ເມື່ອວັນພະຫັດວານນີ້ ລັດຖະບານອິນເດຍ ໄດ້ສົ່ງໜ່ວຍກ້າຕາຍຈຸນຶ່ງ ໄປຍັງເຂດລີ້ຊ່ອນໃຫຍ່ສອງເຂດ ຢູ່ທາງພາກໃຕ້ຂອງປະເທດ ເພື່ອພິທັກ ປົກປ້ອງເສືອຈາກພວກລ່າສັດ ແລະພວກຕັດໄມ້ທໍາລາຍປ່າ.
ລັດຖະບານອິນເດຍກ່າວວ່າ ກໍາລັງລົບພິເສດເພື່ອປົກປ້ອງເສືອ ຈໍານວນ 54 ຄົນຈຸນຶ່ງ ໄດ້ເລິ່ມອອກລາດຕະເວນເຂດສະຫງວນເສືອ ໃນເມືອງ Bandipur ແລະ Nagarhole ທີ່ຕັ້ງຢູ່ຮ່ອມເຂດຊາຍແດນຕິດກັບລັດ Tamil ແລະ Karnataka ຫລັງຈາກໄດ້ທໍາການເຝິກແອບການຢູ່ລອດ ແລະການໃຊ້ອາວຸດເປັນເວລາສາມເດືອນແລ້ວນັ້ນ.
ພວກເຈົ້າໜ້າທີ່ອິນເດຍກ່າວວ່າ ການເຄຶ່ອນໄຫວດັ່ງກ່າວນີ້ ແມ່ນແນເປົ້າໝາຍໃສ່ການຕ່າວປີ້ນຂອງການລົດຈໍານວນສັດປະເທດເສືອລົງຢ່າງວ່ອງໄວ ຊຶ່ງອີງຕາມພວກນັກຊ່ຽວ
ຊານກ່ຽວກັບເລຶ່ອງນີ້ ແມ່ນລົດຈໍານວນລົງໄປ ຈາກປະມານ 100,000 ຕົວ ໃນທ້າຍສັດ
ຕະວັດທີ່ 20 ລົງເຫລືອພຽງແຕ່ໜ້ອຍກວ່າ 3,500 ຕົວ.
ພວກເຈົ້າໜ້າທີ່ພືດແລະສັດປ່າ ໄດ້ເຄີຍຕໍ່ວ່າມາດົນນານແລ້ວ ເຖິງການຂາດເຂີນເຈົ້າໜ້າທີ່ທີ່ໄດ້ຮັບການເຝິກອົບລົມຢ່າງຖືກຕ້ອງ ເພື່ອພິທັກ ປົກປ້ອງພວກເສືອນັ້ນ ເປັນນຶ່ງໃນຫລາຍບັນຫາສໍາຄັນທີ່ປະເຊີນກັບຄວາມ ພະຍາຍາມສະຫງວນຮັກສາໃນອິນເດຍ. ພວກເຈົ້າໜ້າທີ່ກ່າວອີກວ່າ ພວກຍາມຮັກສາປ່າໄມ້ ມີອາຍຸເຖົ້າແກ່ຫລາຍ ແລະບໍ່ມີຄວາມຊໍານານທີ່ ຈໍາເປັນເພື່ອຮັບມືກັບແກ໊ງທີ່ມີຄວາມຊໍານານຫລາຍ ທີ່ລັກລອບລ່າສັດປ່າ ທັງຫລາຍ ເຊັ່ນຊ້າງແລະເສືອ ເປັນຕົ້ນ.
ອິນເດຍ ທີ່ມີຈໍານວນເສືອຢູ່ປະມານ 1,700 ຕົວ ທີ່ປະກອບເປັນສັດສ່ວນ ເຖິງ 50 ເປີເຊັນຂອງຈໍານວນເສືອຂອງໂລກ. ພວກນັກຊ່ຽວຊານກ່າວວ່າ ຈໍານວນພວກເສືອທີ່ລອດຊີວິດໄດ້ຢູ່ເຂດນັ້ນ ຈະເປັນສິ່ງຊີ້ບອກເຖິງອະນາຄົດຂອງສັດພັນຕ່າງໆ.