ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍເຕືອນກ່ຽວກັບພວກກໍ່ການຮ້າຍ


ໂຮງແຮມ Taj Mahal ໃນລະຫວ່າງວັນສະຫຼອງເອກກະລາດ ຂອງອິນເດຍ.
ໂຮງແຮມ Taj Mahal ໃນລະຫວ່າງວັນສະຫຼອງເອກກະລາດ ຂອງອິນເດຍ.

ໃນວັນສຸກມື້ນີ້ຕຳຫຼວດອິນເດຍພວມຕາມລ່າຫາໂຕຜູ້ຕ້ອງ
ສົງໄສເປັນສະມາຊິກກຸ່ມຫົວຮຸນແຮງ 4 ຄົນທີ່ມີຖານປະຕິ
ບັດງານໃນປາກິສຖານທີ່ມີລາຍງານວ່ ໄດ້ເດີນທາງເຂົ້າໄປ
ໃນນະຄອນມູມໄບ ເພື່ອທຳການໂຈມຕີທີ່ນັ້ນ.

ເຈົ້າໜ້າທີ່ໄດ້ອອກຄຳເຕືອນ ໃນມື້ວານນີ້ ກ່ຽວກັບພວກ
ຜູ້ຊາຍທັງ 4 ທີ່ເຂົາເຈົ້າເວົ້າວ່າ ເປັນສະມາຊິກຂອງກຸ່ມ
Lashkar-e-Taiba ຊຶ່ງເປັນກຸ່ມດຽວກັນ ກັບກຸ່ມທີ່ຮັບ
ຜິດຊອບ ໃນການໂຈມຕີກໍ່ການຮ້າຍ ທີ່ນະຄອນມູມໄບໃນ
ປີ 2008 ທີ່ເຮັດໃຫ້ມີຜູ້ເສຍຊີວິດ 166 ຄົນນັ້ນ.

ກໍາມາທິການຮ່ວມຮັບຜິດຊອບກ່ຽວກັບເລື່ອງຕໍາຫຼວດໃນນະຄອນມູມໄບ ທ່ານ Himan-
shu Roy ກ່າວວ່າ ກຸ່ມດັ່ງກ່າວນີ້ໄດ້ກະກຽມທີ່ຈະທຳການໂຈມຕີຢ່າງຮຸນແຮງໃນລະຫວ່າງ
ວັນພັກເທດສະການບຸນຄຣິສຕ໌ມາສ ແລະວັນຂຶ້ນປີໃໝ່ສາກົນ.

ທ່ານ Roy ກ່າວຕື່ມວ່າ ຕຳຫຼວດອິນເດຍຍັງບໍ່ມີຂໍ້ມູນໃດໆ ກ່ຽວກັບສັນຊາດຂອງພວກຜູ້
ຊາຍທັງ 4 ເທື່ອ ແຕ່ທ່ານໄດ້ບອກຊື່ໃຫ້ຊາບວ່າ ມີນາຍ Abdul Karim Musa ນາຍ
Noor Abul Elahi ນາຍ Walid Jinnah ແລະນາຍ Mehfooz Alam.

ໄດ້ມີການໂຈມຕີທີ່ສຳຄັນ 2 ຄັ້ງຢູ່ອິນເດຍໃນປີນີ້ ຄືໃນເດືອນກຸມພາ ລະເບີດລູກນຶ່ງໄດ້
ແຕກຂຶ້ນທີ່ຮ້ານຂາຍຂະໜົມໃນເມືອງ Pune ທາງພາກຕາເວັນຕົກຂອງອິນເດຍ ເຮັດໃຫ້
ມີຜູ້ເສຍຊີວິດຫຼາຍກວ່າ 15 ຄົນແລະເຫດລະເບີດໃນຕົ້ນເດືອນນີ້ທີ່ວັດແຫ່ງນຶ່ງຂອງສາສະ
ໜາຮິນດູ ທີ່ເມືອງສັກສິດພາຣານະສີ ເຮັດໃຫ້ມີຜູ້ເສຍຊີວິດຄົນນຶ່ງ ແລະບາດເຈັບອີກ ຫຼາຍໆຄົນ.

XS
SM
MD
LG