງຫຼັງຄາອາຄານ​ຕ່າງໆ ​ໃນ​ Srinagar ເມືອງໃຫຍ່ ຂອງ​ແຄ້ວ​ນ ບ່ອນ​ທີ່ ທ່ານ Modi ມີ​ກຳນົດ​ຈະ​ກ່າວ​ຄຳປາ​ໄສ ​ໃນ​ຕອນ​ບ່າຍວັນ​ຈັນ​ມື້​ນີ້.

ທັງ​ອິນ​ເດຍ​ແລະ​ປາ​ກິ​ສຖານ ​ຕ່າງ​ກໍ​ອ້າງ​ເອົາ​ແຄວ້ນ Kashmir ທັງ​ໝົດ​ ທີ່​ໄດ້​ຖືກ​ແບ່ງອອກ​ເປັນ​ສອງ​ເຂດ ເລາະ​ຕາມ​ເສ້ນ​ຄວບ​ຄຸມ ຫລື Line of Control ທີ່​ໄດ້​ຕົກລົງ​ກັນ​ຂີດ​ຂຶ້ນ.

KASHMIR MODI VO
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG